ພົບສິ່ງນີ້ຢູ່ໃນທໍ່ທາງເດີນອາຫານ ເຊິ່ງມາຈາກການດື່ມນໍ້າທີ່ບໍ່ສະອາດ

0
2382

ຕາມການລາຍງານຂອງ Lao Friends Hospital for Children ໃຫ້ຮູ້ວ່າ: ນ້ອງ ປໍຈົວ ໄດ້ເດີນທາງມາເປັນໄລຍະເວລາ 5 ຊົ່ວໂມງເພື່ອມາຫາໂຮງໝໍເພື່ອນລາວສຳຫຼັບເດັກນ້ອຍ ໃນເບື່ອງຕົ້ນນ້ອງມີອາການຫາຍໃຈຍາກ ແລະ ຍັງມີອາການໄອເປັນໄລຍະເວລາປະມານໜຶ່ງເດືອນມາແລ້ວ ພາຍຫຼັງທີ່ນ້ອງມາຮອດໂຮງໝໍ, ທາງທີມງານແພດໝໍໄດ້ກວດແລະຮູ້ທັນທີ່ວ່າມີ (ໂຕທັກແທ່) ຕິດຢູ່ໃນທໍ່ທາງເດີນອາຫານ.

ນີ້ຄືສິ່ງໜ້າເປັນຫວງ, ຢູ່ໃນໂຮງໝໍເພື່ອນລາວສຳຫຼັບເດັກນ້ອຍ, ເນື່ອງຈາກໄດ້ພົບເຫັນກໍລະນີຄົນເຈັບເປັນແບບນີ້ສອງ-ສາມຄັ້ງ ໃນທຸກໆປີ. ບັນດາເດັກນ້ອຍທີ່ຢູ່ໃນເຂດຊົນນະບົດໄດ້ພາກັນດື່ມນໍ້າທີ່ເປິ້ເປື້ອນຈາກສາຍນໍ້ານ້ອຍ, ໃຫຍ່ຕ່າງໆ, ບາງເທື່ອອາດມີ ໂຕທັກແທ່ນ້ອຍໆ, ທີ່ບໍ່ສາມາດເບີ່ງເຫັນໄດ້ດ້ວຍຕາເປົ່າ.

ຫຼັງຈາກນັ້ນ, ໂຕທັກແທ່ ກໍ່ຈະເຂົ້າໄປອາໄສຢູ່ໃນທໍ່ທາງເດີນອາຫານ ຫຼື ຕິດຢູ່ໃນຄໍ, ດູດກິນເລືອດ ແລະ ຂະຫຍາຍຕົວໃຫຍ່ຂື້ນເລື້ອຍໆຈົນສາມາດຕັນຢູ່ທີ່ທໍ່ລົມຫາຍໃຈ.

ສິ່ງນີ້ໄດ້ກັບກາຍມາເປັນສິ່ງທີ່ອັນຕະລາຍທີ່ສຸດ ທາງທີມງານວາງຢາສະລົບຂອງພວກເຮົາໄດ້ນຳເອົາ ນ້ອງ ປໍຈົວ ເຂົ້າໄປນອນຢູ່ບອນທີ່ມີໄຟແສງສະຫວ່າງກ່ອນທີ່ຈະເອົາໂຕທັກແທ່ນັ້ນອອກມາໄດ້.

ທາງ Lao Friends Hospital for Children ຂໍເຕືອນທຸກໆທ່ານໃຫ້ຮູ້ວ່າການດື່ມນ້ຳດີບທີ່ບໍ່ສະອາດຈາກສາຍນ້ຳນ້ອຍ, ໃຫຍ່ຕ່າງໆ, ທີ່ຍັງບໍ່ໄດ້ຕົ້ມໃຫ້ຝົດດີນັ້ນແມ່ນມີຄວາມອັນຕະລາຍທີ່ສຸດເດີ.

LEAVE A REPLY

Please enter your comment!
Please enter your name here