ຜູ້ອໍານວຍການທະນາຄານໂລກ ປະຈໍາ ສປປ ລາວ ພົບປະກັບ ລັດຖະມົນຕີກະຊວງການເງິນ

0
1371

ນະຄອນຫຼວງວຽງຈັນ, ວັນທີ 4 ພຶດສະພາ 2022 – ທ່ານ ນາງ ມາຣ່ຽມ ເຊີແມນ, ຜູ້ອໍານວຍການທະນາຄານໂລກ ປະຈໍາ ມຽນມາ, ກຳປູເຈຍ ແລະ ສປປ ລາວ, ໄດ້ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ຄັ້ງທໍາອິດມື້ນີ້ ໂດຍການເຂົ້າພົບ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ.

ທ່ານ ​ນາງ ເຊີແມນ ​ໄດ້ເຂົ້າມາ​ເປັນ​ຜູ້ອຳນວຍການ​ທະນາຄານ​ໂລກ ​ຂອງ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ນັບ​ແຕ່​ຕົ້ນ​ປີ 2020 ​ແຕ່​ກ່ອນ​ໜ້າ​ນີ້​ບໍ່​ສາມາດ​ເດີນທາງ​ມາ​ຢ້ຽມຢາມ​ປະເທດລາວ​ໄດ້ ​ຍ້ອນ​ຂໍ້​ຈຳກັດ​ໃນການ​ເດີນທາງໃນຊ່ວງ​​ພະຍາດ​ໂຄ​ວິດ19.

ໃນ​ລະຫວ່າງ​ການ​ສົນທະນາ​ກັບ​ທ່ານ​ລັດຖະມົນຕີ​ກະຊວງການ​ເງິນ, ທ່ານ​ນາງ ເຊີແມນ ​ໄດ້​ລາຍງານກ່ຽວ​ກັບການ​ຮ່ວມ​ມື​ລະຫວ່າງ ກຸ່ມ​ທະນາຄານ​ໂລກ ແລະ ສປປ ລາວ ໃນຕໍ່ໜ້າ​.

ຂອບ​ການ​ຮ່ວມ​ມື​ດັ່ງກ່າວ ໄດ້ກໍານົດຂົງເຂດແລະວິທີການເຮັດວຽກຮ່ວມກັນລະຫວ່າງ ສປປ ລາວ ແລະ ກຸ່ມທະນາຄານໂລກແຕ່ປີ 2022 ຫາ 2026.

ທ່ານໄດ້ເນັ້ນຫນັກເຖິງຄວາມພ້ອມຂອງທະນາຄານໂລກ ທີ່ຈະສະຫນັບສະຫນູນວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ, ຕົວຢ່າງເຊັ່ນ ການໃຫ້ຄໍາແນະນໍາດ້ານວິຊາການ ກ່ຽວກັບຫນີ້ສິນ ແລະ ການຮັບມືກັບສິ່ງທ້າທາຍທາງດ້ານເສດຖະກິດ ທີ່​ເກີດ​ຈາກ​ການ​ແຜ່​ລະ​ບາດ​ຂອງໂຄ​ວິດ19 ແລະ​ ຜົນກະທົບຈາກສົງ​ຄາມ​ໃນປະເທດຢູເຄຣນ:

ທ່ານ ບຸນໂຈມ ແລະ ທ່ານ ນາງ ເຊີແມນ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການຊ່ວຍເຫຼືອດ້ານວິຊາການຂອງທະນາຄານໂລກ ໃນວຽກງານຄຸ້ມຄອງໜີ້ສິນ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ເພື່ອປັບປຸງຄວາມໂປ່ງໃສ ແລະ ຄວາມຍືນຍົງທາງດ້ານການເງິນ.

ທັງສອງຝ່າຍຍັງໄດ້ປຶກສາຫາລືຕື່ມອີກ ກ່ຽວກັບໂຄງການຊ່ວຍເຫຼືອຂອງທະນາຄານໂລກຕໍ່ກະຊວງການເງິນ ລວມທັງການຄຸ້ມຄອງການເງິນພາກລັດ ແລະ ການຫັນປ່ຽນລະບົບພາສີເປັນທັນສະໄໝ, ຄຽງຄູ່ກັບການປຶກສາຫາລືເລື່ອງຄວາມສຳຄັນທາງດ້ານທຶນມະນຸດ, (ສາທາລະນະສຸກ ແລະ ການສຶກສາ) ເພື່ອການພັດທະນາເສດຖະກິດຂອງລາວໃນອະນາຄົດ.

ໃນອາທິດນີ້ ທ່ານ ນາງ ເຊີແມນ ຍັງຈະພົບປະກັບ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ ກ່ອນທີ່ຈະເດີນທາງ ໄປຢ້ຽມຢາມ 3 ແຂວງພາກເໜືອ ແລະ ຈະໄປຢ້ຽມຢາມແຂວງບໍລິຄຳໄຊ ແລະ ຄຳມ່ວນ ໃນອາທິດໜ້າ ກ່ອນທີ່ຈະເດີນທາງກັບປະເທດມຽນມາ.

LEAVE A REPLY

Please enter your comment!
Please enter your name here