ພົນລະເມືອງດີຊ່ວຍກັນຈັບຕົວຜູ້ກໍ່ເຫດຊິງຊັບ

0
1293

ຊົມເຊີຍ! ພົນລະເມືອງດີ ຊ່ວຍກັນຈັບຕົວຜູ້ກໍ່ເຫດຊິງຊັບ

ຕາມການລາຍງານ ຈາກປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພົນລະເມືອງດີ ຈັບຕົວຜູ້ກໍ່ເຫດຊິງຊັບດຶງໂທລະສັບ ຂອງພົນລະເມືອງ ຢູ່ໜ້າຮ້ານມິນີມາກ ເຂດບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈໍານວນ 3 ຄົນ ໃນວັນທີ 24 ເມສາ 2022, ຫຼັງຈັບໄດ້ແລ້ວ ສນ 1191 ສະພັງເມີກ ໄດ້ນໍາຕົວພວກກ່ຽວມາທໍາການສອບສວນ ດໍາເນີນຄະດີ.

ຜ່ານການສອບສວນ ເບື້ອງຕົ້ນຮູ້ວ່າ: ຜູ້ກໍ່ເຫດຊື່ ທ້າວ ອາພິສິດ ຢູ່ບ້ານໂນສະອາດ ເມືອງໄຊທານີ, ທ້າວ ອາລິຍະ ຢູ່ບ້ານຮ່ອງແຊງ ເມືອງຈັນທະບູລີ ແລະ ທ້າວ ອະພິສິດໄຊ ອາຍຸ 19 ປີຢູ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ທັງສາມຮັບສາລະພາບວ່າ: ໄດ້ລົງມືກໍ່ເຫດຍາດຊິງຊັບແທ້; ເຊິ່ງໃນມື້ກໍ່ເຫດ ໄດ້ນັດກັນໃຫ້ທ້າວ ອະພິສິດ ເປັນຄົນຂັບຂີ່ລົດຈັກເລາະຂອງເຂດ ນວ ເພື່ອຊອກຫາເປົ້າໝາຍ ພໍຮອດເຂດໜ້າຮ້ານ ມິນີມາກ ບ້ານສີວິໄລ ພົບເຫັນເປົ້າໝາຍເປັນເພດຍິງ ຈິ່ງໄດ້ລົງມືກໍ່ເຫດຍາດຊິງເອົາໂທລະສັບ ຈິ່ງຖືກປະຊາຊົນຢູ່ເຂດໃກ້ຄຽງຈັບຕົວ, ສ່ວນໝູ່ອີກ 2 ຄົນແມ່ນລໍຖ້າຢູ່ເຮືອນພັກແຫ່ງໜຶ່ງເຂດ ເມືອງໄຊເສດຖາ ນວ, ຈາກນັ້ນເຈົ້າໜ້າທີ່ຈິ່ງສືບຕໍ່ກັກຕົວ. ປັດຈຸບັນ ສນ 1191 ສະພັງເມີກ ໄດ້ນໍາສົ່ງພວກກ່ຽວທັງ 3 ພ້ອມຂອງກາງລົດຈັກເວບ 100 ໜຶ່ງຄັນ ໃຫ້ກອງບັນຊາກນ ປກສ ເມືອງໄຊທານີ ສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນ ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ໃຫ້ມີສະຕິຮັກສາຊັບສິນຂອງຕົນເອງ ເພື່ອບໍ່ໃຫ້ຕົກເປັນເຫຍື້ອຂອງກຸ່ມຄົນບໍ່ດີ.

ນອກຈາກນີ້ ຈົ່ງພ້ອມກັນປະຕິບັດພັນທະ ປະກອບສວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຖ້າພົບເຫັນເຫດການທີ່ມີຄວາມສ່ຽງເຮັດໃຫ້ເກີດປະກົດການຫຍໍ້ທໍ້ສາມາດແຈ້ງເຂົ້າເບີວອດແອັບ ປກສ ນວ 02028899774 ຫຼື ແຈ້ງຜ່ານຊ່ອງທາງເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here