ຍື່ນສານແຕ່ງຕັ້ງຕໍ່ຫົວໜ້າບໍລິຫານຂອງອົງການ ສົນທິສັນຍາວ່າດ້ວຍການຫ້າມທົດລອງນິວເຄຼຍທຸກຮູບແບບ

0
658

ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ຫົວໜ້າບໍລິຫານຂອງອົງການ ສົນທິສັນຍາວ່າດ້ວຍການຫ້າມທົດລອງນິວເຄຼຍທຸກຮູບແບບ ໃນວັນທີ 27 ເມສາ 2022 ທີ່ນະຄອນຫຼວງວຽນ, ສາທາລະ ນະລັດໂອຕຣິດ, ທ່ານ ຄອນເພັງ ທຳມະວົງ ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ Dr. Robert Floyd ຫົວໜ້າບໍລິຫານ ( Executive Secretary) ຂອງອົງການເກືອດຫ້າມການທົດລອງອາວຸດນິວເຄຼຍທຸກຮູບ ແບບ ( Comprehensive Nuclear Test Ban Treaty Organization-CTBTO) ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງ ໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການດັ່ງກ່າວ.

ທ່ານ Dr. Robert Floyd ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍ ທ່ານ ຄອນເພັງ ທຳມະວົງ ໃນການດໍາລົງ ຕໍາແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ CTBTO ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນໃນການປະຕິບັດໜ້າທີ່ຂອງທ່ານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໃຫ້ມີຜົນສໍາເລັດ ໂດຍສະເພາະສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ CTBTO ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກວ້າງຂວາງຂື້ນຕື່ມ.

ໃນໂອກາດນີ້, ທ່ານ ຄອນເພັງ ທຳມະວົງ ເອກອັກຄະລັດ ຖະທູດ/ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວໄດ້ສະແດງ ຄວາມປິຕິຍິນດີເປັນຢ່າງຍິ່ງ ຕໍ່ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ການຮ່ວມມື, ສະໜັບ ສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ກໍ່ຄືອາຊຽນໃນດ້ານຕ່າງໆໃນໄລຍະຜ່ານມາ ໂດຍສະເພາະແມ່ນການນຳໃຊ້ເຕັກ ໂນໂລຢີເຂົ້າໃນວຽກງານວິທະຍາສາດ ແລະ ພົນລະເຮືອນ ເປັນຕົ້ນແມ່ນການ ແຈ້ງເຕືອນການເກີດແຜ່ນດິນໄຫວ, ສຶນາມິ, ການປ່ຽນແປງຂອງດິນຟ້າອາກາດຂອງກົມອຸຕຸນິຍົມ ແລະອຸທົກກະສາດແລະການສະໜັບສະໜູນທາງດ້ານການພັດທະນາຊັບພະຍາກອນມະນຸດ, ການເຂົ້າຮ່ວມຝຶກອົບ ຮົມໃນຂົງເຂດວິຊາສະເພາະ ທີ່ມີຜົນປະໂຫຍດຕໍ່ການຮັບຮູ້ຂໍ້ມູນຂ່າວສານກ່ຽວກັບໄພທຳມະຊາດທີ່ເປັນໄພຂົ່ມຂູ່ ແລະ ການສົ່ງເສີມການພັດທະນາແບບຍືນຍົງເສດຖະກິດ-ສັງ ຄົມຂອງ ສປປ ລາວ.

ພ້ອມນີ້, ທ່ານຜູ້ຕາງໜ້າຖາວອນ ຍັງໄດ້ນໍາເອົາຄໍາອວຍພອນ ແລະ ຢື້ຢາມຖາມຂ່າວຈາກທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ Dr. Robert Floyd ພ້ອມດ້ວຍພະນັກ ງານທຸກຄົນໃນອົງການດັ່ງກ່າວ.

ແຫຼ່ງຂ່າວ: ສະມາຄົມນັກຂ່າວແຫ່ງ ສ ປ ປ ລາວ

LEAVE A REPLY

Please enter your comment!
Please enter your name here