ຄະນະກວດກາສູນກາງພັກ ດຳເນີນການກວດການັບແຕ່ປີ 2016 ເຖິງປັດຈຸບັນ

0
1541

ນັບຕັ້ງແຕ່ປີ 2016 ເຖິງປັດຈຸບັນ, ຄະນະກວດກາສູນກາງພັກ ໄດ້ສົມທົບກັບຄະນະນໍາກະຊວງ-ອົງການ, ນະຄອນຫຼວງ, ແຂວງ ແລະ ຄະນະກວດກາແຕ່ລະຂັ້ນ ດໍາເນີນການຕິດຕາມ, ກວດກາປົກກະຕິ, ກວດກາຕາມຄຳສັ່ງ, ຕາມການສະເໜີຂອງພົນລະ ເມືອງ, ໃນນີ້ອັນພົ້ນເດັ່ນແມ່ນ ການກວດກາບັນຫາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງນໍາໃຊ້ທີ່ດິນ, ການຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫລວດຂຸດຄົ້ນແຮ່ທາດ ແລະ ອື່ນໆ, ສາມາດກວດກາໄດ້ທັງໝົດ 4,185 ເປົ້າໝາຍ, ພົບເຫັນຜົນເສຍຫາຍທັງໝົດ 8.370 ຕື້ກີບ, 50,22 ລ້ານໂດລາ ແລະ 36,89 ລ້ານບາດ;

ໃນເບື້ອງຕົ້ນ, ສາມາດເກັບກູ້ຄືນມາໃຫ້ລັດໄດ້ 1.782 ຕື້ກີບ ເປັນເງິນໂດລາສະຫະລັດ 3,55 ລ້ານ ໂດລາ ແລະ ເງິນບາດ 11,16 ລ້ານບາດ, ຂໍ້ມູນດັ່ງກ່າວແມ່ນໄດ້ຮັບການລາຍງານ ໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ໂດຍການມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ມີເຈົ້າແຂວງຊຽງຂວາງ, ແຂວງຫົວພັນ ແລະ ແຂວງໄຊສົມບູນ ພ້ອມດ້ວຍປະທານຄະນະກວດກາພັກ-ປະທານອົງການກວດກາລັດແຂວງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ວັນໄຊ ຊົ່ງໄຊຢູ ຮອງປະທານກວດກາສູນກາງພັກ ໄດ້ສະເໜີຮ່າງບົດສະຫລຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາແຕ່ປີ 2016 ເຖິງປັດຈຸບັນ ແລະ ບາງເນື້ອໃນຕົ້ນຕໍ ສໍາລັບການເຄື່ອນໄຫວແຕ່ນີ້ເຖິງປີ 2026 ເຊິ່ງມີຜົນສໍາເລັດຫຼາຍດ້ານເປັນຕົ້ນແມ່ນ ຄະນະກວດກາສູນກາງພັກທີ່ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີການປະສານສົມທົບກັບຄະນະພັກຂັ້ນຕ່າງໆ ເພື່ອຊຸກຍູ້, ຕິດຕາມ, ກວດກາ ປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການຈັດແບ່ງປະເພດສະມາຊິກພັກ ສ່ວນໃຫຍ່ທີ່ຂຶ້ນກັບການຄຸ້ມຄອງຂອງອົງຄະນະພັກ ກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ຮັບການປະເມີນຜົນ; ກ່ຽວກັບການພິຈາລະນາລົງວິໄນຕໍ່ການຈັດຕັ້ງພັກ ແລະ ສະມາຊິກພັກ ນັບແຕ່ປີ 2016 ເຖິງປັດຈຸບັນ ໄດ້ມີການລົງວິໄນໃນລະດັບຕ່າງໆ ຕໍ່ການຈັດຕັ້ງພັກ ແລະ ສະມາຊິກພັກຄື: ກ່າວເຕືອນຄວາມຜິດ 9 ໜ່ວຍພັກ, ສະມາຊິກພັກຖືກລົງວິໄນ 3,690 ຄົນ, ຍິງ 440 ຄົນ.

ໃນນີ້ ຕິຕຽນ 26 ຄົນ, ກ່າວເຕືອນຄວາມຜິດ 753 ຄົນ, ໂຈະການຮ່ວມຊີວິດພັກ 742 ຄົນ, ປົດຕໍາແໜ່ງ 150 ຄົນ ແລະ ເອົາອອກຈາກພັກ 2.019 ຄົນ.

ສ່ວນສະພາບການກວດກາໂຄງການລົງທຶນຂອງລັດ, ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 130/ຫສນຍ, ສໍາເລັດແລ້ວ 2.004 ໂຄງການ ໃນຈໍານວນ 5.542 ໂຄງການ; ໄດ້ດໍາເນີນການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ, ພົບເຫັນການລະເມີດ ແລະ ຜູ້ມີສ່ວນຮ່ວມພົວພັນ 1.119 ຄົນ, ໃນນີ້ມີພະນັກ ງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ, ຢຶດໄມ້ໄດ້ 11.351,75 ແມັດກ້ອນ ແລະ 33,17 ໂຕນ, ປັບໄໝ 22,28 ຕື້ກີບ, ພົບເຫັນການຄ້າງມອບພັນທະ ແລະ ຄ້າງຊໍາລະຄ່າໄມ້ໃຫ້ລັດ 121.120.861 ແມັດກ້ອນ ມູນຄ່າ 66,57 ຕື້ກີບ ແລະ 4,87 ລ້ານໂດລາ.

ພ້ອມກັນນີ້, ຍັງໄດ້ດຳເນີນການສືບສວນ-ສອບສວນ ຄະດີກ່ຽວຂອງກັບການສໍ້ລາດບັງຫລວງທັງໝົດ 842 ເປົ້າໝາຍ, ພະນັກງານລັດ 363 ຄົນ, ພະນັກງານລັດວິສາຫາກິດ 364 ຄົນ, ບຸກຄົນທົ່ວໄປທີ່ກ່ຽວຂ້ອງ 115 ຄົນ, ສາມາດສະຫລຸບຄະດີສົ່ງໄອຍະການ 154 ຄົນ ໃນນີ້, ພະນັກງານລັດ 79 ຄົນ, ພະນັກງານລັດວິສາຫະກິດ 41 ຄົນ, ບຸກຄົນທີ່ກ່ຽວຂ້ອງ 34 ຄົນ, ສານຕັດສິນແລ້ວ 100 ຄົນ, ໃນນັ້ນ ພະນັກງານລັດ 47 ຄົນ, ພະນັກງານລັດວິສາຫະກິດ 28 ຄົນ, ບຸກຄົນທີ່ກ່ຽວຂ້ອງ 25 ຄົນ, ແກ້ໄຂທາງບໍລິຫານໄດ້ 652 ຄົນ, ໃນນັ້ນພະນັກງານລັດ 265 ຄົນ, ວິສາຫະກິດ 313 ຄົນ, ບຸກຄົນກ່ຽວຂ້ອງ 72 ຄົນ, ພົບເຫັນຜົນເສຍຫາຍທັງໝົດ 747,512 ຕື້ກວ່າກີບ ເປັນເງິນບາດ 426,793 ລ້ານກວ່າບາດ, ເງິນໂດລາ 13,814 ລ້ານກວ່າໂດລາ ແລະ ສາມາດເກັບກູ້ຄືນໄດ້ໃນເບື້ອງຕົ້ນ 378,807 ຕື້ກວ່າກີບ, ເປັນເງິນບາດ 30,604 ລ້ານກວ່າບາດ, ເງິນໂດລາ 11.097 ລ້ານໂດລາ.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ເນັ້ນບາງຈຸດສຸມຕົ້ນຕໍ ໃນການເຄື່ອນ ໄຫວວຽກງານກວດກາໃນຊຸມປີຕໍ່ໜ້າ ເປັນຕົ້ນ ສ້າງຄວາມເຂົ້າໃຈຖືກຕ້ອງກ່ຽວກັບທີ່ຕັ້ງ, ບົດບາດຂອງວຽກງານກວດກາ ໃນສະພາບການປັດຈຸບັນ ແລະ ຄວາມເລັ່ງທວງຕົວຈິງຕໍ່ຄະນະພັກແຕ່ລະຂັ້ນ ໂດຍສະເພາະທີ່ຕັ້ງ, ພາລະບົດບາດ ຂອງວຽກງານກວດກາ ແລະ ຄວາມຮັບຜິດຊອບຂອງຄະນະພັກ, ກໍາແໜ້ນບາງຈຸດສໍາຄັນທີ່ຕ້ອງສຸມໃສ່ແກ້ໄຂ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນການເຄື່ອນໄຫວວຽກງານກວດກາໃນຊຸມປີຕໍ່ໜ້າ, ແກ້ໄຂບາງຂອດໃນກົງຈັກການຈັດຕັ້ງ ແລະ ແບບແຜນເຮັດວຽກຂອງຄະນະກວດ ກາພັກ-ອົງການກວດກາລັດແຕ່ລະຂັ້ນ ໂດຍສ້າງແບບແຜນຊີ້ນໍາຈາກການເຄື່ອນໄຫວກວດ ກາ ຕໍ່ເປົ້າໝາຍໃດໜຶ່ງຢ່າງຮັດກຸມຕໍ່ເນື່ອງ ໂດຍສົມທົບແໜ້ນແຕ່ຫົວທີລະຫວ່າງການ ເຄື່ອນໄຫວກວດກາ, ເກັບກໍາຂໍ້ມູນປົກກະຕິທີ່ນໍາໄປສູ່ການກໍາປະກົດການກະທໍາຜິດ, ການ ກວດກາການກະທໍາຜິດ ແລະ ການພິຈາລະນາຄວາມຮັບຜິດຊອບດ້ານການເມືອງ ແລະ ກົດໝາຍຈົນເຖິງການສືບສວນດໍາເນີນຄະດີຕໍ່ເປົ້າໝາຍທີ່ກະທໍາຜິດ ເຊິ່ງຈະເຮັດໃຫ້ການກວດກາ ແລະ ແກ້ໄຂຜົນການກວດກາດໍາເນີນຢ່າງຕໍ່ເນື່ອງ ແລະ ວ່ອງໄວກວ່າເກົ່າ.

ພ້ອມນີ້, ອົງການກວດກາແຕ່ລະຂັ້ນ ຕ້ອງປະເມີນຄືນພະນັກງານທີ່ມີໃນປັດຈຸບັນ ໂດຍສະເພາະໃນດ້ານລະດັບ ແລະ ປະສົບການເຄື່ອນໄຫວດ້ານວິຊາສະເພາະ ເພື່ອວາງແຜນບໍາລຸງຍົກລະດັບຄືນໃໝ່ໃຫ້ເປັນລະບົບ ແລະ ພິຈາລະນາສັບຊ້ອນຄືນໃໝ່ໃຫ້ສົມເຫດສົມຜົນ; ດໍາເນີນການສ້າງແຜນກໍານົດພະນັກງານສືບທອດແຕ່ລະຕໍາແໜ່ງໃຫ້ຈະແຈ້ງ ຄຽງຄູ່ກັບການຈັດຕັ້ງບໍາລຸງກໍ່ສ້າງຢ່າງເປັນລະບົບແທ້ຈິງໃນການ ເຄື່ອນໄຫວຂອງອົງການກວດກາແຕ່ລະຂັ້ນ ໃຫ້ເພີ່ມທະວີການກວດກາ ຕິດພັນກັບການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງຢ່າງແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ.

ແຫຼ່ງຂ່າວ ແລະຮູບພາບ: ຂປລ

LEAVE A REPLY

Please enter your comment!
Please enter your name here