ມ້າງເຄື່ອຄ່າຍຄະດີຢາເສບຕິດລາຍໃຫຍ່ ພ້ອມຂອງກາງຈຳນວນຫຼາຍ

0
1076

ຊົມເຊີຍເຈົ້າໜ້າທີ່ ປກສ ເມືອງໄຊທານີ ມ້າງເຄື່ອຄ່າຍຄະດີຢາເສບຕິດລາຍໃຫຍ່.

ຕາມການລາຍງານ ຂອງຄວາມສະຫງົບ ໃຫ້ຮູ້ວ່າ: ວັນທີ 21 ເມສາ 2022 ທີ່ກອງບັນຊາການ ປກສ ເມືອງໄຊທານີ, ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ຊີ້ນຳວຽກງານຕຳຫຼວດ ໄດ້ໃຫ້ຮູ້ວ່າ: ໃນວັນທີ 16 ມີນາ 2022, ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງ ສາມາດມ້າງເຄື່ອຄ່າຍຂະບວນການຄ້າຂາຍຢາເສບຕິດ ໄດ້ຢູ່ 5 ຈຸດ, ຈັບໄດ້ຜູ້ຖືກຫາທີ່ກ່ຽວພັນກັບການຊື້ຂາຍຢາເສບຕິດໄດ້ 6 ຄົນ ແລະ ຜູ້ມົ້ວສຸມຈຳນວນໜຶ່ງ.

ການມ້າງຄະດີຢາເສບຕິດຄັ້ງນີ້ ເຈົ້າໜ້າທີ່ສາມາດຢຶດຢາບ້າໄດ້ຈຳນວນ 471.465 ເມັດ, ຢາໄອສ໌ 6 ຖົງໃຫຍ່ ກັບ 3 ຖົງນ້ອຍ, ເຮໂຣອິນ 1 ຖົງນ້ອຍ, ປືນສັ້ນ 9ມມ 1 ກະບອກ ພ້ອມລູກປືນ 13 ລູກ, ລົດໃຫຍ່ 2 ຄັນ, ລົດຈັກ 3 ຄັນ, ເງິນ 6,400,000 ກີບ, 82,000 ບາດ, 1,000 ໂດຍລາ, ສາຍແຂນຄຳ 1 ເສັ້ນ, ແວນຄຳ 1 ວົງ, ສາຍຄໍຄຳ 1 ເສັນ.

ສຳລັບລາຍລະອຽດໜັງສືພິມຄວາມສະຫງົບ ຈະລາຍງານອີກຄັ້ງ.

LEAVE A REPLY

Please enter your comment!
Please enter your name here