ຈັບດໍາເນີນຄະດີ! ໃຊ້ເຮືອນເປັນບ່ອນຂາຍຢາບ້າ

0
993

ໃຊ້ເຮືອນເປັນບ່ອນຂາຍຢາບ້າຖືກຈັບດໍາເນີນຄະດີພ້ອມພັກພວກຮ່ວມຂະບວນການ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ນາງ ແສງມະນີຈັນ ຫຼື ເໝີຍ ອາຍຸ 30 ປີ ປະຊາຊົນ ຢູ່ບ້ານ ຖິ່ນຕົມ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຊ້ເຮືອນເປັນບ່ອນຈໍາໜ່າຍຄ້າຂາຍຢາບ້າ ໃຫ້ກັບປະຊາຊົນຢູ່ພາຍໃນບ້ານ ຖືກເຈົ້າໜ້າທີ່ ປກສ ເມືອງ ຫາດຊາຍຟອງ ຈັບຕົວດໍາເນີນຄະດີ ພ້ອມພັກພວກຮ່ວມຂະບວນການ 2 ຄົນ ລວມຂອງກາງຢາບ້າ 5 ພັນກວ່າເມັດ.

ວີດີໂອຂ່າວ: https://fb.watch/cvxyDDBKgJ/

ພັທ ທັດສະພົງ ຫວັນມະນີຈັນ ຮອງກອງບັນຊາການ ປກສ ເມືອງ ຫາດຊາຍຟອງ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ປກສ ເມືອງຫາດຊາຍຟອງ ຈຶ່ງລະດົມໃຫ້ພໍ່ແມ່ປະຊາຊົນມີສ່ວນຮ່ວມໃນການແກ້ໄຂຢາເສບຕິດ ຈາກນັ້ນໃນຕົ້ນເດືອນ ເມສາ 2022 ໄດ້ມີພົນລະເມືອງດີແຈ້ງຫາເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ເຂດບ້ານ ຖິ່ນຕົມ ເມືອງ ຫາດຊາຍຟອງ ຈຶ່ງແຕ່ຕັ້ງກຳລັງວິຊາສະເພາະ ລົງເກັບກຳຂໍ້ມູນ ເພື່ອພິສູດແຫຼງຂ່າວ.

ຜ່ານການລົງເກັບກຳຂໍ້ມູນເຫັນວ່າແມ່ນມີມູນຄວາມຈິງແທ້ ຈຶ່ງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງແກ້ໄຂໃນວັນທີ 18 ເມສາ 2022 ສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ຍິງ 1 ຄົນຄື: ນາງ ແສງມະນີຈັນ ຫຼື ເໝີຍ ອາຍຸ 30 ປີ ມີຂອງກາງຢາບ້າຈໍານວນ 479 ເມັດ ແລະ ທ້າວ ນົນທະໄຊ ຫຼື ຕົ້ນ ອາຍຸ 20 ປີ ອາຊີບ ປະຊາຊົນຢູ່ບ້ານດຽວກັນ ມີຂອງກາງຢາບ້າ 12 ເມັດ.

ພາຍຫຼັງເຈົ້າໜ້າທີ່ຈັບຕົວໄດ້ ນາງ ເໝີຍ ຈຶ່ງຮັບສາລະພາບວ່າ ຢາບ້າທີ່ນໍາມາຂາຍແມ່ນຊື້ນຳທ້າວ ພຽດ ອາຍຸ 35 ປີ ຢູ່ບ້ານ ທ່າເດື່ອ ເມືອງ ຫາດຊາຍຟອງ; ຈາກນັ້ນ, ຮອດເວລາ 19:30 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ຈຶ່ງ ນໍາກຳລັງເຂົ້າຈັບກຸມ ທ້າວ ພຽດ ຢູ່ເຮືອນພ້ອມທັງກວດຄົ້ນພົບຂອງ ກາງຢາບ້າ 4.865 ເມັດ.

LEAVE A REPLY

Please enter your comment!
Please enter your name here