ຮອງປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ

0
1095

ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ

ຕອບສະໜອງຕາມຄໍາເຊີນ ຂອງ ສະຫາຍ ນາງ ຫວໍ ຖິ ແອັງ ຊວັນ, ຮອງປະທານປະເທດ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດ ນາມ ຄະນະຜູ້ແທນຂັ້ນສູງ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຊຶ່ງນໍາໂດຍ ສະ ຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ໄດ້ເດີນທາງ ຢ້ຽມຢາມ ສາທາລະນະສັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ສັນທີ 25-27 ເມສາ 2022.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຖືກຈັດຂຶ້ນຢ່າງສົມກຽດ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ທີ່ສໍານັກງານປະທານປະເທດ, ໂດຍມີການເຂົ້າຮ່ວມຂອງຄະນະຜູ້ແທນ ຫວຽດນາມ ແລະ ລາວ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍ. ຫຼັງຈາກນັ້ນ, ສອງຮອງປະທານປະເທດ ໄດ້ພົບປະປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງກວ້າງ ຂວາງ, ເລິກເຊິ່ງ ແລະ ກົງໄປກົງມາ ກ່ຽວກັບສະພາບການອັນພົ້ນເດັ່ນຂອງແຕ່ລະປະເທດ, ສະພາບການພາກພື້ນສາກົນ, ການຮ່ວມມືສອງປະເທດ ແລະ ການຮ່ວມມື ລະຫວ່າງ ສອງຫ້ອງວ່າການປະທານປະເທດ.

ສອງຝ່າຍໄດ້ຕີລາຄາສູງ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ເຖິງວ່າ ຈະມີການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຍັງໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ບັນດາການຕົກລົງສອງຝ່າຍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ການນໍາຂັ້ນສູງສອງຝ່າຍໄດ້ ໄປມາຫາສູ່ກັນຢ່າງເປັນປົກກະຕິ. ສອງຝ່າຍຢືນຢັນຄືນ ທິດທາງການຮ່ວມມືໃນຕໍ່ໜ້າ ທີ່ການນໍາຂັ້ນສູງສອງປະເທດໄດ້ມີການຕົກລົງຮ່ວມ ກັນ ແລະ ເພີ່ມທະວີການຮ່ວມມືໃນການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງ ແລະ ເອກະສານຮ່ວມມືຕ່າງໆ ທີ່ສອງພັກ, ສອງລັດ ກໍ່ຄື ບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນ ມີຮ່ວມກັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

ພ້ອມກັນສະເຫຼີມສະ ຫຼອງ ປີສາມັກຄີມິດຕະພາບ 2022 ຢ່າງຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ; ເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ແກ່ສັງຄົມ ໂດຍສະເພາະຄົນຮຸ້ນໜຸ່ມໃຫ້ເຂົ້າໃຈ ກ່ຽວກັບມູນເຊື້ອສາຍພົວພັນພິເສດສອງຊາດ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ ນາມ ຄົບຮອບ 60 ປີ (5/9/ 1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ (18/7/ 1977-18/7/2022).

ໃນໂອກາດຢ້ຽມຢາມ ສສ ຫວຽດ ນາມ ໃນຄັ້ງນີ້, ສະຫາຍ ຮອງປະທານປະເທດ ປານີ ຢາທໍ່ຕູ້ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແລະ ສະຫາຍ ເວືອງ ດິ່ງ ເຫວະ, ປະທານສະພາແຫ່ງຊາດ, ຊຶ່ງບັນດາການພົບປະດັ່ງກ່າວແມ່ນເຕັມໄປດ້ວຍບັນຍາກາດອັນສະໜິດສະໜົມ ແລະ ຄວາມສາມັກຄີຖານສະ ຫາຍອ້າຍນ້ອງ. ພ້ອມນັ້ນ, ສະຫາຍ ຮອງປະທານປະເທດ ກໍໄດ້ພົບປະຢ້ຽມຢາມ ສະຫາຍ ຫງວຽນ ຖິ ກີມ ເງິນ, ອະດີດປະທານສະພາແຫ່ງຊາດ ແລະ ສະຫາຍ ຕ໋ອງ ຖິ ຝອງ, ອະດີດຮອງປະທານສະພາແຫ່ງຊາດ ທີ່ໄດ້ເຄີຍປະຕິບັດວຽກງານຮ່ວມກັນ, ແລະ ໄດ້ສືບຕ່ໍ່ເຄື່ອນໄຫວຢ້ຽມຢາມ ເພື່ອຖອດຖອນບົດຮຽນໃນການພັດທະນາ ແລະ ຫຼຸດຜ່ອນຄວາມທຸກຍາກ ຢູ່ແຂວງ ກວາງນິງ ແລະ ແຂວງຮ່າຢາງ.

LEAVE A REPLY

Please enter your comment!
Please enter your name here