ສະຖານທູດຣັດເຊຍ ຖະແຫຼງກ່ຽວກັບສະພາບການໃນອູແກຣນ

0
827

ທ່ານ ດານິລ ອາ ໂວໂດປີອານອບ ເລຂານຸການຕີ ປະຈຳສະຖານທູດ ສ ຣັດເຊຍ ປະຈຳ ສປປ ລາວ ໄດ້ສືບຕໍ່ຕາງໜ້າໃຫ້ສະຖານທູດຣັດເຊຍ ປະຈຳ ສປປ ລາວ ຖະແຫຼງກ່ຽວກັບສະພາບການໃນປະເທດອູແກຣນ ໃນວັນທີ 6 ພຶດສະພາ ຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທໍາ ສ ຣັດເຊຍ ປະຈໍາ ສປປ ລາວ ວ່າ: ປັດຈຸບັນ, ກອງທັບຣັດເຊຍ ຍັງສືບຕໍ່ດໍາເນີນການເຄື່ອນໄຫວພິເສດທາງການທະຫານ ໂດຍລະບຸວ່າ ຣັດເຊຍ ຈະບັນລຸບັນດາເປົ້າໝາຍ ແລະ ຈຸດປະສົງຂອງຕົນຢ່າງແນ່ນອນ.

ທ່ານ ດານິລ ອາ ໂວໂດປີອານອບ ໄດ້ກ່າວອີກວ່າ: ປັດຈຸບັນ, ຄະນະຜູ້ແທນຣັດເຊຍ ແລະ ອູແກຣນ ກຳລັງດຳເນີນການປຶກສາຫາລືກ່ຽວກັບ ຮ່າງຂໍ້ຕົກລົງເກືອບທຸກວັນ ຜ່ານລະບົບທາງໄກ ຊຶ່ງວາລະຂອງການເຈລະຈາລວມມີສະຖານະທີ່ເປັນກາງຢ່າງຖາວອນ, ບໍ່ຕິດອາວຸດນິວເຄຣຍ, ສະຖານະທີ່ບໍ່ແມ່ນສະມາຊິກກຸ່ມ ແລະ ບໍ່ຕິດອາວຸດຂອງອູແກຣນ, ການປົດປ່ອຍອູແກຣນຈາກ ອຸດົມການນາຊີ, ການຮັບຮູ້ສະພາບຕົວຈິງທາງພູມສາດການເມືອງໃໝ່, ການຍົກເລີກບັນດາມາດຕະການຂວ້ຳບາດ ແລະ ສະຖານະຂອງພາສາຣັດເຊຍ.

ທ່ານ ດານິລ ອາ ໂວໂດປີອານອບ ໄດ້ກ່າວອີກວ່າ: ຣັດເຊຍ ເຫັນດີສືບຕໍ່ດຳເນີນການເຈລະຈາ ແລະ ເຫັນວ່າ ມີຄວາມຈຳເປັນທີ່ຈະຕ້ອງເຂົ້າໃຈວ່າ ຝ່າຍຣັດເຊຍບໍ່ໄດ້ຮຽກຮ້ອງໃຫ້ອູເເກຣນຍອມຈໍານົນ ແຕ່ຮຽກຮ້ອງໃຫ້ການນຳອູເເກຣນ ໂດຍສະເພາະແມ່ນ ທ່ານ ວະລາດິເມຍ ເຊເລັນສະກີ ອອກຄໍາສັ່ງປ່ອຍພົນລະເຮືອນທັງໝົດ ແລະ ຢຸດຕິການຕໍ່ຕ້ານ.

ເປົ້າໝາຍຂອງຣັດເຊຍບໍ່ໄດ້ລວມເອົາການປ່ຽນແປງລະບອບການປົກຄອງໃນອູແກຣນ, ຣັດເຊຍ ຕ້ອງການຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງ ຂອງປະຊາຊົນໃນພາກຕາເວັນອອກຂອງອູແກຣນ ເພື່ອບໍ່ໃຫ້ເຂົາເຈົ້າຖືກຂົ່ມຂູ່ຈາກກຳລັງທະຫານ ແລະ ຈາກຂະບວນການນາຊີ ແລະ ບໍ່ມີໄພຂົ່ມຂູ່ໃດໆຕໍ່ກັບສະຫະພັນຣັດເຊຍ ທີ່ອອກມາຈາກດິນແດນອູແກຣນ.

ຂ່າວ-ພາບ: ສຸກສະຫວັນ

LEAVE A REPLY

Please enter your comment!
Please enter your name here