ເປີດຄືນດ່ານທ້ອງຖິ່ນປາກຕະພານ ເມືອງລະຄອນເພັງ

0
992

ຫ້ອງວ່າການແຂວງສາລະວັນ ອອກແຈ້ງຫານ ເລື່ອງ ແຈ້ງເປີດດ່ານທ້ອງຖິ່ນປາກຕະພານ ເມືອງລະຄອນເພັງ

ໃນວັນທີ 27 ເມສາ 2022, ປະທານຄະນະກໍາມະການຊາຍແດນຂັ້ນແຂວງ ສາລະວັນ ໄດ້ອອກແຈ້ງການ ກ່ຽວກັບການເປີດດ່ານທ້ອງຖິ່ນປາກຕະພານ ເມືອງລະຄອນເພັງ ເພື່ອເປີດຄືນດ່ານທ້ອງຖິ່ນດັ່ງກ່າວ ສົ່ງອອກ ແລະ ນຳເຂົ້າສິນຄ້າຕາມລະບຽບການ ໂດຍເຫັນດີໃຫ້ດ່ານທ້ອງຖິ່ນປາກຕະພານ ແລະ ດ່ານປາກແຊງ ນຳເຂົ້າ-ສົ່ງອອກ ສິນຄ້າໄດ້.

ພ້ອມກັນນີ້, ໃຫ້ອົງການປົກຄອງເມືອງລະຄອນເພັງ ແລະ ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ລາຍງານຄວາມພ້ອມໃນການເປີດດ່ານ ມາເປັນລາຍລັກອັກສອນຕໍ່ອົງການປົກຄອງແຂວງ ຮັບຊາບ ແລ້ວສາມາດເປີດດ່ານໃນຄວາມຮັບຜິດຊອບຂອງຕົນ ເພື່ອບໍລິການສົ່ງອອກ-ນຳເຂົ້າສິນຄ້າ, ພ້ອມທັງລາຍງານສະພາບການ ໃຫ້ອົງການປົກຄອງແຂວງຮັບຊາບ ເມື່ອເຫັນວ່າມີສະພາບຄວາມສ່ຽງ ຫຼື ປະກົດການຫຍໍ້ທໍ້ເກີດຂຶ້ນ;

ໃຫ້ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ ແລະ ເມືອງລະຄອນເພັງ ເປັນເຈົ້າການຕິດຕາມກວດກາ ສາລະເວ ເພື່ອປ້ອງກັນ ແລະ ຮັກສາຄວາມສະຫງົບຕາມແລວຊາຍແດນ ແລະ ລໍາແມ່ນໍ້າຂອງຕາມຄວາມຮັບຜິດຊອບຂອງຕົນ.

ນອກຈາກນີ້, ໃຫ້ພະແນກ ແລະ ພາກສ່ວນຕ່າງໆໃນທົ່ວແຂວງສາລະວັນ ທີ່ມີສ່ວນພົວພັນກັບກິດຈະການສົ່ງອອກ-ນຳເຂົ້າ.

LEAVE A REPLY

Please enter your comment!
Please enter your name here