ແຂວງເຊກອງ ເລັ່ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

0
612

ແຂວງເຊກອງ   ຈາກການທີ່ແຂວງເຊກອງ ເລັ່ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ຫຼາຍວຽກຈຸດສຸມມີປະສິດພາບຫຼາຍຂຶ້ນ ສົ່ງຜົນເຮັດໃຫ້ສາມາດປະຢັດງົບປະມານຂອງລັດໄດ້ເປັນຢ່າງດີ.

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ແຂວງເຊກອງ ກຳລັງຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢ່າງແຂງແຮງ, ທຸກວຽກງານການເຄື່ອນໄຫວຂອງອົງຄະນະພັກແຂວງ, ຄະນະພັກເມືອງ, ຂະແໜງການຕ່າງໆໄດ້ເອົາວາລະແຫ່ງຊາດມາເປັນຕົວຕັ້ງ, ເລັ່ງຫາລາຍຮັບໃຫ້ໄດ້ຫຼາຍ, ຕ້ານການຮົ່ວໄຫຼຂອງລາຍຮັບ ແລະ ປັບປຸງກົນໄກແບບແຜນວິທີເຮັດວຽກຂອງຂະແໜງການເງິນ,ພະແນກການເງິນ, ສ່ວຍສາອາກອນ ແລະ ຂະແໜງການຕ່າງໆທີ່ມີລາຍຮັບຕ້ອງເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບໃນການແກ້ໄຂບັນຫາຢ່າງແທ້ຈິງ.

ປັດຈຸບັນ, ກຳລັງເລັ່ງແຕ່ງຕັ້ງຄະນະຮັບຜິດຊອບຮີບໂຮມຖອດຖອນພາຫານະ ແລະ ປະຕິບັດຕາມດໍາລັດວ່າດ້ວຍ ລົດຂອງລັດຖະບານ ໂດຍເລີ່ມຈາກຂະແໜງການກ່ອນ, ຈາກນັ້ນກໍໄດ້ຈັດສັນຄືນໃໝ່ຕາມນະໂຍບາຍຂອງລັດຖະບານ ແລະ ຄາດວ່າ ກາງປີ ຫຼື ທ້າຍປີຈະເປັນຮູບປະທໍາ ແລະ ອີກໜຶ່ງນິຕິກໍາທີ່ສໍາຄັນ, ອົງການປົກຄອງແຂວງເຊກອງ ໄດ້ແຕ່ງຕັ້ງຄະນະຊຸກຍູ້ຊີ້ນໍາການປະຕິບັດວາລະແຫ່ງຊາດ ຈະບໍ່ມີຄະນະກໍາມະການ ໂດຍໃຫ້ທຸກຂະແໜງການ, ທຸກພາກສ່ວນຮັບຜິດຊອບເຮັດທັງໝົດ ໂດຍຖືເອົາມາດຕະການຕ້ານ ແລະ ສະກັດກັ້ນການຮົ່ວໄຫຼງົບປະມານ ເປັນບຸລິມະສິດອັນດັບໜຶ່ງ ຄືສໍາຫຼວດຂຶ້ນບັນຊີຫົວໜ່ວຍທຸລະກິດ ຫຼື ຖານລາຍຮັບຄືນໃໝ່ ໂດຍເລັ່ງໃສ່ຫົວໜ່ວຍທຸລະກິດຂະໜາດໃຫຍ່ທີ່ລັດຖະບານອະນຸຍາດມາລົງທຶນຢູ່ແຂວງ ເປັນຕົ້ນ ໂຄງການຂຸດຄົ້ນບໍ່ຖ່ານຫີນ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນ ທີ່ຈະສໍາເລັດທ້າຍປີນີ້, ໂຄງການກໍ່ສ້າງສ້ອມແປງເຂື່ອນເຊຂະໝານ 3, ໂຄງການກໍ່ສ້າງເຂື່ອນໄຟຟ້າຫວ້ຍລະແງ, ໂຄງການຂຸດຄົ້ນບໍ່ຄໍາລາວກະລຶມ.

ນອກນີ້ ຍັງມີໂຄງການເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່, ໂຄງ ການເຂື່ອນໄຟຟ້າຫ້ວຍລໍາພັນນ້ອຍ, ໂຄງການພັດທະນາກະສິກໍາ ແລະ ໂຄງການຢາງພາລາ.

ທ່ານ ເຈົ້າແຂວງເຊກອງ ຍັງໃຫ້ຮູ້ອີກວ່າ: ນອກຈາກສໍາຫຼວດຖານລາຍຮັບຄືນໃໝ່ແລ້ວ, ແຂວງເຊກອງ ຍັງໄດ້ສຸມໃສ່ຄຸ້ມຄອງລາຍຈ່າຍ ໂດຍເນັ້ນໃສ່ການປະຢັດມັດທະຍັດ, ຕ້ານການຟຸມເຟືອຍ ໂດຍສະເພາະບັນຫາການຮັບແຂກ, ກອງປະຊຸມ ແລະ ໄປຕ່າງປະ ເທດ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here