ແຂວງເຊກອງ ແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ຫຼາຍກວ່າ 200 ຄັນ

0
606

ເຊກອງແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍໄດ້ 215 ຄັນ.

ແຂວງເຊກອງ ແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າຫມາຍໄດ້ 215 ຄັນພາຍຫຼັງປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ, ຄໍາແນະນໍາຂອງລັດຖະມົນຕີກະຊວງການເງິນ ແລະ ການຕົກລົງຂອງເຈົ້າແຂວງໆເຊກອງໃຫ້ແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ, ເຊິ່ງພາສີປະຈຳແຂວງເຊກອງ ສາມາດສະສາງໄດ້ 215 ຄັນ ແລະ ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ 3,5 ຕື້ກວ່າກີບ.

ອີງຕາມການໃຫ້ສຳພາດຂອງທ່ານ ແກ້ວອໍາພອນ ແສງນວນຈັນ ຫົວໜ້າພາສີປະຈໍາແຂວງເຊກອງ ໃຫ້ຮູ້ວ່າ: ພວກເຮົາໄດ້ເລີ່ມປະຕິບັດແຕ່ກາງເດືອນພະຈິກ 2021 ແລະ ມາຮອວັນທີ 31 ມີນາ 2022 ໂດຍຕາມການຂຶ້ນບັນຊີມີ367 ຄັນ. ໃນນີ້, ລົດໃຫຍ່ 176 ຄັນ ແລະ ລົດຈັກ 191 ຄັນ, ສາມາດສະສາງໄດ້ 215 ຄັນ.

ໃນນີ້, ລົດໃຫຍ່ 143 ຄັນ, ລົດຈັກ 72 ຄັນ ແລະ ເກັບຄ່າພາສີ–ອາກອນໄດ້ 3,57 ຕື້ກວ່າກີບ.

ແນວໃດກໍດີແຕ່ເດືອນເມສາຫາເດືອນມິຖຸນາ, ອົງການປົກຄອງແຂວງເຊກອງເນັ້ນໃຫ້ຄະນະກໍາມະການຮັບຜິດຊອບເລັ່ງແກ້ໄຂບັນຫາການນໍາເຂົ້າພາຫະນະທີ່ບໍ່ຖືກຕ້ອງໃນໄລຍະຜ່ານມາໃຫ້ຂາດຕົວ.

ແຫຼ່ງຂ່າວ: ກະຊວງການເງິນ

LEAVE A REPLY

Please enter your comment!
Please enter your name here