ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງວຽງຈັນ ມອບລົດຮຸນໄດຄືນເຈົ້າຂອງເດີມ

0
948

ຕາມການລາຍງານຂອງ Viengchan Police newsໃຫ້ຮູ້ວ່າ: ໃນວັນທີ 11 ເມສາ 2022 ນີ້ ເຈົ້າໜ້າທີ່ພະແນກຕຳຫຼວດສຶບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ໄດ້ມອບລົດຮຸນໄດຄືນເຈົ້າຂອງເດີມ ເຊິ່ງລົດຄັນດັ່ງກ່າວແມ່ນລົດຂອງທ່ານ ຫງຽນຫວັນຮົນ ອາຍຸ 32 ປີ ອາຊີບຄ້າຂາຍ ພັກເຊົາຢູ່ບ້ານໂພນແຮ່ ເມືອງທຸລະຄົມ ແຂວງວຽງຈັນ ທີ່ຖືກຄົນບໍ່ດີລັກໄປໃນຄັ້ງວັນທີ 1 ມີນາ 2022.

ໃນວັນວັນທີ 2 ມີນາ 2022 ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ໄດ້ລົງປະຈຳປ້ອມດ່ານບ້ານດົງ ເມືອງທຸລະຄົມ ແຂວງວຽງຈັນ ເພື່ອກວດກາການສັນຈອນ ໃນນັ້ນໄດ້ລັດກວດລົດຮຸນໄດສີປອນເງີນ ບໍ່ຕິດປ້າຍທະບຽນ ຜ່ານການກວດກາເອກະສານເຫັນວ່າເອກະສານລົດຄັນດັ່ງກ່າວບໍ່ມີ, ເຈົ້າໜ້າທີ່ຈຶ່ງຂໍອະນຸຍາດກັກລົດຄັນດັ່ງກ່າວໄວ້ຊົ່ວຄາວ ແລ້ວເອົາມາຮັກສາໄວ້ຢູ່ພະແນກຈະລາຈອນ ກອງບັນຊາການ ປກສ ແຂວງວຽງຈັນ ເພື່ອກວດກາຄືນຄວາມຖືກຕ້ອງ.

ມາຮອດວັນທີ 3 ມີນາ 2022 ເຈົ້າຂອງລົດຮຸນໄດຄັນດັ່ງກ່າວໄດ້ນຳບົດບັນທຶກຮັບແຈ້ງຄວາມລົດຮຸນໄດເສຍຄັ້ງວັນທີ 1 ມີນາ 2021 ແລະ ປື້ມທະບຽນລົດມາຢັ້ງຢືນ ຢູ່ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ທາງເຈົ້າໜ້າທີ່ພວກເຮົາກໍ່ໄດ້ກວດກາເລກຈັກ, ເລກຖັງ ປະຫວັດຂຶ້ນທະບຽນແມ່ນຖືກຕ້ອງ ເຊິ່ງອອກຊື່ ທ້າວ ລໍ່ປາວລໍ່, ບ້ານທ່າດີນແດງໃຕ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໝາຍເລກທະບຽນ ກຈ 0751 ກໍາແພງນະຄອນຫຼວງວຽງຈັນ ທີ່ ທ່ານ ຫງຽນຫວັນຮົນ ຊື້ມານຳໃຊ້ເພື່ອສົ່ງເຄື່ອງໃນຮ້ານຂາຍເຄື່ອງກໍ່ສ້າງ.

ສະນັ້ນມາໃນວັນທີ 11 ເມສາ 2022 ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງວຽງຈັນ ຈຶ່ງໄດ້ນຳເອົາລົດຮຸນໄດຄັນດັ່ງກ່າວມາມອບຄືນໃຫ້ເຈົ້າຂອງເດີມ ຕາງໜ້າມອບລົດຈັກດັ່ງກ່າວໂດຍແມ່ນ ທ່ານ ພັທ ແສງເພັດ ສຸທຳມະວົງ ຫົວໜ້າພະແນກຕໍາຫຼວດສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ຕາງໜ້າຮັບໂດຍແມ່ນ ທ່ານ ຫງຽນຫວັນຮົນ ອາຊີບຄ້າຂາຍ ພັກເຊົາຢູ່ບ້ານໂພນແຮ່ ເມືອງທຸລະຄົມ ແຂວງວຽງຈັນ ໂອກາດດຽວກັນນີ້ເຈົ້າຂອງຊັບກໍ່ໄດ້ສະແດງຄວາມຂອບອົກຂອບໃຈມາຍັງເຈົ້າໜ້າທີ່ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຈົນສາມາດເກັບກູ້ລົດຄັນດັ່ງກ່າວຄືນມາໄດ້ ແລະ ທ່ານ ພັທ ແສງເພັດ ສຸທຳມະວົງ ຫົວໜ້າພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ຍັງໄດ້ຮຽກຮ້ອງໃຫ້ເຈົ້າຂອງຊັບຈົ່ງເອົາໃຈໃສ່ໃນການປົກປັກຮັກສາວັດຖຸສິ່ງຂອງທີ່ມີຄ່າໄວ້ໃຫ້ດີເພື່ອບໍ່ໃຫ້ຄົນບໍ່ດີສວຍໂອກາດລັກຊັບຂອງທ່ານພ້ອມນັ້ນຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່.

#ຂ່າວ ປກສ ແຂວງວຽງຈັນ: ຈັນດາລາ

LEAVE A REPLY

Please enter your comment!
Please enter your name here