ຈັບໄດ້ທັງຜູ້ຂາຍ ແລະ ຜູ້ເສບ ລວມ 9 ຄົນ

0
1429

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ:

ໃນວັນທີ 4 ພຶດສະພາ 2022, ເວລາ 13 : 15 ໂມງ, ກອງບັນຊາການ ປກສ ເມືອງໄຊເສດຖາ ນວ, ສົມທົບກັບບ້ານຄໍາສະຫວາດ ແກ້ໄຂກຸ່ມມົ້ວສຸມຕິດພັນກັບການຄ້າຂາຍຢາເສບຕິດ, ຈັບຕົວ 9 ຄົນ, ຍິງ 1 ຄົນ ໃນນີ້ຜູ້ຄ້າຂາຍຢາບ້າ 1 ຄົນ ຊື່ ທ້າວ ນ້ອຍ ອາຍຸ 41 ປີ, ຫວ່າງງານ ພັກເຊົາ ຢູ່ບ້ານ ຄຳສະຫວາດ ເມືອງໄຊເສດຖາ ນວ, ຢຶດຂອງກາງຢາບ້າໄດ້ 212 ເມັດ, ເງິນລາວ 390,000 ກີບ ແລະ ໂທລະສັບ 1 ໜ່ວຍ ມາດຳເນີນຄະດີ.

ຜ່ານການສືບສວນ-ສອບສວນ ເກັບກຳຂໍ້ມູນຫຼັກຖານ ຮູ້ໄດ້ວ່າ:

ທ້າວ ນ້ອຍ ຜູ້ຂາຍຢາເສບຕິດ ພັກເຊົາ ຢູ່ຫ້ອງເຊົ່າເຂດບ້ານ ຄໍາສະຫວາດ ຕົ້ນເດືອນ ມັງກອນ 2021, ມີການພົວພັນເຄື່ອນໄຫວ ຊື້ຂາຍຢາບ້າ ນຳຜູ້ຊາຍບໍ່ຮູ້ຊື່ ແລະ ທີ່ຢູ່ແນ່ນອນ ແລ້ວມາຈຳໜ່າຍຊື້ຂາຍ ໃຫ້ກຸ່ມໄວລຸ້ນທົ່ວໄປຄັ້ງລະ 200 ເມັດ;ໃນພຶ້ນທີ່ຫ້ອງເຊົ່າ ເປັນບ່ອນຂາຍ ຜ່ານມາເຄີຍຮັບຊື້ຢາບ້ານໍາຊາຍຄົນດັ່ງກ່າວ ມາຂາຍຫຼາຍຄັ້ງ, ເງິນທີ່ໄດ້ຈາກການຂາຍຢາບ້າ ໄດ້ເອົາໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍ.

ຕົກມາຮອດວັນທີ 4 ພຶດສະພາ 2022, ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ. ຕໍ່ກັບຄະດີດັ່ງກ່າວ ກອງບັນຊາກນ ປກສ ເມືອງໄຊເສດຖາ ກຳລັງເລັ່ງສືບສວນ-ສອບສວນຂະຫຍາຍຜົນ ຫາກຸ່ມແກ້ງຜູ້ຮ່ວມຂະບວນການ ມາດຳເນີຄະດີຕາມກົດໝາຍ ແລະ ຕໍ່ຜູ້ເສບຢາເສບຕິດ 8 ຄົນ, ຍິງ 1 ຄົນ ເຈົ້າໜ້າທີ່ ໄດ້ສຶກສາອົບຮົມ ແລະ ສົ່ງສູນປິ່ນປົວ ແລະ ຝຶກວິຊາຊີບ ຜູ້ຕິດຢາເສບຕິດ ນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here