ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ

0
839

ການນຳຂັ້ນສູງຂອງລາວ ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຈ້ອງ ເງ້ຍ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ໃນວັນທີ 25 ເມສາ ທີ່ຫ້ອງວ່າການສູນກາງພັກ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 24-27 ເມສານີ້.

ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນດັ່ງກ່າວ ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ການມາຢ້ຽມຢາມຂອງຄະນະ ໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ຄັ້ງນີ້ ຍັງຢູ່ທ່າມກາງທີ່ສອງພັກ-ສອງລັດ ລາວ-ຫວຽດນາມ ກະກຽມຄວາມພ້ອມໃຫ້ແກ່ການສະເຫລີມສະຫລອງປີສາມັກຄີມິດຕະພາບ ກໍຄື ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງລາວ-ຫວຽດນາມ ຄົບຮອບ 45 ປີ ທີ່ຈະໝູນວຽນມາຮອດໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ.

ສະຫາຍ ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ພ້ອມນັ້ນຍັງໄດ້ລາຍງານຫຍໍ້ ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຊາບ ໂດຍສະເພາະຜົນຂອງການພົບປະ ແລະ ເຊັນສັນຍາຮ່ວມມືລະຫວ່າງຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ໄລຍະປີ 2022-2026.ໃນວັນດຽວກັນ, ສະຫາຍ ຫງວຽນ ຈ້ອງ ເງ້ຍ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ເຂົ້າຢ້ຽມຂ່ຳນັບ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຢ້ຽມຢາມພົບປະກັບ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here