3 ເດືອນ ອາກອນແຂວງເຊກອງ ເກັບລາຍຮັບໄດ້ເກືອບ 11 ຕື້ກວ່າກີບ

0
757

ອີງຕາມແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໄລຍະ 3 ເດືອນຕົ້ນປີ 2022 ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຂອງສ່ວຍສາອາກອນ ປະຈໍາແຂວງເຊກອງປະຕິບັດໄດ້ 10,9 ຕື້ກີບ.

ຂະນະທີ່ຕົວເລກໝົດປີສູງເຖິງ 70 ຕື້ກີບ ແລະ ຍັງອີກ 9 ເດືອນ ສ່ວຍສາອາກອນແຂວງ ເດືອນຕ້ອງເອົາຈິງເອົາຈັງທຸກໜ້າວຽກ ແລະ ສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນການທີ່ວາງໄວ້.ທ່ານ ສົມບູນ ພັນຈັນ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງເຊກອງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໂດຍສະເພາະ ການເກັບລາຍຮັບເຂົ້າງົບປະມານ ຂອງສ່ວຍສາອາກອນປະຈໍາແຂວງເຊກອງ ໃນໄລຍະຜ່ານມາ ແມ່ນໄດ້ນໍາເອົາທາງນະໂຍບາຍຂອງພັກ-ລັດ, ຂໍ້ກໍານົດກົດໝາຍເປັນບ່ອນອີງ ແລະ ໄດ້ສຶກສາອົບຮົມການເມືອງໃຫ້ພະນັກງານທຸກຄົນ ເອົາໃຈໃສ່ເຮັດໜ້າທີ່ຕາມພາລະບົດບາດ ເພື່ອຕ້ານ ແລະ ສະກັດກັ້ນການຮົ່ວໄຫລ ການເກັບລາຍຮັບງົບປະມານໃນທຸກຮູບແບບ.

ສໍາລັບການເກັບລາຍຮັບເຂົ້າງົບປະມານໃນປີ 2022 ສ່ວຍສາອາກອນປະຈໍາແຂວງເຊກອງໄດ້ຮັບຕົວເລກມອບໝາຍທັງໝົດ 70 ຕື້ກີບ, ທຽບໃສ່ແຜນປີ 2021 ເພີ່ມຂຶ້ນ 2% ໂດຍຜ່ານການປະຕິບັດໃນ 3 ເດືອນຜ່ານມາ ສາມາດເກັບໄດ້ 10,9 ຕື້ກີບເທົ່າກັບ 77,82% ທຽບໃສ່ແຜນປີເທົ່າກັບ 15,57% ໃນນີ້, ມີລາຍຮັບຈາກສ່ວຍສາອາກອນທາງກົງ 7 ຕື້ກວ່າກີບ; ລາຍຮັບຈາກສ່ວຍສາອາກອນທາງອ້ອມ 2 ຕື້ກວ່າກີບ ແລະ ລາຍຮັບຈາກຄ່າທໍາມນຽມ 326 ລ້ານກີບ.

ທ່ານ ສົມບູນ ພັນຈັນ ຍັງໃຫ້ຮູ້ອີກວ່າ: ເພື່ອຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານຕາມແຜນການທີ່ວາງໄວ້ ໃນ 9 ເດືອນ ສ່ວຍສາອາກອນ ຈະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ວຽກງານ, ສືບຕໍ່ຫົວໜ່ວຍທຸລະກິດທີ່ມີເປົ້າໝາຍເຂົ້າສູ່ໃນລະບົບອາກອນມູນຄ່າເພີ່ມ, ການເກັບລາຍຮັບຈາກຄ່າທໍານຽມການນໍາໃຊ້ທີ່ດິນເຂົ້າສູ່ລະບົບທັນສະໄໝ (ຜ່ານລະບົບທະນາຄານ); ສົມທົບກັບກົມສ່ວຍສາອາກອນ ເພື່ອສະເໜີຂໍໂຄງການທີ່ສູນກາງຄຸ້ມຄອງ ທີ່ມີພູດແບ່ງປັນລາຍຮັບ 50% ແຕ່ໂຄງການຕັ້ງຢູ່ແຂວງ ຫລື ວ່າສູນກາງຮັບຊ່ວຍມາຂຶ້ນກັບແຂວງໂດຍກົງ ເປັນລາຍຮັບຂອງແຂວງ 100%. ພ້ອມນີ້ ກໍຕ້ອງຫັນວຽກງານສ່ວຍສາອາກອນເປັນທັນສະໄໝ ໂດຍນໍາໃຊ້ເຄື່ອງມືໄອທີຕ່າງໆເຂົ້າຊ່ວຍໃນການປະຕິບັດໜ້າທີ່ວຽກງານ ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ຂໍ້ມູນຈາກ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here