ພິທີມອບ-ຮັບ ລົດບັນທຸກນໍ້າສະອາດ

0
920

ພິທີມອບ-ຮັບ ລົດບັນທຸກນໍ້າສະອາດໃຫ້ແກ່ 7 ແຂວງ ໄດ້ຈັດຂຶ້ນໃນວັນທີ່ 6 ພຶດສະພາ 2022 ທີ່ ສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລົດຈຳນວນ 9 ຄັນ ໃຫ້7 ແຂວງ ໂດຍມີແຂວງຄື:

1.ແຂວງອຸດົມໄຊ 2. ແຂວງຫຼວງພະບາງ3. ແຂວງສະຫັວນນະເຂດ4. ແຂວງສາລະວັນ5.ແຂວງເຊກອງ6.ແຂວງຈຳປາສັກ7.ແຂວງໄຊສົມບູນ ແລະ ອີກ1ຄັນແມ່ນມອບໃຫ້ສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມກະຊວງສາທາລະນະສຸກ,ລົດດັ່ງກ່າວສາມາດບັນຈຸນໍ້າສະອາດໄດ້ 4.000 ລິດ ລວມມູນຄ່າທັງໜົດ 68.916.430. (ເຢັນ ຍີ່ປຸ່ນ) ຫົກສິບແປດລ້ານເກົ້າແສນສິບຫົກພັນສີ່ຮ້ອຍສາມສິບເຢັນ ຍີ່ປຸ່ນ.

ລົດດັ່ງກ່າວແມ່ນມອບໃຫ້ແກ່ພະແນກສາທາລະນະສຸກແຂວງ ແລະ ສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ ເພື່ອນຳໃຊ້ໃຫ້ເປັນປະໂຫຍດເພື່ອກະກຽມຮັບມືໄພພິບັດທາງທຳມະຊາດ , ເພື່ອກະກຽມການແຈກຢາຍໃຫ້ປະຊາຊົນທີ່ກຳລັງຈະຂາດແຄນນໍ້າສະອາດ ແລະ ວຽກງານ ກັນ,ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19.

ເຂົ້າຮ່ວມພິທີມອບ ໂດຍແມ່ນ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີ ຫ້ອງການກະຊວງສາທາລະນະສຸກ, ກົມ, ສູນ ແລະ ພະນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍພະແນກສາທາລະນະສຸກ 7 ແຂວງ ເຂົ້າຮ່ວມ.

ຂໍ້ມູນຈາກ: ສູນຂ່າວສານການຄ້າສຸຂະສຶກສາ

LEAVE A REPLY

Please enter your comment!
Please enter your name here