ເປີດນໍາໃຊ້ ແອັບ ລາວ​ແຊັດ ສຳລັບຕິດຕໍ່ສື່ສານ

0
4083

ສປປ ລາວ ເປີດນໍາໃຊ້ ແອັບ ລາວ​ແຊັດ ສຳລັບຕິດຕໍ່ສື່ສານ

ພິທີເຊັນສັນຍາ (Memorandum of Agreement -MOA) ໂຄງການພັດທະນາລາວແຊັດ ແລະ ລະບົບລະຫັດສຸຂະພາບ ແລະ ພິທີເຊັນບົດບັນທຶກຄວາມເຂົ້າໃຈ (Memorandum of Understanding-MOU) ໃນການສຶກສາຄວາມເປັນໄປໄດ້ໃນການພັດທະນາ ສູນກາງການແລກປ່ຽນຂໍ້ມູນຂ່າວສານຂອງພາກລັດ ພາຍໃນປະເທດ (Government Data Exchange ຫຼື GDX) ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ສິຣິຈະເລີນໄຊ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 11 ເມສາ ນີ້ ທີ່ນະຄອນຫຼວງວຽງຈັນ.

ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ. ໃນພິທີຄັ້ງນີ້, ທ່ານ ພູຂົງ ຈິດຮູບໂລກ ຫົວໜ້າຫ້ອງການ ກຕສ ໄດ້ຂຶ້ນມີຄຳເຫັນຕໍ່ພິທີວ່າ: ວຽກງານການຫັນເປັນທັນສະໄໝ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນ ຊຶ່ງວຽກງານເຕັກໂນໂລຊີ ແລະ ການສື່ສານ ໄດ້ກາຍເປັນຂະແໜງການປາຍແຫຼມປິ່ນອ້ອມໃຫ້ແກ່ວຽກງານໃນທຸກຂະແໜງການ ຊຶ່ງສະແດງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມຂອງສະພາແຫ່ງຊາດ ກໍໄດ້ຮັບຮອງເອົາວິໄສທັດການພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 20 ປີ, ຍຸດທະສາດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 10 ປີ ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດໄລຍະ 5 ປີ ຄັ້ງທີ 1.

ວຽກງານການພັດທະນາລະບົບພື້ນຖານໂຄງລ່າງ ແລະ ການນຳໃຊ້ລະບົບດີຈີຕອນກໍເປັນວຽກໜຶ່ງທີ່ນອນໃນ 8 ຍຸດທະສາດຂອງແຜນການພັດທະນາເສດຖະກິດດີຈີຕອນແຫ່ງຊາດໄລຍະ 10 ປີ.

ໄລຍະຜ່ານມາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມມືກັບຫຼາຍພາກສ່ວນເພື່ອຊຸກຍູ້, ສົ່ງເສີມ ການພັດທະນາວຽກງານດັ່ງກ່າວ ລວມທັງການຮ່ວມມືກັບ ບໍລິສັດ ສິຣິຈະເລີນໄຊ ຈຳກັດ ໃນການພັດທະນາ ແອັບພລິເຄເຊິນ ລາວແຊັດ ຊຶ່ງຖືໄດ້ວ່າເປັນວຽກບຸລິມະສິດໜຶ່ງ ຂອງການຫັນເປັນທັນສະໄໝຂອງລັດຖະບານ ແລະ ການບໍລິການຂອງພາກລັດ ສູ່ສັງຄົມ ແລະ ປະຊາຊົນລາວ ຊຶ່ງຈະສະແດງເຖິງລັກສະນະຊາດ ແລະ ການເພິ່ງຕົນເອງທາງດ້ານການພັດທະນາ ແລະ ບໍລິການລະບົບການຕິດຕໍ່ສື່ສານ ແລະ ແລກປ່ຽນຂໍ້ມູນກັນຂອງປະຊາຊົນລາວຜ່ານແອັບລາວແຊັດດັ່ງກ່າວ.

ນອກຈາກການນຳໃຊ້ໃນການສື່ສານ ແລະ ແລກປ່ຽນຂໍ້ມູນຂ່າວສານກັນແລ້ວ ຍັງສາມາດເຊື່ອມໂຍງຂໍ້ມູນ ແລະ ການບໍລິການຂອງຂະແໜງການຕ່າງໆຂອງພາກລັດໃນອະນາຄົດ ເປັນຕົ້ນແມ່ນການເຂົ້າຫາລະບົບລະຫັດສຸຂະພາບ (Lao Green Code) ຊຶ່ງສາມາດເຊື່ອມໂຍງຂໍ້ມູນຂະແໜງສາທາລະນະສຸກຜ່ານແອັບ LaoKYC, ການເສຍພາສີທີ່ດິນ, ການຂຶ້ນທະບຽນແຮງງານຕ່າງດ້າວ, ການຂົນສົ່ງ ແລະ ການບໍລິການອື່ນໆ.

ທ່ານ ສຸລິໄຊ ໄຊຍະສານ ຜູ້ອໍານວຍການໃຫຍ່ ບໍລິສັດ ສິຣິຈະເລີນໄຊ ຈໍາກັດ ໄດ້ກ່າວໃຫ້ຮູ້ວ່າ: ແອັບ ລາວແຊັດ ຈະເປັນແອັບຕິດຕໍ່ສື່ສານທີ່ເປັນຂອງຄົນລາວເອງ ເພື່ອຫຼຸດຜ່ອນການເພິ່ງພາການນໍາໃຊ້ແອັບຂອງຕ່າງປະເທດທີ່ມີຖານຂໍ້ມູນຢູ່ຕ່າງປະເທດ. ໃນອະນາຄົດອັນໃກ້ນີ້ ບໍລິສັດ ຈະພັດທະນາ ແລະ ເພີ່ມການບໍລິການຕ່າງໆໃນແອັບລາວແຊັດໃຫ້ຫຼາຍຂຶ້ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ຊົມໃຊ້ ເປັນຕົ້ນແມ່ນການຈອງໂຮງແຮມ, ຮ້ານອາຫານ, ຈອງປີ້ລົດເມ-ປີ້ຍົນ, ລົງທະບຽນເພື່ອຮັບບັດແຮງງານ, ຊຳລະຄ່າສິນຄ້າ ແລະ ບໍລິການຕ່າງໆ ແລະ ບໍລິການອື່ນໆທີ່ຄົບຖ້ວນໃນແອັບດຽວ ໂດຍແນໃສ່ອຳນວຍຄວາມສະດວກໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການຂອງພາກລັດໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝ.

ບໍລິສັດມີຄວາມເຊື່ອໝັ້ນວ່າ ໃນອະນາຄົດ ແອັບ ລາວແຊັດ ຂອງພວກເຮົາ ຈະສາມາດພັດທະນາທຽບເທົ່າກັບແອັບສາກົນທີ່ນໍາໃຊ້ໃນປະເທດອື່ນໆ ເຊັ່ນ: Whatsapp, Line ແລະ WeChat ຊຶ່ງຈະເປັນຄວາມພູມໃຈໜຶ່ງຂອງຄົນລາວ ໃນການພັດທະນາທາງດ້ານເຕັກໂນໂລຊີດີຈີຕອນຕາມທິດທາງຫັນເປັນທັນສະໄໝຂອງລັດຖະບານ.ລົງນາມໃນພິທີຄັ້ງນີ້, ຕາງໜ້າໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍ ທ່ານ ພູຂົງ ຈິດຮູບໂລກ ແລະ ຕາງໜ້າ ບໍລິສັດ ສິຣິຈະເລີນໄຊ ຈໍາກັດ ໂດຍ ທ່ານ ສຸລິໄຊ ໄຊຍະສານ ຊຶ່ງມີການນໍາພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດດຽວກັນ ກໍໄດ້ມີພິທີເປີດນຳໃຊ້ ແອັບລາວແຊັດ (LoudChat) ຂຶ້ນຢ່າງເປັນທາງການ ທັງນີ້ກໍເພື່ອປະຕິບັດຕາມທິດທາງຫັນເປັນທັນສະໄໝຂອງລັດຖະບານ ໂຄງການພັດທະນາລະບົບແອັບ ລາວແຊັດ ແລະ ລະບົບລະຫັດສຸຂະພາບ Lao Green Code ຊຶ່ງແມ່ນໂຄງການຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ສິຣິຈະເລີນໄຊ ຈໍາກັດ ໂດຍຈັດຕັ້ງປະຕິບັດຕາມ MOU ສະບັບວັນທີ 27 ສິງຫາ 2021 ຊຶ່ງບໍລິສັດສາມາດພັດທະນາແອັບລາວແຊັດໄດ້ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ ໂດຍໄດ້ມີການທົດລອງນຳໃຊ້ແອັບຕົວຈິງໃນຕົ້ນເດືອນກຸມພາ 2022 ທີ່ຜ່ານມາ.

ແອັບລາວແຊັດ (LoudChat) ເປັນແອັບພລິເຄເຊິນສໍາລັບການຕິດຕໍ່ສື່ສານ (Instant Messaging App) ເປັນແອັບທໍາອິດຂອງ ສປປ ລາວ ທີ່ມີຟັງເຊິນການເຮັດວຽກຄ້າຍຄືກັບແອັບອື່ນໆ ເປັນຕົ້ນແມ່ນ: “Whatsapp”; “WeChat”… ທີ່ມີຟັງເຊິນພື້ນຖານໃນການຮັບສົ່ງຂໍ້ຄວາມເປັນໂຕໜັງສື, ຂໍ້ຄວາມສຽງ, ຮູບພາບ ແລະ ວິດີໂອ, ສາມາດໂທດ້ວຍສຽງ, ໂທວິດີໂອ ແລະ ໂທສົນທະນາແບບເປັນກຸ່ມ, ສາມາດແບ່ງປັນເອກະສານ (File Sharing) ແລະ ສະຖານທີ່ຕັ້ງ (Share Location). ນອກນັ້ນ, ກໍຍັງມີລະບົບລະຫັດສຸຂະພາບ (Lao creen code) ຊຶ່ງເປັນ mini app ທີ່ນອນໃນ ແອັບ LoudChat, ລະບົບດັ່ງກ່າວແມ່ນຖືກນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຄ້າຍຄືກັບລະບົບທີ່ນຳໃຊ້ຢູ່ໃນຫຼາຍປະເທດ ເຊັ່ນ:​ ລະບົບ TraceTogether ຂອງປະເທດສິງກະໂປ ແລະ ລະບົບ Green Code ໃນແອັບ Wechat ຂອງ ສປ ຈີນ.

ແຫຼ່ງຂ່າວ ແລະ ພາບ: ກຕສ

LEAVE A REPLY

Please enter your comment!
Please enter your name here