ພິທີ ມອບ-ຮັບ ແລະ ເປີດການນຳໃຊ້ຂົວຂ້າມນໍ້າພີດ

0
995

ພິທີ ມອບ-ຮັບ ແລະ ເປີດການນຳໃຊ້ຂົວຂ້າມນໍ້າພີດ ບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 9 ເມສາ 2022 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາທ່ານການນຳຂອງແຂວງ, ບັນດາພະແນກການ, ການນຳເມືອງຍົມມະລາດ, ຂະແໜງການອ້ອມຂ້າງເມືອງ ຕະຫຼອດເຖິງພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໂຄງການກໍ່ສ້າງຂົວຊຸມຊົນ ບ້ານໂຄກສະຫວ່າງ ແມ່ນເປັນປະເພດຂົວ ເບຕົງ ປະສົມໄມ້, ມີຄວາມຍາວ 115 ແມັດ, ກວ້າງ 3,5 ແມັດ, ມີຈຳນວນເສົາຂົວ 44 ເສົາ, ສາມາດຮອງຮັບນໍ້າໜັກໄດ້ 3,5 ໂຕ່ນ.

ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບສ່ວນຈາກຫຼາກພາກສ່ວນ ທັງພາກລັດ ແລະ ເອກະຊົນ ໂດຍບໍລິສັດເກດສຸວັນ ໄດ້ມີການ ປະກອບສ່ວນທາງດ້ານ ເຫຼັກ, ປູນຊີມັງ, ເຄື່ອງກົນຈັກໜັກ ແລະ ອື່ນໆ ມີທັງການປະກອບສ່ວນແບບຊ່ວຍເຫຼືອ ແລະ ການປະກອບສ່ວນໃນຮູບແບບຜູ້ຮັບເໝົາ ໂດຍບໍ່ຄິດກຳໄລ ສ່ວນທາງດ້ານແຮງງານຫຼັກແມ່ນ ນໍາໃຊ້ແຮງງານ ຂອງພໍ່ແມ່ປະຊາຊົນໃນເຂດອ້ອມຂ້າງ ເຊິ່ງການກໍ່ສ້າງແມ່ນແບ່ງອອກເປັນ 2 ໄລຍະຄື:

ໄລຍະທີ 1 ໃຊ້ເວລາ ການກໍ່ສ້າງ 14 ວັນ ກໍ່ສ້າງເສົາຂົວສຳເລັດ 30 ເສົາ ແລະ ໄລຍະທີ 2 ໃຊ້ເວລາ 36 ວັນ ກໍ່ສ້າງເສົາຂົວຕື່ມ 14 ເສົາ, ເສົາຫົວຂົວ 2 ເສົາ ພ້ອມປະກອບຂາງໄມ້ຕາມການອອກແບບ ເຊິ່ງການກໍ່ສ້າງແມ່ນໄດ້ສຳເລັດໃນວັນທີ 15 ທັນວາ 2021 ມີໄລຍະເວລາໃນການກໍ່ສ້າງແມ່ນ 50 ວັນ, ລວມມູຄ່າທັງໝົດ 1,08 ຕື້ກວ່າກີບ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຈັດຕັ້ງ ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ທີ່ໄດ້ໃຫ້ການປະກອບສ່ວນ ພິເສດແມ່ນພໍ່ແມ່ປະຊາຊົນ ທີ່ໄດ້ສຸມຈິດ ສຸມໃຈ ແລະ ເຫື່ອແຮງສະຕິປັນຍາເຂົ້າໃນຂະບວນການກໍ່ສ້າງຂົວຂ້າມນໍ້າພີດຈົນສຳເລັດ.

ເຊິ່ງການກໍ່ສ້າງດັ່ງກ່າວ ຈະເປັນຕົວແບບ ແລະ ແບບຢ່າງທີ່ດີນຳໄປສູ່ຂະບວນການອື່ນ ເພື່ອພັດທະນາສັງຄົມ ເຮັດໃຫ້ພໍ່ແມ່ປະຊາຊົນ ມີຄວາມສະດວກສະບາຍໃນການສັນຈອນໄປ-ມາ ກໍ່ຄືການດຳລົງຊີວິດ, ແລກປ່ຽນຊື້-ຂາຍ ສິນຄ້າ ແລະ ອື່ນໆ.

ຕໍ່ກັບຜົນສຳເລັດດັ່ງກ່າວນີ້ແມ່ນຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນຖືເປັນຊັບສົມບັດຂອງບ້ານ ເພື່ອພ້ອມກັນເປັນເຈົ້າການຕິດຕາມ, ກວດກາ ແລະ ບູລະນະປົກປັກຮັກສາ ເພື່ອເຮັດແນວໃດໃຫ້ຂົວດັ່ງກ່າວ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ນຳໃຊ້ໄດ້ຢ່າງຍາວນານ.

ພ້ອມນີ້ກໍ່ສະເໜີໃຫ້ພໍ່ແມ່ປະຊາຊົນ ພ້ອມກັນສຸມໃສ່ ໃນການຜະລິດຕາມເງື່ອນໄຂ ແລະ ທ່າແຮງຂອງຕົນ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ກາຍເປັນສິນຄ້າ ສ້າງລາຍຮັບເຂົ້າສູ່ຄອບຄົວ, ພ້ອມກັນປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຊຸກຍູ້ປຸກລະດົມປະຊາຊົນ ກໍ່ຄືສະມາຊິກພາຍໃນຄອບຄົວຜູ້ທີ່ຄົບເງື່ອນໄຂ ໄປສັກວັກຊິນ ເພື່ອສ້າງພູມຄຸ້ມກັນ ຕໍ່ການຕິດເຊື້ອ ແລະ ການເສຍຊີວິດຈາກພະຍາດຮ້າຍດັ່ງກ່າວ.

ແຫຼ່ງຂ່າວ: Khammouane News

LEAVE A REPLY

Please enter your comment!
Please enter your name here