ສານຕັດສິນຄົນຮັບໃຊ້ສີສຸກ ດາວເຮືອງ ຈໍາຄຸກ 7 ປີ

0
2511

ຕາມການລາຍງານຂອງ ຄວາມສະຫງົບ ໃຫ້ຮູ້ວ່າ: ພາຍຫຼັງສານປະຊາຊົນ ນະຄອນຫຼວງວຽງຈັນ ນໍາເອົາສໍານວນຄະດີຢາເສບຕິດລາຍໃຫຍ່ທີ່ມີ ທ້າວ ສີ ສຸກ ດາວເຮືອງ ເປັນຫົວໂປ່ໂຕການ ແລະ ມີພັກ ພວກຮ່ວມຂະບວນການດຽວກັນອີກ 4 ຄົນ ຂຶ້ນມາ ພິຈາລະນາຕັດສິນໃນ ວັນທີ 3 ມີນາ 2022 ແລະ ຫນຶ່ງໃນນັ້ນແມ່ນ ທ້າວ ທົງໄຊ ຫຼື ເຫຼືອກ (ຈໍາເລີຍ 4 ) ທີ ເຄີຍເປັນຄົນຮັບໃຊ້ຈໍາເລີຍ 1 ( ສີສຸກ ດາວເຮືອງ ) ສານໄດ້ພິຈາລະນາຕັດ ສິນໃນຂໍ້ຫາມີຢາເສບຕິດ ປະເພດຢາອີໄວ້ຄອບຄອງ ແລະ ອາວຸດເສີກ ຈໍາຄຸກ 7 ປີ ພ້ອມທັງປັບ ໃຫມ 12 ລ້ານກີບ.

ໃນປີ 2014, ທ້າວ ທົງໄຊ ຫຼື ເຫຼືອກ ໄດ້ເປັນຄົນຮັບໃຊ້ ທ້າວ ສີສຸກ ດາວເຮືອງ ໄປຕາມສະຖານທີ່ ຮ້ານບັນເທີງຕ່າງໆໄປແຕ່ລະຄັ້ງ ຈໍາເລີຍ 1 ຈະເອົາຢາອີ ໃຫ້ເກັບຮັກສາຄັ້ງລະ 8 ຫາ 10 ເມັດ, ບາງຄັ້ງ ຈໍາເລີຍ 1 ຍັງບອກໃຫ້ເອົາຢາອີ ໃສ່ຈອກເຫຼົ້າ, ຈອກເບຍ ໄປແຕ່ລະຄັ້ງ ຈໍາເລີຍ 1 ເອົາເງິນຄ່າຈ້າງໃຫ້ຄັ້ງລະ 1.000 ບາດ, ມາຮອດໄລຍະເດືອນມັງກອນ 2017, ທ້າວ ໄຊຊະນະ ແກ້ວພິມພາ ຖືກເຈົ້າຫນ້າທີ່ປະເທດ ໄທຈັບຕົວ ແລ້ວຈໍາເລີຍ 1 ຈຶ່ງໄດ້ໂທລະສັບບອກໃຫ້ຈໍາເລີຍ 4 ມາເອົາປືນຢູ່ເຮືອນຂອງຈໍາເລີຍ 1 ໄປ ເກັບ ມ້ຽນໄວ້ຢູ່ເຮືອນຂອງຈໍາເລີຍ 4 ຈໍານວນ 4 ກະບອກຄື: ປືນສັ້ນຍີ່ຫໍ້ກັອກ 17 ຈໍານວນ 1 ກະບອກພ້ອມ ລູກຈໍານວນ 15 ລູກ, ປືນສັ້ນບີບີ ກັນດັດແປງ 1 ກະບອກ ພ້ອມລູກຈໍານວນ 6 ລູກ, ປືນສັ້ນ P238 ສີດໍາ ຈໍານວນ 1 ກະບອກ ພ້ອມລູກຈໍານວນ 2 ລູກ ແລະ ປືນສັ້ນຍີ່ຫໍ້ ຫັນລີ ຈໍານວນ 1 ກະບອກ ພ້ອມລູກ ຈໍານວນ 5 ລູກ; ນອກນີ້, ຍັງມີລູກປືນອີກຈໍານວນຫນຶ່ງທີ່ບໍ່ໄດ້ນັບ; ມາຮອດວັນທີ 31 ມີນາ 2017, ເວລາ 10:00 ໂມງ ຈໍາເລີຍ 1 ໄດ້ໂທລະສັບບອກໃຫ້ຈໍາເລີຍ 4 ໄປຫາຢູ່ເຮືອນຂອງ ເພື່ອເດີນທາງໄປແຂວງຫຼວງ ພະບາງ, ຈາກນັ້ນ, ຈໍາເລີຍ 4 ກໍເອົາປືນສັ້ນ P238 ພ້ອມລູກປືນຕິດຕົວໄປນໍາ, ຈໍາເລີຍ 1 ກໍໄດ້ເອົາ ຢາອີ ໃຫ້ຈໍານວນ 8 ເມັດ ກ່ອນໄປຂີ່ລົດໄປຮັບເອົາຫມູອີກ 2 ຄົນ, ຕໍ່ມາ, ກໍພາກັນເດີນທາງໄປແຂວງຫຼວງພະ ບາງ ໄປຮອດເວລາປະມານ 18:00 ໂມງ ຂອງວັນດຽວກັນແລ້ວພາກັນໄປຈອງຫ້ອງພັກຢູ່ໂຮງແຮມແຫ່ງ

ຫນຶ່ງຮອດ ເວລາ 1:00 ໂມງ ຂອງວັນທີ 1 ເມສາ 2017 ຈຶ່ງຖືກເຈົ້າຫນ້າທີ່ຈັບຕົວແລ້ວກວດຄົ້ນຕົວພົບ ເຫັນປືນສັ້ນຈໍານວນ 1 ກະບອກ ພ້ອມລູກ 2 ລູກ ແລະ ຢາອີ ຈໍານວນ 8 ເມັດ; ຕໍ່ມາເຈົ້າຫນ້າທີ່ ຈຶ່ງໄດ້ທໍາການກວດຄົ້ນເຄຫະສະຖານເຮືອນຂອງ ຈໍາເລີຍ 4 ພົບ ເຫັນປືນສັ້ນຍີ່ຫໍ້ກັອກ17 ຈໍາ ນວນ 1 ກະບອກ ພ້ອມລູກຈໍານວນ 88 ລູກ, ປືນສັ້ນຍີ່ຫໍ້ SIGSAUERJ228 ສີດໍ 1 ກະ ບອກ ພ້ອມລູກ 9 ລູກ, ປືນສັ້ນ ຫັນລີ 38 ສີເລດ ຈໍານວນ 1 ກະບອກ ພ້ອມລູກ 5 ລູກ, ລູກປືນສັ້ນບໍ່ຮູ້ຊະ ນິດຈໍານວນ 42 ລູກ ທີ່ເປັນ ປືນຂອງຈໍາເລີຍ 1 ຝາກໄວ້ມາດໍາເນີນຄະດີ.

– ທ້າວ ທົງໄຊ (ຈໍາເລີຍ4) ໄດ້ເຄື່ອນໄຫວກະ ທໍາຜິດ ດ້ວຍຮູບການເປັນຄົນຮັບໃຊ້ໃຫ້ແກ່ຈຶ່ງ ເລີຍ 1 ເຊິ່ງສະແດງອອກຈໍາເລີຍ 4 ຈະເປັນຄົນ ຕິດຕາມຈໍາເລີຍ 1 ໄປຕາມສະຖານທີ່ຮ້ານອາ ຫານ ແລະ ຮ້ານບັນ ເທີງຕ່າງໆ ເຊິ່ງໄປແຕ່ລະຄັ້ງ ຈໍາເລີຍ 1 ຈະເອົາຢາອີ ມອບໃຫ້ຈໍາເລີຍ 4 ເປັນ ຄົນເກັບຮັກສາຄອບຄອງ ເພື່ອເອົາໄວ້ໃສ່ຈອກ ເຫຼົ້າ ໃຫ້ແກ່ຫມູ່ຄູ່ຂອງຈໍາເລີຍ 1; ນອກຈາກນີ້, ຈໍາເລີຍ 4 ຍັງໄດ້ຮັບເອົາອາວຸດເສີກ ປະເພດປືນ ພ້ອມດ້ວຍລູກປືນຈາກຈໍາເລີຍ 1 ໄປເກັບຮັກສາ ໄວ້ຢູ່ເຮືອນຂອງຕົນ ແລະ ຍັງພົບຂອງກາງ ຢາອີ ຈໍານວນ 8 ເມັດ ນໍ້າຫນັກ 2,6597 ກຣາມ ແລະ ປືນຈໍານວນ 4 ກະບອກ ຕາມບົດບັນທຶກຈັບຕົວ ແລະ ບົດບັນທຶກກວດຄົ້ນເຄຫະສະຖານ, ຈໍາ ເລີຍ 4 ກໍຮັບວ່າໄດ້ຄອບຄອງຢາເສບຕິດ (ຢາອີ) ແລະ ມີ ອາວຸດເສີກໄວ້ໃນຄອບຄອງໂດຍບໍ່ຖືກຕ້ອງຕາມກົດຫມາຍແທ້.

ຕາມການພິລາລະນາຂອງຄະນະສານແລ້ວເຫັນວ່າຈໍາເລີຍ 4 ໄດ້ກະທໍາຜິດຕາມມາດຕາ 2 ຂໍ້ 2 ວັກ 1 ຂອງກົດຫມາຍວ່າດ້ວຍການປັບປຸງ ມາດຕາ 146 ຂອງກົດຫມາຍອາຍາສະບັບປີ 2005 ແລະ ມາດຕາ 75, 76 ຂອງກົດຫມາຍວ່າດ້ວຍຢາ ເສບຕິດປີ 2013; ດັ່ງນັ້ນ, ຄະນະສານອາຍາສານ ປະຊາຊົນ ນະຄອນຫຼວງວຽງຈັນ ຈຶ່ງຕັດສິນຕັດອິດສະລະພາບລົງໂທດຈໍາຄຸກ ທ້າວ ທົງໄຊ (ຈໍາເລີຍ4) 7 ປີ ແລະ ປັບ ໃຫມ່ 12 ລ້ານກີບ.

LEAVE A REPLY

Please enter your comment!
Please enter your name here