ເຮືອບິນອິນເດຍ ຕົກຂຸມອາກາດໄດ້ຮັບບາດເຈັບ 17 ຄົນ.
![](https://tholakhong.com/wp-content/uploads/2022/05/bbgsbsg.jpeg)
ຕາມຫານລາຍງານຈາກ ສຳນັກຂ່າວ BBC ໃຫ້ຮູ້ວ່າ: ໃນວັນທີ3ພຶດສະພານີ້, ເຮືອບິນ ອິນເດຍ ສາຍການບິນ SpiceJet ພ້ອມດ້ວຍຜູ້ໂດຍສານ 200 ຄົນ ກຳລັງເດີນທາງ ຈາກນະຄອນ ມຸມໄບ ໄປຫາເມືອງທຸປຸຣະ ລັດເບັງກໍ ຕາເວັນຕົກຂອງປະເທດ ໄດ້ເກີດອຸບັດເຫດຕົກຂຸມອາກາດຫຼາຍຄັ້ງ ກ່ອນລົງຈອດ ເຮັດໃຫ້ມີຜູ້ໂດຍສານ ໄດ້ຮັບບາດເຈັບ 17 ຄົນ ເນື່ອງຈາກ ເຮືອບິນໂບອິງ 737 ມີສະພາບຄື ລູກບານຢາງ ຕົກລົງຈາກບ່ອນສູງ ແລ້ວດີດໂຕ ຂຶ້ນສູ່ອາກາດຫຼາຍຄັ້ງ.
![](https://tholakhong.com/wp-content/uploads/2022/05/efbbefef.jpeg)
ປັດຈຸບັນ, ຄົນເຈັ ທັງໝົດໄດ້ຖືກນຳສົ່ງ ໄປປິ່ນປົວ ໃນໂຮງໝໍແລ້ວ.
![](https://tholakhong.com/wp-content/uploads/2022/05/fevfeavaf.jpeg)
ແຫຼ່ງຂ່າວ: ຂປລ