ສາເຫດຫຼັກ ຍ້ອນຜູ້ຂັບຂີ່ລົດໃນຂະນະທີ່ມຶນເມົາ

0
721

ອີງຕາມການລາຍງານ ຂອງເຈົ້າໜ້າທີ່ ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃນວັນທີ 17 ເມສາ 2022 ຊາບວ່າ:

ໃນລະຫວ່າງວັນທີ 14-16 ເມສາ 2022 ຂອງບຸນປີໃໝ່ລາວ ພ.ສ 2565 ທົ່ວຂອບເຂດນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 23 ກໍລະນີ, ໃນນີ້ ມີຄົນເສຍຊີວິດ 7 ຄົນ, ຍິງ 2 ຄົນ ທຽບໃສ່ປີທີ່ຜ່ານມາ ຖືວ່າມີອຸບັດຕິເຫດເພີ່ມຂຶ້ນ 5 ກໍລະນີ ແຕ່ຄົນເສຍຊີວິດແມ່ນຫຼຸດລົງ 1 ຄົນ.

ຜົນເສຍຫາຍມີພາຫະນະເປເພເລັກໜ້ອຍ 16 ຄັນ, ສົມຄວນ 24 ຄັນ ໃຊ້ການບໍ່ໄດ້ 2 ຄັນ ມີຄົນໄດ້ ຮັບບາດເຈັບເລັກໜ້ອຍ 8 ຄົນ, ສົມຄວນ 15 ຄົນ, ສາຫັດ 6 ຄົນ.

ສຳລັບເມືອງທີ່ເກີດອຸບັດເຫດມີ: ເມືອງຈັນທະບູລີ, ໄຊທານີ, ເມືອງລະ 5 ລາຍ, ສີໂຄດຕະບອງ ໄຊເສດຖາ ເມືອງລະ 4 ລາຍ, ສີສັດຕະນາກ, ປາກງຶ່ມ ເມືອງລະ 2 ລາຍ ແລະ ຫາດຊາຍຟອງ 1 ລາຍ.

ສາເຫດຫຼັກ ທີ່ພາໃຫ້ເກີດອຸບັດຕິເຫດ ຍ້ອນຜູ້ຂັບຂີ່ລົດລະເມີດກົດລະບຽບການສັນຈອນ ຂັບຂີ່ໃນຂະນະທີ່ມຶນເມົາ ຂັບຂີ່ບໍ່ໃສ່ໝວກກັນກະທົບ, ຂັບຂີ່ໄວເກີນກຳນົດ ປ່ຽນທິດທາງເດີນ, ແຊງບໍ່ຮັບປະກັນ, ບໍ່ປ່ອຍສິດເວລາອອກສູ່ທາງໃຫຍ່, ລ່ວງໄຟແດງ, ລ່ວງປ້າຍຫ້າມ, ຈອດລົດຊະຊາຍ, ຂັບຂີ່ລົດເປັນພຶ່ງເປັນແຜ ແລະ ອື່ນໆ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here