ສາລະວັນ ສະຫຼຸບການແກ້ໄຂບັນຫາຢາເສບຕິດ

0
748

ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ 1 ນັບແຕ່ເດືອນກັນຍາ ຫາເດືອນທັນວາ 2021 ແລະ 3 ເດືອນຕົ້ນປີ 2022 ຂຶ້ນໃນວັນທີ 21 ເມສາ ນີ້ ທີ່ຫ້ອງປະຊຸມສະໂມສອນແຂວງ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ປະທານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີບັນດາພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນໄລຍະຜ່ານມາ, ແຂວງສາລະວັນ ໄດ້ເກັບກຳຂໍ້ມູນພື້ນຖານ ຢ່າງລະອຽດ ແລະ ຂຶ້ນເປົ້າໝາຍ ທີ່ພົວພັນກັບຢາເສບຕິດ ໃນປີ 2021 ມີທັງໝົດ 11 ພັນກວ່າຄົນ. ໃນນັ້ນ, ຜູ້ເສບ 6 ພັນກວ່າຄົນ, ຄ້າ-ຂາຍ 4 ພັນກວ່າຄົນ ຍິງ 324 ຄົນຊຶ່ງມີລາຍໃຫຍ່ 534 ຄົນ ຍິງ 36 ຄົນ, ກາງ 964 ຄົນ ຍິງ 164 ຄົນ ແລະ ລາຍຍ່ອຍ 3 ພັນກວ່າຄົນ ຍິງ 124 ຄົນ, ມີສະຖານທີ່ອຳນວຍຄວບຄຸມຄວາມສະດວກບ່ອນມົ້ວສຸມ 1 ພັນກວ່າຈຸດ. ມາຮອດເດືອນ 3 ປີ 2022 ຈຳນວນເປົ້າໝາຍທີ່ມີການພົວພັນກັບຢາເສບຕິດ ຫຼຸດລົງຍັງເຫຼືອ 5 ພັນກວ່າຄົນ. ໃນນັ້ນ, ຜູ້ເສບ 5 ພັນກວ່າຄົນ, ຄ້າ-ຂາຍ 704 ຄົນ ຊຶ່ງມີຜູ້ຄ້າ-ຂາຍ ລາຍໃຫຍ່ 40 ຄົນ, ກາງ 69 ຄົນ ຍິງ 6 ຄົນ ລາຍຍ່ອຍມີ 595 ຄົນ ຍິງ 8 ຄົນ.

ນັບແຕ່ເດືອນກັນຍາ 2021 ຫາ ເດືອນມີນາ 2022 ສາມາດມ້າງຄະດີຢາເສບຕິດໄດ້ 114 ເລື່ອງ, ກັກຜູ້ຖືກຫາໄດ້ທັງໝົດ 167 ຄົນ ຍິງ 11 ຄົນ, ຢຶດຂອງກາງ (ຢາບ້າ) 186.608 ເມັດ, ໂທລະສັບມືຖື 81 ໜ່ວຍ, ລົດຈັກ 28 ຄັນ, ລົດໃຫຍ່ 24 ຄັນ, ເງິນກີບ 290 ລ້ານກວ່າກີບ, ສະເພາະ 3 ເດືອນຕົ້ນປີ 2022 ມ້າງຄະດີໄດ້ 29 ເລື່ອງ, ກັກຜູ້ຖືກຫາໄດ້ 42 ຄົນ ຍິງ 2 ຄົນ, ຢຶດຂອງກາງໄດ້ທັງໝົດຄື: ຢາບ້າ 89.845 ເມັດ, ຢາໄອ 10 ຖົງນ້ອຍ, ໂທລະສັບມືຖື 39 ໜ່ວຍ, ລົດໃຫຍ່ 6 ຄັນ, ລົດຈັກ 8 ຄັນ, ເງິນ 261 ລ້ານກວ່າກີບ.

ສຳລັບທິດທາງຕໍ່ໜ້າສືບຕໍ່ກວດກາ ແລະ ຈັດຕັ້ງປະຕິບັດແຜນວຽກຕາມວາລະແຫ່ງຊາດ ແລະ ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມວຽກງານດັ່ງກ່າວ ໃຫ້ກັບບັນດາພະແນກການຕ່າງໆ, ອົງການຈັດຕັ້ງ ເປັນຜູ້ຈັດຕັ້ງປະຕິບັດ ແລະ ເອົາໃຈໃສ່ໂຄສະນາຜ່ານສື່ຕ່າງໆໃຫ້ສັງຄົມໄດ້ຮັບຮູ້, ສືບຕໍ່ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ, ປັບປຸງການຈັດຕັ້ງ ແລະ ຍົກລະດັບຄວາມສາມາດ ຂອງອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຮ່ວມືກັບຄະນະປະສານງານຢາເສບຕິດປະຈຳພື້ນທີ່ຕາມບໍລິເວນຊາຍແດນ ແລະ ບັນຫາອື່ນໆ.

(ຂ່າວ-ພາບ: ສິດຕາ ເພັດວົງສາ)

LEAVE A REPLY

Please enter your comment!
Please enter your name here