ໃນວັນທີ 4/5/2022 ທ່ານ ຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງສະຫວັນນະເຂດ ຊີ້ແຈງ ບັນຫານໍ້າມັນຂາດປໍ້າ ມີຫຼາຍສາເຫດ.
ທ່ານ ໂພສີສ້ອຍ ກຸທິລາດ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ວິທະຍຸກະຈາຍສຽງ ຂອງພວກເຮົາວ່າ:
![](https://tholakhong.com/wp-content/uploads/2022/05/bgsfbggfs.jpeg)
ເລື່ອງນໍ້າມັນມີລາຄາສູງຂຶ້ນ ແລະບາງປໍ້າ ແມ່ນຂາດນໍ້າມັນ ເປັນຕົ້ນປະເພດ ນໍ້າມັນແອັດຊັງນັ້ນ ແມ່ນມີຄວາມຈິງແທ້ ເນື່ອງຈາກ ບັນຫາຄວາມຂັດແຍ່ງ ຂອງປະເທດທີ່ຜະລິດນໍ້າມັນລາຍໃຫຍ່ ທີ່ສົ່ງອອກທົ່ວໂລກຜະລິດໜ້ອຍລົງ,ເຮັດໃຫ້ລາຄານໍ້າມັນດິບ ໃນຕະຫຼາດໂລກມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ,ເຊິ່ງເຮັດໃຫ້ປະເທດທີ່ນໍາເຂົ້ານໍ້າມັນ ໄດ້ຮັບຜົນກະທົບ, ອັດຕາຄ່າແລກປ່ຽນເງິນຕາເໜັງຕີງ ໃນແຕ່ລະວັນ, ຈຶ່ງເຮັດໃຫ້ບັນຫາຄ່າຄອງຊີບ ກໍ່ຄືຄ່ານໍ້າມັນເຊື້ອໄຟສູງຂຶ້ນ ເຊິ່ງເປັນບັນຫາຫຼັກທີ່ຈະຕ້ອງ ແກ້ໄຂຢ່າງຮີບດ່ວນ.
![](https://tholakhong.com/wp-content/uploads/2022/05/bgrbtn.jpeg)
ການນໍາເຂົ້າສິນຄ້າຈາກຕ່າງປະເທດມີຈຳນວນຫຼາຍຂຶ້ນ,ສົ່ງຜົນໃຫ້ມີຄວາມຕ້ອງການເງິນຕາຕ່າງປະເທດ ເປັນຈຳນວນຫຼາຍ ໃນການຊໍາລະສະສາງ ເມື່ອມີຄວາມຕ້ອງການເງິນຕາສູງ ເງິນຕາຕ່າງປະເທດກໍ່ຈະແຂງຄ່າຂຶ້ນ ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ,ອີກດ້ານໜຶ່ງແຫຼ່ງເງິນຕາຕາປະເທດ ໂດຍສະເພາະ ເງິນໂດລາ ທີ່ສະໜອງໃຫ້ແກ່ພາກທຸລະກິດ ໃນການຊື້ນໍ້າມັນເຂົ້າມາຈໍາໜ່າຍ ບໍ່ທ່ວງທັນຕາມຄວາມຕ້ອງການ ຈຶ່ງສົ່ງຜົນກະທົບ ຕໍ່ການນໍາເຂົ້າ ນໍ້າມັນເຊື້ອໄຟ ບໍ່ພຽງພໍ ກັບຄວາມຕ້ອງການຂອງສັງຄົມ ແລະບັນຫາສຸດທ້າຍ ແມ່ນການນໍາເຂົ້ານໍ້າມັນເຊື້ອໄຟມີຈໍານວນຫຼຸດລົງ ແຕ່ຄວາມຕ້ອງການຊົມໃຊ້ຍັງສູງ.
![](https://tholakhong.com/wp-content/uploads/2022/05/hgcmgcjm.jpeg)
ຕໍ່ບັນຫາທີ່ສັງຄົມໃຫ້ຄວາມສົນໃຈອີກດ້ານໜຶ່ງ ແມ່ນການຂາຍນໍ້າມັນ ແບບເປັນແກ້ວ ເປັນຈຸດຕາມແຄມທາງ ແລະມີລາຄາທີ່ສູງນັ້ນ ທາງໜ່ວຍວິຊາສະເພາະຂອງພະແນກ ອຸດສາຫະກໍາແລະການຄ້າແຂວງ ໄດ້ລົງຕິດຕາມແລະແກ້ໄຂໄປຕາມຂັ້ນຕອນແລ້ວ ເພື່ອບໍ່ໃຫ້ມີການສວຍໂອກາດ ໃນສະພາບທີ່ເປັນຢູ່ໃນປັດຈຸບັນ.ສ່ວນ ທ່ານ ປະດິດສິນ ຣາຊະມົນຕຼີ ຫົວໜ້າລັດວິສາຫະກິດ ນໍ້າມັນ ເຊື້ອໄຟລາວ ສາຂາ ແຂວງສະຫວັນນະເຂດ ຍັງແຈ້ງໃຫ້ຮູ້ຕື່ມອີກວ່າ ການນໍາເຂົ້ານໍ້າມັນ ເຊື້ອໄຟໃນແຕ່ລະເດືອນ ແມ່ນຫຼຸດລົງຫຼາຍ ເຊິ່ງໃນເດືອນກຸມພາ ຕໍ່ເດືອນມີນາ ການນໍາເຂົ້າຫຼຸດລົງ 18% ແລະ ມາຮອດເດືອນເມສາ ຫຼຸດລົງ ເຖິງ 24%.
ແຫຼ່ງຂ່າວ: Media Laos