ປະທານສະພາແຫ່ງຊາດ ເນັ້ນແຂວງອັດຕະປື 5 ຂໍ້ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ

0
605

ໃນໂອກາດທີ່ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ຄະນະພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ອົງການປົກຄອງແຂວງອັດຕະປື ໃນວັນທີ 3 ພຶດສະພາ 2022 ນີ້ ທ່ານ ໄດ້ມີຄໍາເຫັນເນັ້ນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ຂໍ້ວ່າ:

(1) ແຂວງອັດຕະປື ເປັນແຂວງທີ່ມີຊາຍແດນທາງບົກຕິດຈອດກັບຕ່າງປະເທດ, ເປັນແຂວງທີ່ມີຊັບພະຍາ ກອນທໍາມະຊາດ ທີ່ມີຄ່າຫຼາຍຊະນິດ, ເປັນແຂວງທີ່ຫຼາຍຊົນເຜົ່າ. ສະນັ້ນ, ຈຶ່ງສະເໜີໃຫ້ ຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ເພີ່ມທະວີຄວາມເອົາໃຈໃສ່ປົກປັກຮັກສາທ້ອງຖິ່ນຂອງຕົນ ດ້ວຍການຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງທົ່ວເຖິງ ແລະ ເລິກເຊິ່ງ; ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງ, ໜັກແໜ້ນ; ສະກັດກັ້ນອາດສະຍາກໍາຕ່າງໆຢ່າງທັນການ, ເດັດຂາດ ແລະ ເຂັ້ມງວດ; ເອົາໃຈໃສ່ການຄຸ້ມຄອງສໍາມະໂນຄົວ, ການຄຸ້ມຄອງຄົນຕ່າງປະເທດ ໃຫ້ເຂັ້ມງວດຕາມກົດໝາຍ.


(2) ແຂວງອັດຕະປື ເປັນແຂວງທີ່ມີເນື້ອທີີ່ດິນອຸດົມສົມບູນ, ມີແມ່ນໍ້າລໍາເຊຫຼາຍສາຍ, ມີຄວາມຊຸ່ມຊື່ນ, ດິນຟ້າອາກາດກໍເອື້ອອໍານວຍໃຫ້ແກ່ການປູກຝັງ ແລະ ລ້ຽງສັດ. ສະນັ້ນ, ຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ຈະຕ້ອງໄດ້ເພີ່ມທະວີການນໍາພາ ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ຄົ້ນຄວ້າຄວາມອາດສາມາດທ່າແຮງບົ່ມຊ້ອນຂອງແຂວງຕົນ ເພື່ອສຸມທຶນຮອນ, ເຕັກນິກວິຊາການ ເຂົ້າໃສ່ການຜະລິດເປັນສິນຄ້າຂອງປະຊາຊົນ ເປັນຕົ້ນ ການປູກໄມ້ໃຫ້ໝາກ, ການປູກໄມ້ອຸດສາຫະກໍາ, ການປູກຜັກປອດສານພິດ, ການປູກຫຍ້າເພື່ອລ້ຽງສັດ, ການລ້ຽງສັດໃຫຍ່ເປັນສິນຄ້າ ທັງເປັນການສ້າງວຽກເຮັດງານທໍາ, ສ້າງອາຊີບທີ່ໝັ້ນຄົງ, ເຮັດໃຫ້ພໍ່ແມ່ປະຊາຊົນມີລາຍຮັບ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ; ຫັນການຜະລິດກະສິກໍາແບບກະແຈກກະຈາຍ ໄປສູ່ກຸ່ມການຜະລິດ ຫຼື ການຜະລິດແບບສະຫະກອນແບບໃໝ່ ເພື່ອຂະຫຍາຍຖານການຜະລິດໃຫ້ກວ້າງໃຫຍ່ ແລະ ມີຜົນຜະລິດຈໍານວນຫຼາຍ ສະໜອງໃຫ້ຕະຫຼາດພາຍໃນ ແລະ ຕ່າງປະເທດ.

(3) ການພັດທະນາຊັບພະຍາກອນມະນຸດ ເປັນວຽກງານທີ່ມີຄວາມສໍາຄັນ ແລະ ເປັນຂໍກຸນແຈໃຫ້ແກ່ການພັດທະນາຂະແໜງການອື່ນ, ຖ້າແຂວງເຮົາມີບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ກໍຈະເຮັດໃຫ້ການສ້າງສາພັດທະນາເສດຖະກິດ-ສັງຄົມ ມີປະສິດທິຜົນສູງ. ການພັດທະນາຊັບພະຍາກອນມະນຸດ ສິ່ງສໍາຄັນ ແມ່ນການສ້າງບຸກຄະລາກອນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ເພື່ອແກ້ໄຂໃຫ້ໄດ້ຢ່າງຂາດຕົວ ກໍລະນີ ແຕ່ລະປີມີລູກຫຼານຮຽນຈົບວິຊາສະເພາະຂະແໜງຕ່າງໆຈໍານວນບໍ່ໜ້ອຍ ຫາວຽກເຮັດງານທໍາບໍ່ໄດ້, ແຕ່ກົງກັນຂ້າມບັນດາຫົວໜ່ວຍວິສາຫະກິດຕ່າງໆ ຊໍ້າພັດນໍໍາເຂົ້າແຮງງານມາຈາກທາງອື່ນ ຫຼື ມາຈາກຕ່າງປະເທດ. ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ການສຶກສາອົບຮົມ ແລະ ຮຽນຮູ້ມູນເຊື້ອຄວາມສາມັກຄີປອງດອງ, ນໍ້າໃຈຮັກຊາດ ແລະ ນໍ້າໃຈເສຍສະຫລະ ເພື່ອຜົນປະໂຫຍດສ່ວນລວມ, ສ້າງສະຕິເຄົາລົບກົດໝາຍ, ການປະຕິບັດພັນທະຂອງປະຊາຊົນ.

(4) ການເຄື່ອນໄຫວວຽກງານຂອງ ສະພາປະຊາຊົນແຂວງອັດຕະປື ມາຮອດປີນີ້ ກໍກ້າວເຂົ້າສູ່ສະພາປະຊາຊົນແຂວງ ຊຸດທີ II ແລ້ວ, ແຕ່ຖ້າທຽບໃສ່ການເຄື່ອນໄຫວຂອງອົງການຈັດຕັ້ງອື່ນພາຍໃນແຂວງ ກໍຖືວ່າຍັງໃໝ່; ບົດຮຽນ, ປະສົບການຍັງບໍ່ທັນຫລາຍ; ການຮັບຮູ້ຂອງຂະແໜງການອື່ນ ຕໍ່ສະພາປະຊາຊົນແຂວງ ບາງດ້ານກໍຍັງບໍ່ທັນເລິກເຊິ່ງ ຈຶ່ງສະເໜີໃຫ້ຄະນະພັກແຂວງອັດຕະປື ເພີ່ມທະວີຄວາມເອົາໃຈໃສ່ນໍາພາຊີ້ນໍາ ເຮັດໃຫ້ສະພາປະຊາຊົນແຂວງອັດຕະປື ສາມາດປະຕິບັດສິດ ແລະ ໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍໄດ້ຢ່າງຄົບຖ້ວນ; ນໍາພາຊີ້ນໍາອົງການປົກຄອງແຂວງ, ບັນດາພະແນກການ ໃນການປະສານສົມທົບວຽກງານ ກັບສະພາປະຊາຊົນແຂວງ ໂດຍສະເພາະການກະກຽມເນື້ອໃນກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນແຂວງ ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນຂອງແຂວງ, ການພິຈາລະນາຮັບຮອງນິຕິກໍາທີ່ສໍາຄັນຂອງແຂວງ ລວມທັງການເຄື່ອນໄຫວຕິດຕາມກວດກາຂອງສະພາປະຊາຊົນແຂວງອັດຕະປື ໃຫ້ສາມາດປະຕິບັດໄດ້ຕາມກົດໝາຍ ເຊິ່ງຈະເປັນຂໍ້ມູນໃຫ້ ຄະນະພັກແຂວງ ໃນການປັບປຸງແກ້ໄຂບັນຫາຕ່າງໆໄດ້ຢ່າງຖືກຕ້ອງ. ການກໍານົດກົງຈັກເສນາທິການຂັ້ນຂະແໜງການ ລວມທັງບຸກຄະລາກອນ ຂອງສະພາປະຊາຊົນແຂວງ ກໍສະເໜີໃຫ້ຄະນະພັກ, ອົງການປົກຄອງແຂວງ ເອົາໃຈໃສ່ຊີ້ນໍາຂະແໜງການທີ່່ກ່ຽວຂ້ອງຂອງແຂວງ ອໍານວຍຄວາມສະດວກ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນແຂວງອັດຕະປື ເປັນລະບົບຄົບຊຸດ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານ.

(5) ການປະສານສົມທົບວຽກງານ ລະຫວ່າງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ກັບສະພາປະຊາຊົນແຂວງ ມີຄວາມສໍາຄັນຕໍ່ປະສິດທິພາບ ການປະຕິບັດໜ້າທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຢູ່ແຂວງຂອງຕົນ. ສະນັ້ນ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ຈະຕ້ອງເຮັດໜ້າທີ່ໃນການເກັບກໍາ, ສັງລວມເອົາບັນຫາຕ່າງໆ ກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງທ້ອງຖິ່ນ ນໍາໄປສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ເພື່ອພິຈາລະນາ, ຊອກຫາວິທີການແກ້ໄຂ. ພາຍຫຼັງກອງປະຊຸມສະພາແຫ່ງຊາດ ຕົກລົງເປັນມະຕິກອງປະຊຸມສະພາແຫ່ງຊາດແລ້ວ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ກໍນໍາເອົາການຕົກລົງຂອງສະພາແຫ່ງຊາດ ມາສົມທົບກັບສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ຈັດຕັ້ງປະຕິບັດ ລວມທັງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດ. ສະນັ້ນ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ຈະຕ້ອງໄດ້ປະຊຸມ ເພື່ອປຶກສາຫາລືວຽກງານຮ່ວມກັນຢ່າງເປັນປົກກະຕິ.

ລາຍງານໂດຍ: ຂ່າວ ຜູ້ແທນປະຊາຊົນ

LEAVE A REPLY

Please enter your comment!
Please enter your name here