ຮ່ວມໃຈ-ຮ່ວມພະລັງ ຂຶ້ນພິຊິດຈອມພູເບ້ຍ

0
936

ແຂວງໄຊສົມບູນ ສ້າງກິດຈະກຳຮ່ວມໃຈ-ຮ່ວມພະລັງ ຂຶ້ນພິຊິດຈອມພູເບ້ຍ

ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ໝູນວຽນມາບັນຈົບອີກວາລະໜຶ່ງ ກໍຄືສອງວັນປະຫວັດສາດປີສາມັກຄີລາວ-ຫວຽດນາມ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍ-ຄວາມສຳຄັນ ທາງປະຫວັດສາດ.

ໃນຕອນເຊົ້າຂອງວັນທີ 16 ເມສາ ຜ່ານມານີ້, ແຂວງໄຊສົມບູນ ໄດ້ສ້າງກິດຈະກຳຮ່ວມແຮງຮ່ວມໃຈ-ຮ່ວມພະລັງ ຂຶ້ນພິຊິດຈອມພູເບ້ຍ ໂດຍການນຳພາ ຂອງທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ມີທ່ານ ຫງວຽນ ແອງແທ່ງ, ຜູ້ອຳນວຍການບໍລິສັດ ແຮ່ທາດ ແລະ ຫລອມໂລຫະວຽງຈັນ ຈຳກັດຜູ້ດຽວ ທີ່ຂຶ້ນກັບກຸ່ມບໍລິສັດ ຮ່ວມມືເສດຖະກິດໂອເອກໂກ ສສ ຫວຽດ ນາມ ພ້ອມດ້ວຍຄະນະນຳແຂວງ ຕະຫລອດຮອດພາກ ສ່ວນຕ່າງໆ ພາຍໃນແຂວງ ເຂົ້າຮ່ວມຂະບວນຢ່າງຟົດຟື້ນ.

ການສ້າງກິດຈະກຳຄັ້ງນີ້ ກໍເພື່ອທົດສອບຄວາມມານະອົດທົນ ແລະ ຄວາມພາກພຽນພະຍາຍາມ ຂອງແຕ່ລະຄົນ ເພື່ອມຸ່ງໜ້າໄປໃຫ້ເຖິງຈຸດໝາຍ ໂດຍສະເພາະ ກໍຄືຈອມພູເບ້ຍ ຊຶ່ງເປັນພູທີ່ສູງທີ່ສຸດໃນລາວ ໂດຍມີຄວາມສູງໃນລະດັບ 2.820 ແມັດ, ມີທິວທັດທຳມະຊາດທີ່ສວຍສົດງົດງາມ ແລະ ພື້ນທີ່ເທິງເນີນພູ ຖືກປົກຄຸມໄປດ້ວຍມ່ານໝອກ ທີ່ໜ້າຕິດຕາຕຶງໃຈ ບວກກັບສະພາບອາກາດອັນບໍລິສຸດຜຸດຜ່ອງ ແລະ ໜາວເຢັນຕະຫລອດປີ. ນອກນັ້ນເທິງພູເບ້ຍ ຍັງຖືກອ້ອມຮອບໄປດ້ວຍຕົ້ນໄມ້ທີ່ປົກຫຸ້ມດ້ວຍຂົນ ແລະ ຕົ້ນດອກກຸຫຼາບລ້ານປີ ທີ່ເກີດແຊມຊອນເທິງຈອມພູ ຕາມທຳມະຊາດຢ່າງຫຼວງຫຼາຍ.

ການປະຊິດຈອມພູເບ້ຍຄັ້ງນີ້ ຍັງເປັນການສົ່ງເສີມວຽກ ງານການທ່ອງທ່ຽວ ຂອງແຂວງໄຊສົມບູນ ໃຫ້ເຕີບໃຫຍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ທັງປະກອບສ່ວນທີ່ສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕາມ 5 ທ່າແຮງ ທີ່ວາງໄວ້ ໃຫ້ປະກົດຜົນເປັນຈິງ. ພ້ອມທັງເປັນການໂຄສະນາເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຮັບຮູ້ເຖິງຄວາມອັດສະຈັນ, ຄວາມສວຍງາມຂອງພູເບ້ຍ ແລະ ເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ໃຫ້ມີຈຳນວນເພີ່ມຂຶ້ນໃນອະນາຄົດ.

ແຫຼງຂ່າວ: ຂປລ, Media Laos

LEAVE A REPLY

Please enter your comment!
Please enter your name here