ຍິງ 60 ປີ ຄ້າຂາຍຢາເສບຕິດ ຖືກຕັດອິດສະລະພາບ

0
1708

ຕາມການລາຍງານ ຂອງຄວາມສະຫງົບ ໃຫ້ຮູ້ວ່າ: ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງ ອາຍຸ 60 ປີ ຢູ່ບ້ານປາກກະດິງເຫນືອ ເມືອງປາກກະດິງ ແຂວງບໍລິ ຄໍາໄຊ ເຊິ່ງເປັນຫນຶ່ງໃນຄູ່ຮ່ວມຂະບວນການກ່ຽວກັບຄະດີ ທ້າວ ສີສຸກ ດາວເຮືອງ ຖືກຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນລົງໂທດຕັດອິດສະລະພາບຈໍາຄຸກຕະຫຼອດຊີວິດ ໃນສະຖານ ການຄ້າຂາຍຢາເສບຕິດ ແລະ ການຟອກເງິນ.

ຕາງຫນ້າ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ເປີດເຜີຍການກະທໍາຜິດຂອງ ນາງ ອຸໄລວັນ ຫຼື ເພັງ ໃນວັນທີ 3 ມີນາ 2022 ໃຫ້ຮູ້ວ່າ

ຈໍາເລີຍໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າ) ມາແຕ່ປີ 2010, ຢາບ້າທີ່ນໍາມາຂາຍແມ່ນຊື້ນໍາ ທ້າວ ຫນູເສີ ຢູ່ແຂວງອຸດົມໄຊ ຈໍານວນຫຼາຍຄັ້ງ ຄັ້ງລະ 10 ຫາ 200 ມັດ ແລະ ເມື່ອໄດ້ຢາບ້າແລ້ວ ກໍໄດ້ ເອົາໄປຂາຍໃຫ້ ນາງ ຕັ້ງ ນາຂະຈັດ.

ສ່ວນການຊື້-ຂາຍແຕ່ລະຄັ້ງ ນາງ ຕັ້ງ ແມ່ນຈະໂທລະສັບສັ່ງຊື້ຢາບ້ານໍາຈໍາເລີຍ.

ຈາກນັ້ນ, ຈໍາເລີຍຈຶ່ງ ໄດ້ໂທລະສັບສັ່ງຊື້ຢາບ້ານໍາ ທ້າວ ຫມຸເສີ ອີກເທື່ອຫນຶ່ງ ເພື່ອໃຫ້ເອົາຢາບ້າມາສົ່ງໃຫ້ໂດຍນໍາໃຊ້ລົດໂຕໂຍຕ້າ ຟໍຈູນເນີ ສີດໍາ ບໍ່ຈື່ຫມາຍເລກທະບຽນ ມາຮັບເອົາຈໍາເລີຍຢູ່ເຮືອນ; ພໍຂັບຂີ່ລົດໄປຮອດເຂດປ່າບ້ານເລົ່າຄາ ເມືອງຫີນບູນ ແຂວງຄໍາມ່ວນ, ຈໍາເລີຍໄດ້ບອກ ທ້າວ ຫມູເຕີ ຂົນຢາບ້າລົງຊກເຊື່ອງໄວ້ໃນປ່າແຄມ ທາງ ແລ້ວຈຶ່ງໂທລະສັບຫາ ນາງ ຕັ້ງ ໃຫ້ມາເອົາຢາບ້າຢູ່ຈຸດດັ່ງກ່າວ, ພາຍຫຼັງທີ່ ນາງ ຕັ້ງ ເອົາຢາບ້າໄປຂາຍ ຫມົດ ແລ້ວຈຶ່ງເອົາເງິນມາຈ່າຍໃຫ້ຈໍາເລີຍ ແລະ ຜູ້ກ່ຽວຈຶ່ງເອົາເງິນໄປຈ່າຍໃຫ້ ທ້າວ ຫມູເສີ.

ບາງຄັ້ງ ຈໍາເລີຍກໍຈະເປັນຄົນໄປເອົາເງິນຄ່າຢາເສບຕິດຢູ່ເຮືອນຂອງ ນາງ ຕັ້ງ ດ້ວຍຕົນເອງ ແລະ ບາງ ຄັ້ງກໍເອົາເງິນນໍາ ທ້າວ ຄໍາມວນ (ລູກນ້ອງຂອງ ນາງ ຕັ້ງ) ຈໍານວນຫຼາຍຄັ້ງ ຄັ້ງລະ 1.000.000 ບາດຫາ 2,000,000 ບາດ ໂດຍ ທ້າວ ແສງ (ຄົນໄທ) ເປັນຄົນຂັບລົດວີໂກ້ແຊ້ມ ສີດໍາ (ບໍ່ຈືປ້າຍທະບຽນ) ພາໄປ. ປັດຈຸບັນ, ລົດຄັນດັ່ງກ່າວໄດ້ເອົາໄປໃຊ້ຫນີ ທ້າວ ຫມູເຕີ ແລ້ວ; ນອກຈາກນັ້ນ, ໃນປີ 2012 ຈໍາເລີຍຍັງໄດ້ ຕິດຕໍ່ຫາ ທ້າວ ອາຢອງ (ຄົນມຽນມາ) ໃຫ້ເອົາຢາບ້າມາສົ່ງໃຫ້ ນາງ ຕັ້ງ ຈໍານວນ 3 ຄັ້ງ ໄດ້ເງິນຄ່າຕິດຕໍ່ | ທັງຫມົດ ຈໍານວນ 135.000 ບາດ.

ເດືອນມັງກອນ 2014, ຈໍາເລີຍໄດ້ຕິດຕໍ່ຊື້ຢາບ້ານໍາ ທ້າວ ອາປີງ ເຊິ່ນ ເຈົ້າຂອງຮ້ານຂາຍລົດມັງກອນ ຢູ່ບ້ານໂພນທັນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຈໍານວນ 50 ມັດ ເທົ່າກັບ 100.000 ເມັດ ໂດຍ ແມ່ນ ທ້າວ ອາປິງ ເຊິນ ເປັນຄົນເອົາຢາບ້າມາສົ່ງຢູ່ເຂດປ່າບ້ານດານຮີ ເມືອງຫີນບູນ ແຂວງຄໍາມ່ວນ ແລ້ວ ໂທລະສັບໃຫ້ ນາງ ຕັ້ງ ມາເອົາຢາບ້າຢູ່ຈຸດນັດສົ່ງດັ່ງກ່າວ ໃນລາຄາມັດລະ 83.000 ບາດ ແຕ່ໄດ້ເງິນພຽງ ຈໍານວນ 1,000,000 ບາດ ເພາະ ນາງ ຕັ້ງ ບອກວ່າເປັນຢາບ້າເກດບໍ່ດີ.

ຜ່ານມາ, ຈໍາເລີຍຍັງໄດ້ໂອນເງິນຄ່າຢາບ້າໃຫ້ ທ້າວ ອາປີງ ເຊິນ 2 ຄັ້ງ ຄື: ຄັ້ງທີ 1 ຈໍານວນ 100.000 ໂດລາສະຫະລັດ ແລະ ຄັ້ງທີ 2 ຈໍານວນ 96.130 ໂດລາສະຫະລັດ, ຕໍ່ມາປີ 2015 ຫາ . 2016, ຈໍາເລີຍໄດ້ໂທລະສັບສັ່ງຊື້ຢາບ້ານໍາ ທ້າວ ອ້ອຍ (ບໍ່ຮູ້ບ້ານຢູ່) ຢູ່ແຂວງອຸດົມໄຊ ຈໍານວນຫຼາຍຄັ້ງ ຄັ້ງ ລະ 100 ຫາ 300 ມັດ ໂດຍນັດສະຖານທີ່ຊື້-ຂາຍ ແມ່ນຢູ່ເສັ້ນທາງເຂດປ່າບ້ານເລົ່າຄາ ເມືອງຫີນບູນ ແຂວງຄໍາມ່ວນ ແລະ ເມື່ອຮອດສະຖານທີ່ນັດຫມາຍແລ້ວ ຈໍາເລີຍຈຶ່ງໂທລະສັບບອກໃຫ້ ນາງ ຕັ້ງ ມາຮັບເອົາ ຢາບ້າໂດຍຂາຍໃຫ້ ນາງ ຕັ້ງ ລາຄາມັດລະ 63.000 ຫາ 66.000 ບາດ (ຕິດຫນີ້) ພາຍຫຼັງໄດ້ຂາຍຢາບ້າ ຫມົດແລ້ວ ຈຶ່ງຈ່າຍເງິນກັນຕາມພາຍຫຼັງ.

ເມື່ອໄດ້ເງິນຈາກການການຢາບ້າແລ້ວ ຈໍາເລີຍຈຶ່ງເອົາເງິນໄປຈ່າຍໃຫ້ ທ້າວ ອ້ອຍ ຄັ້ງລະ 2.000.000 ຫາ 3.000.000 ບາດ, ສ່ວນສະຖານທີ່ຈ່າຍເງິນ ແມ່ນຢູ່ຕາມເສັ້ນທາງເລກ 13 ໃຕ້ ເຂດ ບ້ານປາກກະດິງເຫນືອ, ສໍາລັບເງິນທີ່ ນາງ ອຸໄລວັນ ຫຼື ເຜິ້ງ (ຈໍາເລີຍ) ໄດ້ມາຈາກການຄ້າຂາຍຢາເສບຕິດ ແຕ່ລະຄັ້ງ ແມ່ນໄດ້ເອົາໄປຊື້ທີ່ດິນຢູ່ນະຄອນຫຼວງວຽງຈັນ ຈໍານວນ 4 ຕອນ ແລະ ຢູ່ແຂວງບໍລິຄໍາໄຊ

ຈໍານວນ 7 ຕອນ; ພໍ່ມາຮອດວັນທີ 11 ມີນາ 2018 ຈໍາເລີຍຈຶ່ງຖືກເຈົ້າຫນ້າທີ່ຈັບຕົວ ແຕ່ບໍ່ມີຂອງກາງຢາ ເສບຕິດມາດໍາເນີນຄະດີຕາມກົດຫມາຍ.

ການກະທໍາຂອງ ນາງ ອຸໄລວັນ ຫຼື ເຜີ້ງ ແມ່ນໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າ) ມາແຕປີ 2010 ເຊິ່ງສະແດງອອກຄື: ຈໍາເລີຍ 3 ໄດ້ຕິດຕໍ່ຊື້ຢາບ້າຈາກຄົນທາງແຂວງພາກເຫນືອຂອງລາວ ແລະ ຊື້ ຈາກຄົນພະມ້າຈໍານວນຫຼາຍຄັ້ງ ຄັ້ງລະ 10 ມັດ ຫາ 300 ມັດ, ແລ້ວກໍເອົາມາຂາຍຕໍ່ກິນກໍາໄລໃຫ້ແກ່ ບຸກຄົນທົ່ວໄປ ຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງຄໍາມ່ວນ.

ເຖິງແມ່ນວ່າໃນເວລາຈັບຕົວຈໍາເລີຍນັ້ນ ຈະບໍ່ພົບຂອງກາງຢາເສບຕິດກໍຕາມ ແຕ່ຈໍາເລີຍກໍ່ໄດ້ໃຫ້ ການຮັບສາລະພາບແລ້ວວ່າ: ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດເພື່ອກິນກໍາໄລແທ້. ນອກຈາກນີ້, ໃນເວລາ ເຈົ້າຫນ້າທີ່ເຂົ້າມ້າງກຸ່ມເຄືອຄ່າຍ ທ້າວ ໄຊຊະນະ ແກ້ວພິມພາ ຢູ່ແຂວງຄໍາມວນ ຍັງໄດ້ພົບປຶ້ມບັນທຶກການ ຊື້-ຂາຍຢາເສບຕິດຢູ່ເຮືອນຂອງ ນາງ ຕັ້ງ (ນ້ອງເມຍຂອງ ທ້າວ ໄຊຊະນະ ແກ້ວພິມພາ) ກໍມີລາຍຊື່ຂອງ ນາງ ອຸໄລວັນ ເປັນລູກຄ້າທີ່ມີຫນີ້ຕ້ອງຮັບ ແລະ ຫນີ້ຕ້ອງສົ່ງຄ່າຢາເສບຕິດຢູ່ໃນປື້ມຫົວດັ່ງກ່າວ.

ໃນເວລາດໍາເນີນຄະດີຕໍ່ ທ້າວ ຄໍາມວນ ນ້ອຍອານົນ (ລູກນ້ອງຂອງ ນາງ ຕັ້ງ) ກໍໄດ້ໃຫ້ການຊັດທອດ ວ່າ: ທີ່ຜ່ານມາ ແມ່ນເຄີຍເອົາເງິນຄ່າຢາບ້າຈາກ ນາງ ຕັ້ງ ນາຂະຈັດ ໄປມອບໃຫ້ຈໍາເລີຍປະມານ 7 ຫາ 8 ຄັ້ງ ຄັ້ງລະ 1.000.000 ບາດ ຫາ 2.000.000 ບາດ. ຫຼັງຈາກໄດ້ເງິນຈາກການຄ້າຂາຍຢາເສບຕິດແລ້ວ ຈໍາເລີຍກໍນໍາເງິນໄປປ່ຽນຮູບ ໂດຍການນໍາໄປຊື້ທີ່ດິນຈໍານວນຫຼາຍຕອນເພື່ອປູກຢາງພາລາ, ນອກຈາກນີ້, ຍັງໄດ້ເປີດບັນຊີເງິນຝາກ ຢູ່ທະນາຄານຈໍານວນຫຼາຍບັນຊີ ແລະ ຫຼາຍສະກຸນເງິນ ເພື່ອເອົາເງິນທີ່ໄດ້ມາຈາກ ການຄ້າຂາຍຢາເສບຕິດເຂົ້າໃສ່ບັນຊີໄວ້ ແລະ ເພື່ອໃຫ້ບຸກຄົນທີ່ຄ້າຢາເສບຕິດໂອນເງິນຄ່າຢາເສບຕິດເຂົ້າ. ບັນຊີໃຫ້ຈໍາເລີຍ ເພື່ອປົກປິດເຊື່ອງອໍາທີ່ມາຂອງເງິນ ໂດຍເຮັດໃຫ້ເງິນທີ່ໄດ້ມາຈາກການກະທໍາຜິດນັ້ນ ຖືກຕ້ອງຕາມກົດຫມາຍ.

– ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ ພິຈາລະນາຕັດສິນລົງໂທດການກະທໍາຜິດຂອງຈໍາເລີຍ ຕາມມາດຕາ 2 ຂໍ້ 2 ວັກ 4 ຂອງກົດຫມາຍວ່າດ້ວຍ ການປັບປຸງ ມາດຕາ 146 ຂອງກົດຫມາຍອາຍາ ສະບັບປີ 2005 ແລະ ມາດຕາ 75,76 ຂອງກົດຫມາຍວ່າ ດ້ວຍຢາເສບຕິດ ສະບັບປີ 2013, ມາດຕາ 64 ວັກ 2 ຂອງກົດຫມາຍອາຍາ ສະບັບປີ 2005 ຄື: ລົງໂທດ ຕັດອິດສະລະພາບ ນາງ ອຸໄລວັນ ພາວິວົງກອນ ຫຼື ເຜິ້ງ ໃນຂໍ້ຫາການຟອກເງິນ 5 ປີ ແລະ ປັບໃຫມ 3% ຂອງມູນຄ່າເງິນທີ່ຝອກ, ລົງໂທດປະຫານຊີວິດຈໍາເລີຍ ໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ).

ໃນນັ້ນ, ລວມໂທດທັງຫມົດແລ້ວ ເຫັນວ່າ ໂທດປະຫານຊີວິດແມ່ນໂທດສູງສຸດ ຈຶ່ງເຫັນຄວນໃຫ້ ນາງ ອຸໄລວັນ ພາວິວົງກອນ ຫຼື ເຜິ້ງ ປະຕິບັດໂທດປະຫານຊີວິດ ແຕ່ເຫັນວ່າໃນເວລາດໍາເນີນຄະດີ ຈໍາເລີຍ ແມ່ນມີອາຍຸເກີນກວ່າ 60 ປີ ຈຶ່ງເປັນສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບໂທດທາງອາຍາ ຕາມມາດຕາ 64 ຂໍ້ 1 ແລະ ເຫັນຄວນວາງໂທດໃສ່ຈໍາເລີຍ ຕາມມາດຕາ 51 ວັກ 3 ຂອງປະມວນ ກົດຫມາຍອາຍາ ທີ່ໄດ້ກໍານົດໄວ້ວ່າ: ຫ້າມລົງໂທດປະຫານຊີວິດ ໃສ່ຜູ້ກະທໍາຜິດທີ່ມີອາຍຸຕ່ໍາກວ່າສິບແປດປີ, ຜູ້ຍິງຖືພາ, ແມທີລ້ຽງລູກນ້ອຍອາຍຸແຕ່ສາມປີລົງມາ, ຜູ້ທີ່ມີອາຍຸແຕ່ 60 ປີຂຶ້ນໄປ ແລະ ຜູ້ພິການທາງ ສະຫມອງ ໃນເວລາກະທໍາຜິດ ຫຼື ໃນເວລາຕັດສິນ ຫຼື ໃນເວລາປະຕິບັດໂທດ ໂດຍໃຫ້ລົງໂທດຕັດອິດສະລະ ພາບຕະຫຼອດຊີວິດ, ສະນັ້ນ, ຈຶ່ງເຫັນຄວນໃຫ້ ນາງ ອຸໄລວັນ ພາວິວົງກອນ ຫຼື ເຜິ້ງ ປະຕິບັດໂທດຕັດ ອິດສະລະພາບຈໍາຄຸກຕະຫຼອດຊີວິດ.

ສ່ວນທີ່ດິນ ແລະ ຊັບສິນທີ່ມີສ່ວນກ່ຽວຂ້ອງກັບຄະດີດັ່ງກ່າວຂອງຈໍາເລີຍ ສານຍັງຕັດສິນຮັບເຂົ້າເປັນ ຂອງລັດ ຄື: ຮູບທີ່ດິນ ຈໍານວນ 6 ຕອນ, ຮິບເງິນບາດ ຈໍານວນ 745.480 ບາດ, ເງິນໂດລາ 200 ໂດລາ ສະຫະລັດ, ເງິນກີບ 1.145.000 ກີບ, ໂທລະສັບ 2 ເຄື່ອງ, ສາຍແອວສີເຫຼືອງຄ້າຍຄືທອງ 1 ເສັ້ນ ແລະ ກີ້ ພະສີເຫຼືອງຄ້າຍຄືຄໍາ 1 ອົງ.

ນອກນັ້ນ, ຍັງໄດ້ຮີບຊັບສິນຂອງ ທ້າວ ເອລາວັນ ແລະ ນາງ ສົ້ນ (ລູກຊາຍ ແລະ ລູກໃພ້) ຂອງຈໍາ ເລີຍ ຄື: ຮູບທີ່ດິນ 5 ຕອນ ແລະ ວັດຖຸສິ່ງຂອງ, ເງິນ ແລະ ຄໍາຮູບປະພັນ ປະເພດສາຍຄໍສີເຫຼືອງຄ້າຍຄືຄໍາ ລາຍດູກໆ 1 ເສັ້ນ ຍາວ 50 ຊັງຕີແມັດ, ສາຍຄໍສີເຫຼືອງຄ້າຍຄືຄໍາ ລາຍຕ້ອງໂສ້ 1 ເສັ້ນ ຍາວ 47 ຊັງຕີແມັດ, ພວງກະແຈສີທອງ 1 ພວງ, ແຜ່ນທອງ ຈໍານວນ 6 ແຜ່ນ, ຫຼອດຄາຖາສີທອງແດງ ຈໍານວນ 27 ຫຼອດ, ຫຼອດຄາຖາສີຂາວ ຈໍານວນ 9 ຫຼອດ, ສາຍຄໍສີຂາວຄ້າຍຄືເລດ ລາຍລູກຕຸ້ມ 1 ເສັ້ນ ຍາວ 50 ຊັງຕີແມັດ, ເຂັ້ມຂັດສີຂາວຄ້າຍຄືເລດຝັງແກ້ວສີຂາວ 1 ອັນ, ສາຍແຂນສີຂາວຄ້າຍຄືເລດ 1 ເສັ້ນຍາວ 20 ຊັງຕີແມັດ, ຕຸ້ມຫູສີຂາວຝັ່ງແກ້ວສີຂາວ 1 ຄູ່, ຕຸ້ມຫູສິຂາວຄ້າຍຄືເລດຍ່ອຍລູກຕຸ້ມ 1 ກິ່ງ, ສາຍຄໍສີຂາວມີລຸກຕູ້ມຄ້າຍ ຄືເລດ 1 ເສັ້ນ ຍາວ 44 ຊັງຕີແມັດ, ກີ່ພຣະສີທອງເຫຼືອງ ຈໍານວນ 2 ອົງ, ກີ່ພຣະສີຂາວ 1 ອົງ ພ້ອມຄາຖາ ສີທອງ ຈໍານວນ 4 ອັນ, ສາຍແຂນລູກປັດໄມ້ 1 ເສັ້ນ, ຕຸ້ມຫູສີເຫຼືອງຄ້າຍຄືຄໍາຝັ່ງແກ້ວສີແດງ 1 ຄູ່ ແລະ ເງິນກີບ 300.000 ກີບ ເຂົ້າເປັນຂອງລັດ.

LEAVE A REPLY

Please enter your comment!
Please enter your name here