ມອບລາຍ​ຮັບ​ທັງ​ໝົດ​ໃຫ້​ລັດ​ຖະ​ບານ​ລາວ​ ກວ່າ 40,84 ລ້ານໂດ​ລາ​ໃນ​ປີ 2021

0
824

ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ມອບລາຍ​ຮັບ​ທັງ​ໝົດ​ໃຫ້​ລັດ​ຖະ​ບານ​ລາວ​ ກວ່າ 40,84 ລ້ານໂດ​ລາ​ສະ​ຫະ​ລັດ ໃນ​ປີ 2021

20 ເມ​ສາ 2022 – LXML ມອບ​ເງິນ ຈຳ​ນວນ​ 5.582.907,81 ໂດລາ​ສະ​ຫະ​ລັດ ສຳ​ລັບ​ຄ່າຊັບ​ພະ​ຍ​າ​ກອນ​ແຮ່​ທາດ​ ໄຕຼ​ມາດ​ທີ 4 ​ປີ 2021 ຈາກ ການ​ຜະ​ລິດ-ຈຳ​ໜ່າຍ​ໂລ​ຫະ​ຄຳ ແລະ ທອງ (ລວມ​ທັງ​ໝົດກວ່າ 17,24 ລ້ານໂດ​ລາ​ສະ​ຫະ​ລັດ ໃນ​ປີ 2021), ຊຶ່ງ​ລວມຍອດ​ລາຍ​ຮັບ​ມອບ​ໃຫ້​ແກ່​ລັດ​ຖະ​ບານ ສ​ປ​ປ ລາວ ໃນ​ສົກ​ປີ 2021 (ລວມ​ທັງ​ອາ​ກອນ​ຕ່າງໆ ແລະ ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ) ກວ່າ 40,84 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ທ່ານ ພຸດ​ທະ​ສິນ ເຮືອງ​ທະ​ວົງ, ຫົວ​ໜ້າ​ກົມຄຸ້ມ​ຄອງ​ຊັບ​ສິນແຫ່ງລັດ, ກະ​ຊວງ​ການ​ເງິນ (ຂວາ) ໄດ້ຮັບ ​ຄ່າຊັບ​ພະ​ຍ​າ​ກອນ​ແຮ່​ທາດ​ ຈາກ ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫ​ຍ່ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ (ລ​ຊມ​ລ) ໂດຍ​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ ​ຫົວ​ໜ້າ​ພະ​ແນກ​ຂອງ​ກະ​ຊວງ​ການ​ເງິນ ທ່ານ ວົງ​ພະ​ສິດ ສີ​ລາ​ວົງ, ​ໜ່ວຍ​ງານ​ຄຸ້​ມຄ​ອງ​ຊັບ​ພະ​ຍາ​ກອນ ທ່ານ​ນາງ ມີ​ນາ​ລັດ ພັດ​ມະ​ນີ​ຈັນ ແລະ ວິ​ຊາ​ການ​ພະ​ແນກ ທ່ານ ສຸກ​ສັນ ວັນ​ນະ​ລາດ, ຫົວ​ໜ້າ​ພົວ​ພັນ​ພາຍນອກ ຂອງ ລ​ຊມ​ລ ທ່ານ​ນາງ ດາວ​ມະ​ນີ ຈັນ​ພະ​ແກ້ວ ແລະ ຮອງ​ຫົວ​ໜ້າ​ພົວ​ພັນ​ພາຍນອກ ທ່ານ​ນາງ ປາ​ນີ ສີ​ວົງ​ຄຳ​ຈັນ ກໍ່​ໄດ້​ເຂົ້າ​​ຮ່ວມ. 

ນັບ​ເປັນ​ນິ​ມິດ​ໝາຍ​ທີ່​ດີ ທີ່​ທ​າງຂັ້ນ​ສູນ​ກາງ​ໄດ້​ເລີ່ມ​ຕົ້ນມີ​ການ​ກະ​ຈາຍ​ລາຍຮັບ​ລົງ​ສູ່​ທ້ອງ​ຖິ່ນ ຊຶ່ງ​ທາງ​ກົມ​ຄຸ້ມ​ຄອງຊັບ​ສິນ​ແຫ່​ງ​ລັດ ກໍ່​ໄດ້​ໃຫ້​ຊາບ​ວ່າ ລາຍ​ຮັບ​ຈາກ​ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ​ໃນ​ສົກ​ປີ 2021 ແມ່ນ​ໄດ້​ຖືກ​ແບ່ງ​ປັນ​ລົງ​ສູ່​ແຂວງ​ສະ​ຫວັນ​ນະ​ເຂດ​ປະ​ມານ 7,5 ລ້ານ​ໂດ​ລາ​ສະ​ຫະ​ລັດ ຊຶ່ງ​ໄດ້​ກາຍເປັນ​ຄວາມ​ພາກ​ພູມ​ໃຈ​ຂອງ​ຜູ້​ພັດ​ທະ​ນາກໍ່​ຄື​ບໍ​ລິ​ສັດ ລ​ຊມ​ລ ແລະ ແຂວງ​ສະ​ຫວັນ​ນະ​ເຂດກໍ່​ຄື​ແຂວງ​ເຈົ້າ​ພາບ.

ນັບຕັ້ງແຕ່​ເລີ່ມ​ມີການ​ຂຸດ​ຄົ້ນ-ປຸງ​ແຕ່ງ-​ຜະ​ລິດ​ຄຳ-ທອງ ມາ​ແຕ່​​ປີ 2003 ເປັນ​ຕົ້ນ​ມາ, ​ທາງບໍ​ລິ​ສັດ ລ້ານ​ຊ້າງ​ ມີ​ເນ​ໂຣນ​ສ໌​ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ປະ​ກອບ​ສ່ວນພັນ​ທະ​ຂອງ​ຕົນ​ທີ່​ເປັນ​ ລາຍ​ຮັບ​ໂດຍ​ກົງໃຫ້ແກ່​ລັດ​ຖະ​ບານ​ ແຫ່ງ ສ​ປ​ປ ລາວ ​ເປັນ​ເງິນ​ທັງໝົດ ຫຼາຍກວ່າ 1,6 ຕື້ໂດ​ລາ​ສະ​ຫະ​ລັດ ລວມ​ທັງ ຄ່າ​​ຊັບ​ພະ​ຍາ​ກອນ​ແຮ່​ທາດ​ທັງ​ໝົດຫຼາຍກ່​ວາ ​383 ລ້ານໂດ​ລາ​ສະ​ຫະ​ລັດ.

LEAVE A REPLY

Please enter your comment!
Please enter your name here