ເພື່ອພັດທະນາເຂດຊົນນະບົດຫ່າງໄກສອກຫຼີກ ທີ່ຍັງທຸກຍາກໃຫ້ໄດ້ຮັບການພັດທະນາ

0
838

ກອງປະຊຸມສະໄໝສາມັນຄັ້ງທີ 25 ຂອງສະພາບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ

ກອງປະຊຸມສະໄໝສາມັນຄັ້ງທີ 25 ຂອງສະພາບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ໄຂຂື້ນໃນຕອນເຊົ້າ ຂອງວັນທີ 22 ເມສາ 2022 ຜ່ານມາ ທີ່ນະຄອນຫລວງວຽງຈັນ. ກອງປະຊຸມ ເທື່ອນີ້ ແມ່ນມີຄວາມໝາຍ ຄວາມສໍາຄັນຫຼາຍ ເຊິ່ງໄດ້ໄຂຂຶ້ນ ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວທັງຊາດ ກໍາລັງຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຢ່າງເປັນຂະບວນຟົດຟື້ນ ທີ່ໄດ້ກໍານົດ 6 ເປົ້າໝາຍໃຫຍ່ ແລະ 25 ແຜນວຽກຈຸດສຸມ ໂດຍສະເພາະແມ່ນເປົ້າໝາຍທີ 3 ກ່ຽວກັບແຜນວຽກຈຸດສຸມ ເພື່ອພັດທະນາເຂດຊົນນະບົດຫ່າງໄກສອກຫຼີກ ທີ່ຍັງທຸກຍາກ ໃຫ້ໄດ້ຮັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ.

ກອງປະຊຸມ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປະລິນຍາເອກ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ປະທານສະພາບໍລິຫານ ທລຍ ພອ້ມດ້ວຍບັນດາ ຮອງລັດຖະມົນຕີຈາກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ່ານຮອງເຈົ້າແຂວງ 10 ແຂວງເປົ້າໝາຍທີ່ ທລຍ ໃຫ້ການສະໜັບສະໜູນ ເຊິ່ງເປັນກຳມະການສະພາບໍລິຫານ. ພິເສດໄດ້ມີຜູ້ຕາງໜ້າ ທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC) ຊຶ່ງລວມຜູ້ເຂົ້າຮ່ວມທັງໝົດ 75 ທ່ານ, ຍິງ 18 ທ່ານ.

ໃນກອງປະຊຸມ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ກອງທຶນຫລຸດຜອ່ນຄວາມທຸກຍາກ ໄດ້ລາຍງານ ຕໍ່ທີ່ປະຊຸມວ່າ: “ຕະຫຼອດໄລຍະ 18 ປີ ຜ່ານມາ (2003-2021) ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ-ລັດຖະບານ ກໍ່ຄືອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ແລະ ການສະໜັບສະໜູນຈາກອົງການສາກົນ ເພື່ອຊ່ວຍປັບປຸງເງື່ອນໄຂການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ໂດຍຜ່ານຂະບວນການມີສ່ວນຮ່ວມ ແລະ ຕັດສິນໃຈຂອງປະຊາຊົນ ໂດຍສະເພາະແມ່ຍິງ ແລະ ຊົນເຜົ່າ ໃນພື້ນທີ່ເປົ້າໝາຍທີ່ທຸກຍາກທຸລະກັນດານ ຢູ່ 11 ແຂວງ ຄື:

ຈໍາປາສັກ (ໄດ້ຖອນອອກໃນປີ 2011), ສາລະວັນ, ເຊກອງ, ອັດຕະປື, ສະຫວັນນະເຂດ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ຫຼວງພະບາງ, ອຸດົມໄຊ ກວມເອົາທັງໝົດ 55 ເມືອງ ເທົ່າກັບ 37% ຂອງເມືອງທັງໝົດໃນທົ່ວປະເທດ (148 ເມືອງ) ໃນນັ້ນ 44 ເມືອງ ທີ່ນອນໃນ 47 ເມືອງ ແລະ 72 ເມືອງທຸກຍາກ ແລະ ທຸກທີ່ສຸດ ໃນປີ 2002. ປະກອບມີ 413 ກຸ່ມບ້ານ, ກວມເອົາ 2.841 ບ້ານ, ມີ 2.262 ບ້ານ ທີ່ເປັນບ້ານທຸກຍາກທີ່ສຸດ ແລະ ກວມເອົາປະຊາກອນທັງໝົດຫຼາຍກວ່າ 1.3 ລ້ານຄົນ.

ແຫຼ່ງຂ່າວ ແລະ ຮູບພາບຈາກ: ທລຍ

LEAVE A REPLY

Please enter your comment!
Please enter your name here