ນັກໂທດ 1 ພັນກວ່າຄົນ ຂອງແຂວງຈໍາປາສັກ ໄດ້ຮັບການສັກຢາວັກຊີນ

0
811

ຕາມການລາຍງານຂອງຄວາມສະຫງົບໃຫ້ຮູ້ວ່າ: ໃນທ້າຍອາທິດທີ່ຜ່ານມາ, ພະແນກເສນາຮັກ ປກສ ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ນັກໂທດຢູ່ຄ້າຍຄຸມຂັງບັງລຽງພາກໃຕ້ ເມືອງປະທຸມພອນ ແຂວງຈຳປາສັກ ໂດຍມີ ພັທ ສີລາວົງ ອິນທະປະເສີດ ຫົວໜ້າຄ້າຍຄຸມຂັງບັງລຽງພາກໃຕ້, ພັທ ຄຳສະກອນ ດວງພະຈັນ ຮອງຫ້ອງພາລາທິການ ປກສ ແຂວງ, ພັຕ ນາງ ແຕ໋ນ ໄຊອາສາ ຮອງພະແນກເສນາຮັກ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.

ການລົງເຄື່ອນໄຫວສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ນັກໂທດຢູ່ຄ້າຍຄຸມຂັງບັງລຽງພາກໃຕ້ ໃນຄັ້ງນີ້ ແມ່ນເປັນການປະຕິບັດຕາມແຜນການເຄື່ອນໄຫວຂອງ ກອງບັນຊາການ ປກສ ແຂວງຈຳປາສັກ ກ່ຽວກັບ ການໃຫ້ພະນັກງານແພດລົງເຄື່ອນໄຫວສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ຄ້າຍຄຸມຂັງບັງລຽງພາກໃຕ້; ເຊິ່ງວັກຊີນທີ່ນຳມາສັກໃນຄັ້ງນີ້ ແມ່ນໄດ້ນຳໃຊ້ຢາແອັດຕ້າເຊນເນກ້າ ເປັນການສັກເຂັມທີ 4 ໂດຍໄດ້ສັກຢາໃຫ້ນັກໂທດທັງໝົດ 1.400 ຄົນ ຍິງ 136 ຄົນ.

ການລົງເຄື່ອນໄຫວສັກຢາໃນຄັ້ງນີ້ ກໍເພື່ອເປັນການປ້ອງກັນບໍ່ໃຫ້ພະຍາດໂຄວິດ ມີການແພ່ລະບາດ ແລະ ຮັບປະກັນໃຫ້ນັກໂທດພາຍໃນຄ້າຍຄຸມຂັງ ມີສຸຂະພາບດີແຂງແຮງ, ປອດໄພຈາກພະຍາດດັ່ງກ່າວ ໂດຍໃນປັດຈຸບັນພະຍາດໂຄວິດໃນປະເທດເຮົາ ກໍຍັງມີການລະບາດຢູ່. ດັ່ງນັ້ນ, ພັກ-ລັດຂັ້ນເທິງ ຈຶ່ງໄດ້ເຫັນຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ໄດ້ວາງມາດຕະການຕ່າງໆໃນການສະກັດກັ້ນ ແລະ ປ້ອງກັນຢ່າງເຂັ້ມງວດ.

ຂ່າວຍັງໃຫ້ຮູ້ອີກວ່າ: ພະແນກເສນາຮັກ ປກສ ແຂວງຈຳປາສັກ ຍັງໄດ້ລົງເຄື່ອນໄຫວສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ນັກໂທດຢູ່ຄ້າຍຄຸມຂັງ-ດັດສ້າງ ແຂວງຈຳປາສັກ ຈໍານວນ 770 ຄົນ ຍິງ 93 ຄົນ.

LEAVE A REPLY

Please enter your comment!
Please enter your name here