ການຂຸດຄົ້ນບໍ່ແຮ່ ຕ້ອງຄຽງຄູ່ກັບການຮັກສາສິ່ງແວດລ້ອມ

0
1363

ປະທານສະພາແຫ່ງຊາດ ເນັ້ນໃຫ້ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຕ້ອງຮັກສາສິ່ງແວດລ້ອມ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ຢູ່ແຂວງອັດຕະປື ໃນ​ວັນ​ທີ 3 ພຶດ​ສະ​ພາ ຜ່ານ​ມາ ໂດຍການຕ້ອນຮັບຂອງ ທ່ານ ພົງໄຊ ໄຊສະນະ ໄຊຍະເສນາ ປະທານ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ພ້ອມດ້ວຍຄະນະ.

ໃນ​ໂອ​ກາດ​ດັ່ງ​ກ່າວ​ນີ້ ທ່ານປະທານ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ໄດ້ສ້າງຕັ້ງຂຶ້ນໃນປີ 2009 ຢູ່ເຂດບ້ານວັງຕັດໃຫຍ່-ບ້ານຢຽງດາກ ເມືອງຊານໄຊ ແຂວງອັດຕະປື, ໄດ້ດຳເນີນໂຄງການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນແຮ່ທາດທີ່ເຂດຈຸດສຸມວັງຕັດ ເມືອງຊານໄຊ ແລະ ເນື້ອທີ່ຈຳນວນໜຶ່ງທີ່ເຂດດາກລຸກ ເມືອງດາກຈຶງ ແຂວງເຊກອງ.

ປັດຈຸບັນ ມີເນື້ອທີ່ຊອກຄົ້ນ, ສຳ ຫຼວດທັງໝົດ 399,1 ກິໂລຕາແມັດ ແລະ ເນື້ອທີ່ໆໄດ້ຮັບອະນຸຍາດຂຸດຄົ້ນມີພຽງ 18 ກິໂລຕາແມັດ.

ໂຄງການດັ່ງກ່າວ ນອນໃນເຂດພູມສັນຖານເນີນພູ, ໃນພື້ນທີ່ສຳ​ຫຼວດ-ຂຸດ​ຄົ້ນແມ່ນພົບຄວາມຫຍຸ້ງຍາກ ແລະ ລະບົບພື້ນຖານໂຄງລ່າງແມ່ນຍັງບໍ່ທັນຮັບການພັດທະນາ.

ປີຜ່ານມາ, ບໍລິສັດໄດ້ສຸມໃສ່ການສຳຫຼວດ ເປີດເນື້ອທີ່ ທີ່ໄດ້ຮັບອະນຸຍາດຊອກຄົ້ນ-ສຳຫຼວດ ແລະ ສຸມໃສ່ການສຳຫຼວດເລິກ ໃນບັນດາພື້ນທີ່ ທີ່ໄດ້ຮັບອະນຸຍາດການຂຸດຄົ້ນ ເພື່ອແນໃສ່ປະເມີນລາຄາທີ່ແນ່ນອນທາງດ້ານຄຸນນະພາບ ແລະ ປະລິມານສະສົມຂອງແຮ່, ໄດ້ດຳເນີນການເຊັນສັນຍາ ກັບໜ່ວຍງານຊີເຈາະສຳຫຼວດທີ່ມີຊື່ສຽງລະດັບສາກົນ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ເນັ້ນໃຫ້ບໍລິສັດເອົາໃຈໃສ່ບາງບັນຫາ ເປັນຕົ້ນແມ່ນວຽກງານການປົກປັກຮັກສາສິ່ງແວດລ້ອມ ແລະ ທໍາມະຊາດ ເນື່ອງຈາກວ່າການລົງທຶນຂຸດຄົ້ນບໍ່ແຮ່ ມີການນໍາໃຊ້ເຕັກນິກ ເຕັກໂນໂລຊີທີ່ທັນສະໄໝ ຊຶ່ງອາດສົ່ງຜົນກະທົບຕໍ່ຄຸນນະພາບຂອງນໍ້າ ທີ່ປະຊາຊົນນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນ.

ຖ້າການຂຸດຄົ້ນບໍ່ແຮ່ ສົ່ງຜົນກະທົບຕໍ່ແມ່ນໍ້າລໍາເຊ ກໍຂໍໃຫ້ບໍລິສັດຄົ້ນຄວ້າຊອກຫາວິທີການບໍາບັດ ແລະ ວິທີການອື່ນທີ່ຈະເກີດຜົນກະທົບໜ້ອຍທີ່ສຸດ. ການຊົດເຊີຍຜົນກະທົບຕໍ່ບ່ອນຢູ່ອາໄສ, ທີ່ດິນທໍາການຜະລິດຂອງປະຊາຊົນ ຖ້າມີກໍໃຫ້ເອົາໃຈໃສ່ຄົ້ນຄວ້າຊອກຫາວິທີແກ້ໄຂຢ່າງເໝາະສົມ. ພ້ອມກັນນີ້, ການລົງທຶນຂຸດຄົ້ນບໍ່ແຮ່ ເປັນການລົງທຶນທີ່ປະຊາຊົນໃຫ້​ຄວາມສົນໃຈຫຼາຍ ແລະ ເອົາໃຈໃສ່ຕິດຕາມການດໍາເນີນໂຄງການ ໂດຍສະເພາະປະຊາຊົນທີ່ອາໄສຢູ່ທ້ອງຖິ່ນທີ່ຕິດພັັນກັບຊັບພະ​ຍາ​ກອນດັ່ງກ່າວ.

ສະນັ້ນ, ຈຶ່ງສະເໜີໃຫ້ບໍລິສັດເອົາໃຈໃສ່ປະຕິບັດໂຄງການລົງທຶນຕາມກົດໝາຍກໍານົດ; ພ້ອມ​ທັງຮັບປະກັນ 3 ຜົນປະໂຫຍດ ເປັນຕົ້ນຜົນປະໂຫຍດລວມຂອງປະເທດຊາດ, ຜົນປະໂຫຍດຂອງຜູ້ລົງທຶນ ແລະ ຜົນປະໂຫຍດຂອງທ້ອງຖິ່ນ, ບ່ອນບໍ່ແຮ່ຕັ້ງຢູ່ກໍໃຫ້ໄດ້ຮັບການພັດທະນາ.

ນອກຈາກນີ້.ການປະກອບສ່ວນຂອງຜູ້ລົງທຶນ ເຂົ້າໃນການພັດທະນາທ້ອງຖິ່ນ ເປັນແນວທາງນະ ໂຍບາຍ ທັງເປັນວຽກງານທີ່ສໍາຄັນຫຼາຍ, ໂຄງການລົງທຶນໄດ້ຮັບຜົນສໍາເລັດ, ທ້ອງຖິ່ນກໍໄດ້ຮັບການພັດທະນາ ເພື່ອແກ້ໄຂບັນຫາຮ້ອງຂໍຕໍ່ວ່າຂອງປະຊາຊົນ ທີ່ດໍາລົງຊີວິດຢູ່ຂອບເຂດດັ່ງກ່າວ ທັງເປັນການສ້າງຄວາມກົມກຽວ ລະຫວ່າງ ຜູ້ລົງທຶນ ແລະ ປະຊາຊົນ.

ຂໍ້​ມູນ​ຈາກ: ສະ​ພາ​ແຫ່ງ​ຊາດ

LEAVE A REPLY

Please enter your comment!
Please enter your name here