ອົບຮົມກຸ່ມແກ້ງຊາວໜຸ່ມ-ໄວໜຸ່ມນັກຮຽນ ຂັບລົດຈັກກວນເມືອງ

0
1159

ໃນວັນທີ 30 ມີນາ 2022, ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຫົວພັນ ໄດ້ຈັດພິທີສຶກສາອົບຮົມ ພວກກຸ່ມແກ້ງຊາວໜຸ່ມ-ໄວຫນຸ່ມນັກຮຽນ ທີ່ໄດ້ສ້າງຄວາມບໍ່ສະຫງົບ-ຄວາມບໍ່ເປັນລະບຽບຮຽບຮ້ອຍຕໍ່ ສັງຄົມ ແລະ ແກ້ໄຂພາຫະນະລົດຈັກທີ່ພວກຊາວໜຸ່ມ ແລະ ນັກຮຽນໄດ້ຂັບຂີ່ລົດຈັກກວນເມືອງໂດຍ ການເປັນປະທານຂອງ ພັທ ພັນວອນ ບຸນສະຫວັນ ຮອງຫົວຫນ້າກອງພັນປ້ອງກັນເຊື້ອທີ່ ປກສ ແຂວງ, ເຂົ້າຮ່ວມມີພໍ່-ແມ່ຜູ້ປົກຄອງ, ຄູ-ອາຈານ ຂອງເດັກ ແລະ ເຈົ້າຫນ້າທີ່ພາກສ່ວນກ່ຽວຂ້ອງ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ອີງຕາມຄໍາສັ່ງຂອງທ່ານເຈົ້າແຂວງ ສະບັບເລກທີ 34/ຈຂ, ລົງວັນທີ 2 ກັນຍາ 2016 ວ່າດ້ວຍການຕ້ານ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ໃນສັງຄົມທົ່ວແຂວງຫົວພັນ, ໃນຄັ້ງວັນທີ 20 ມັງກອນ 2022 ໄດ້ມີເຫດການພວກກຸ່ມແກ້ງ, ຊາວໜຸ່ມ-ໄວໜຸ່ມ ແລະ ນັກຮຽນໄດ້ຂັບ ຂີ່ລົດກວນເມືອງ ເຊິ່ງໄດ້ນໍາໃຊ້ພາຫະນາລົດຈັກເປັນກຸ່ມແກງເຊິ່ງໄດ້ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ໃນສັງຄົມ ແລະ ການກໍ່ກວນສ້າງຄວາມບໍ່ສະຫງົບໃນຄັ້ງນີ້ແມ່ນນໍາໃຊ້ພາຫະນະລົດຈັກທັງຫມົດແມ່ນ 10 ຄັນ.

ຜ່ານການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ຈຶ່ງສາມາດຮູ້ໄດ້ພວກກຸ່ມແກ້ງຊາວຫນຸ່ມ-ໄວຫນຸ່ມ ແລະ ນັກຮຽນໃນເບື້ອງຕົ້ນ ຈໍານວນ 2 ຄົນ ຄື: ທ້າວ ມິກ ແລະ ທ້າວ ຈັນສະຫມອນ ພ້ອມດ້ວຍລົດຈັກ 2 ຄັນ ເປັນປະເພດລົດແຕ່ງ 1 ຄັນ; ຜ່ານການສືບສວນ-ສອບສວນຕົວຈິງ, ເຈົ້າໜ້າທີ່ພວກເຮົາສາ ມາດຮູ້ໄດ້ກຸ່ມ ແກ້ງຮ່ວມຂະບວນການກໍ່ກວນ, ກໍ່ຄວາມວຸ້ນວາຍ-ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຄັ້ງນີ້ແມ່ນມີ ທັງຫມົດ 19 ຄົນ ພາຫະນະລົດຈັກ 10 ຄັນ, ເປັນປະເພດລົດແຕ່ງທີ່ດັດແປງສະພາບເຕັກນິກ 3 ຄັນ, ເຊິ່ງ ເຈົ້າຫນ້າທີ່ໄດ້ໃຫ້ປ່ຽນອຸປະກອນທີ່ດັດແປງໃຫ້ກັບຄືນສະພາບເດີມ ຈຶ່ງອະນຸ ຍາດໃຫ້ແກ້ໄຂເອົາລົດອອກໄປ ໄດ້, ເຊິ່ງລົດທັງ 10 ຄັນແມ່ນໄດ້ແກ້ໄຂຫມົດແລ້ວ ແລະ ໄດ້ສຶກສາອົບຮົບສ້າງບົດບັນທຶກນໍາອີກ.

ແຫຼ່ງຂ່າວ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here