ລູກຄ້າ ຊົມໃຊ້ລາວແຊັດ ກວ່າ 4 ແສນຄົນ.

0
852

ໃນວັນທີ 28 ເມສາ 2022 ນີ້, ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ໄດ້ຈັດກອງປະຊຸມສະຫລຸບວຽກງານການດໍາເນີນທຸລະກິດ ປະຈໍາປີ 2021 ແລະ ວາງທິດທາງແຜນການດໍາເນີນທຸລະກິດປະຈໍາປີ 2022 ຢູ່ ສະຖານີບັນຊາດາວທຽມພາກພື້ນດິນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ.

ພາຍໃຕ້ການເປັນປະທານຂອງທ່ານ ຫວູ ຟາງ ເຈຍ ຜູ້ອໍານວຍການໃຫຍ່ ບໍລິສັດດາວທຽມລາວ ເອເຊຍ- ປາຊີຟິກ ຈໍາກັດ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຫຽມ ພົມມະຈັນ ປະທານສະພາບໍລິຫານບໍລິສັດ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ. ທ່ານ ສີສັນ ປອງນະທີ ຮອງຜູ້ອໍານວຍການໃຫຍ່ບໍລິສັດ ໄດ້ຍົກໃຫ້ເຫັນເຖິງສະພາບການລວມ, ຈຸດດີ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດໄດ້ໃນຕະຫລອດໄລຍະເວລາ 1 ປີທີ່ຜ່ານມາ.

ເຖິງແມ່ນວ່າ ການດໍາເນີນທຸລະກິດໃນປີ 2021 ຈະພົບບັນຫາການຂາດທຶນຍ້ອນໄດ້ຮັບຜົນກະທົບຈາກສະພາບການ ລວມຢູ່ພາຍໃນ ແລະ ສາກົນ ເຊັ່ນ: ການແຜ່ລະບາດຂອງເຊື້ອພະຍາດCOVID-19, ເສດຖະກິດມະຫາພາກຂອງໂລກຕົກຕໍ່າ ແລະ ປັດໄຈທີ່ກວມລວມອື່ນໆ ຊຶ່ງໄດ້ເຮັດໃຫ້ການຂະຫຍາຍທຸລະກິດຢູ່ພາຍໃນ ແລະ ຕ່າງປະເທດຂອງບໍລິສັດພົບກັບຂໍ້ຫຍຸ້ງຍາກ, ແຕ່ດ້ວຍຄວາມເອົາໃຈໃສ່ສະໜັບສະໜູນຂອງສອງລັດຖະບານລາວ-ຈີນ ແລະ ສະພາບໍລິຫານ, ບໍລິສັດ ດາວທຽມລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວແລະໄດ້ຕັ້ງໜ້າເອົາໃຈໃສ່ພັດທະນາທຸລະກິດ ດ້ວຍການຂຸດຄົ້ນທຸກທ່າແຮງທີ່ມີຢູ່ທັງພາຍໃນ ແລະຕ່າງປະເທດ ເພື່ອຍາດສ່ວນແບ່ງຕະຫລາດການເຊົ່າຊ່ອງສັນຍານດາວທຽມຢູ່ພາຍໃນ ແລະ ຕ່າງປະເທດ, ການຂະຫຍາຍຖານລູກຄ້າຮັບຊົມໂທລະພາບຜ່ານດາວທຽມລາວ ຢູ່ພາຍໃນ ແລະ ຕ່າງປະເທດ, ການພັດທະນາທຸລະກິດອິນເຕີເນັດ, ທຸລະກິດສູນຝາກຂໍ້ມູນ (data center), IPTV, TVPC, ຊ່ອງໂທລະ ພາບ ແລະ ທຸລະກິດວິສາວະກໍາໄອຊີທີ. ພ້ອມກັນນັ້ນ, ບໍລິສັດຍັງໄດ້ເພີ່ມທະວີການຮ່ວມມື ກັບບັນດາລັດວິສາຫະກິດ ແລະ ບໍລິສັດທີ່ມີເງື່ອນໄຂທາງດ້ານພື້ນໂຄງລ່າງ ແລະ ເງິນທຶນ ເພື່ອຮ່ວມກັນພັດທະນາ ແລະ ສ້າງມູນຄ່າຂອງທຸລະກິດ ດ້ວຍການແລກປ່ຽນການນຳໃຊ້ໂຄງລ່າງພື້ນຖານທີ່ມີຮ່ວມກັນ ເພື່ອໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນ: ການຮ່ວມມືກັບບໍລິສັດໄຟຟ້າລາວ, ບໍລິສັດ ທາງລົດໄຟ ລາວ-ຈີນ, ບໍລິສັດ ລັດວິສາຫະກິດໄປສະນີລາວ ແລະ ບໍລິສັດ ໂທລະຄົມຈຳນວນໜຶ່ງ.

ພາຍຫຼັງທີ່ ບໍລິສັດ ໄດ້ເລີ່ມຕົ້ນດໍາເນີນທຸລະກິດຢ່າງເປັນທາງການໃນປີ 2016 ເປັນຕົ້ນມາ, ບໍລິສັດ ສາມາດພັດທະນາລູກຄ້າທີ່ຮັບຊົມລາຍການໂທລະພາບຜ່ານລະບົບກ່ອງ ແລະ ຈານຂອງລາວແຊັດໄດ້ຫຼາຍກ່ວາ 400.000 ຄົນ, ໄດ້ໃຫ້ບໍລິການສົ່ງສັນຍານໂທລະພາບຜ່ານລະບົບດາວທຽມລາວ ໃຫ້ 10 ສະຖານີໂທລະພາບ ຄື: ໂທລະພາບແຫ່ງຊາດ ຊ່ອງ 1 ແລະ ຊ່ອງ 3, ໂທລະພາບກອງທັບ, ໂທລະພາບ ປກສ, ໂທລະພາບນະຄອນຫຼວງວຽງຈັນ, ໂທລະພາບສຶກສາ ແລະ ກິລາ, ໂທລະພາບ Lao Star ແລະ ໂທລະພາບ ທີວີລາວ, ໂທລະພາບແຂວງຈຳປາສັກ ແລະ ໂທລະພາບແຂວງຫລວງພະບາງ;

ມາເຖິງປັດຈຸບັນທາງບໍລິສັດ ກຳລັງມີແຜນສືບຕໍ່ຮ່ວມມືນຳໂທລະພາບແຂວງອຸດົມໄຊ, ໂທລະພາບແຂວງສະຫວັນນະເຂດ ແລະ ຊ່ອງໂທລະພາບ MV Lao ເຊິ່ງຕາມແຜນການແມ່ນຈະເຊັນສັນຍາຮ່ວມມືພາຍໃນໄຕມາດ 2 ປີ 2022 ນີ້.

ປັດຈຸບັນ ບໍລິສັດໄດ້ສືບຕໍ່ຂະຫຍາຍການບໍລິການສັນຍານດາວທຽມ ເຂົ້າໃນບັນດາຂະແໜງການຂອງພາກລັດ ແລະ ເອກະຊົນຢູ່ພາຍໃນ ແລະ ຕ່າງປະເທດຢ່າງຕັ້ງໜ້າ ເປັນຕົ້ນ ໄດ້ຕອບສະໜອງສັນຍານດາວທຽມໃຫ້ເຂື່ອນໄຟຟ້ານໍ້າອູ, ກອງຈະລາຈອນທາງອາກາດລາວ, ຊ່ອງໂທລະພາບຂອງປະເທດເນປານຈໍານວນ 8 ຊ່ອງ ແລະ ໂຄງການເຮືອສໍາລານຢູ່ ສປ ຈີນ.

ພ້ອມກັນນັ້ນ, ບໍລິສັດ ຍັງໄດ້ໝູນໃຊ້ທ່າແຮງ ແລະ ເງື່ອນໄຂທີ່ມີຊ່ວຍຂັບເຄື່ອນການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ດ້ວຍການນໍາເອົາຊ່ອງວິທະຍຸກະຈາຍສຽງແຫ່ງຊາດ, ວິທະຍຸກອງທັບ ແລະ ວິທະຍຸ ປກສ ເຂົ້າໃນລະບົບກ່ອງໂທລະພາບດາວທຽມຂອງ ລາວແຊັດ ເພື່ອເພີ່ມຊ່ອງທາງການໂຄສະນາວຽກງານດັ່ງກ່າວຊ່ວຍຂະແໜງການສື່ມວນຊົນຂອງ ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ນອກຈາກນັ້ນ ບໍລິສັດຍັງໄດ້ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງ UNICEF ໂດຍການຕິດຕັ້ງໜ່ວຍໂທລະພາບ ແລະ ກ່ອງໂທລະພາບດາວທຽມລາວ ຢູ່ໂຮງຮຽນເຂດຊົນນະບົດໃນຂອບເຂດທົ່ວປະເທດ ລວມຈຳນວນ 756 ຫຼັງ ແນໃສ່ສ້າງເງື່ອນໄຂຂໍ້ສະດວກໃຫ້ນັກຮຽນ ທີ່ຢູ່ເຂດຫ່າງໃກສອກຫລີກສາມາດຮຽນໜັງສືຜ່ານລະບົບໂທລະພາບດາວທຽມລາວໄດ້ທົ່ວເຖິງ ໂດຍສະເພາະແມ່ນຕອບສະໜອງການຮຽນ-ການສອນ ໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ທ່ານ ທ່ານ ສີສັນ ປອງນະທີ ຍັງໄດ້ແຈ້ງໃຫ້ຮູ້ວ່າ: ສຳລັບແຜນການຄາດໝາຍສ້າງລາຍຮັບປີ 2022 ທັງໝົດແມ່ນ: 15,96 ລ້ານໂດລາສະຫະລັດ ແລະ ມີແຜນປະຕິບັດຄ່າໃຊ້ຈ່າຍທັງໝົດ 11.03 ລ້ານໂດລາສະຫະລັດ ຊຶ່ງຄາດຄະເນຜົນການດໍາເນີນງານປີ 2022 ແມ່ນຈະມີກໍາໄລ 4.930.000 ໂດລາສະຫະລັດ.

LEAVE A REPLY

Please enter your comment!
Please enter your name here