ຮອງເຈົ້າແຂວງໆຊຽງຂວາງ ລົງກວດກາການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 4

0
755

ຮອງເຈົ້າແຂວງໆຊຽງຂວາງລົງກວດກາການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 4.

ເມື່ອບໍ່ດົນມານີ້, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ, ຜູ້ຊີ້ນຳວຽກງານເສດຖະກິດ ພ້ອມຄະນະໄດ້ລົງກວດກາການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 4 ທີ່ຄຸ້ມຫີນໝູເພິງ ບ້ານຊາຍ ເມືອງພູກູດ ແຂວງຊຽງຂວາງ ໂດຍທ່ານໄດ້ເນັ້ນໜັກໃຫ້ເອົາ ໃຈໃສ່ສຶກສາອົບຮົມການເມືອງແນວຄິດ ປະຊາຊົນ 2 ເມືອງທີ່ຖືກຜົນກະທົບ, ແກ້ໄຂຜົນກະທົບໂດຍອີງໃສ່ລະບຽບກົດໝາຍ, ຕ້ອງຮັບປະກັນດ້ານຄວາມປອດໄພ, ປະສານງານພົວພັນກັນຢ່າງສະໜິດແໜ້ນໃນການແກ້ໄຂ ແລະ ຈັດຕັ້ງປະຕິບັດວຽກງານ ເພື່ອໃຫ້ໂຄງ ການດຳເນີນໄປຕາມເປົ້າໝາຍ ແລະ ສຳເລັດຕາມຕາດໝາຍທີ່ວາງໄວ້.

ໂອກາດນີ້, ທ່ານ ຄຳໄສ ລາສະສີມາ ຫົວໜ້າໂຄງການເຂື່ອນໄຟຟ້ານ້ຳງງື່ມ 4 ໄດ້ລາຍງານ ການຈັດຕັ້ງປະຕິບັດໃນແຕ່ລະໜ້າວຽກມີຜົນສຳເລັດໃນຫລາຍດ້ານ, ເຂື່ອນໄຟຟ້ານ້ຳງື່ມ 4 ເປັນໂຄງການລົງທຶນຂອງລັດຖະບານລາວ ໂດຍມອບໃຫ້ລັດວິສາຫະກິດໄຟຟ້າລາວ ເປັນຜູ້ຈັດຕັ້ງປະຕິບັດໃນຮູບແບບກໍ່ສ້າງ ແລະ ຄຸ້ມຄອງ-ບຳລຸງຮັກສາ, ເປັນເຂື່ອນຄອນກີດອັດແໜ້ນ, ສັນເຂື່ອນຍາວ 228 ແມັດ, ສູງ 74 ແມັດ, ມີກຳລັງຕິດຕັ້ງ240 ເມກາວັດ, ຕິດຕັ້ງເຄື່ອງຈັກ 3 ເຄື່ອງ, ສາມາດຜະລິດພະລັງງານໄຟຟ້າໄດ້ 872 ກິໂລວັດໂມງຕໍ່ປີ(GWH/ປີ), ລວງສູງນ້ຳຕົກອອກແບບ 260 ແມັດ, ລວງຍາວອຸມົງ ສົ່ງນ້ຳ16,5 ກິໂລແມັດ, ຄວາມຍາວຂອງທໍ່ສົ່ງນ້ຳ 1.030 ແມັດ, ປະລິມານການໄຫຼອອກແບບທັງໝົດ 107,3 ແມັດກ້ອນຕໍ່ວິນາທີ, ເນື້ອທີ່ອ່າງເກັບນ້ຳ 5,51 ກິໂລຕາແມັດ, ບໍລິມາດອ່າງເກັບນ້ຳໄດ້ 80,4 ລ້ານແມັດກ້ອນ, ນ້ຳທີ່ໃຊ້ໃນການແລ່ນຈັກ 47,7 ລ້ານແມັດກ້ອນກະແສໄຟຟ້າທີ່ຜະລິດທັງໝົດ ຈະສົ່ງເຂົ້າລະບົບສາຍສົ່ງ ຂອງລັດວິສາຫະກິດໄຟຟ້າລາວ ເພື່ອຕອບສະໜອງພະລັງງານ ໃຫ້ບັນດາແຂວງພາກເໜືອ, ມູນຄ່າການກໍ່ສ້າງຂອງໂຄງການ 706 ລ້ານກວ່າໂດລາສະຫະລັດ.

ປັດຈຸບັນ, ການກໍ່ສ້າງເຂື່ອນສຳເລັດ 95,53%, ສາຍສົ່ງສຳເລັດ 55,33%, ວຽກສິ່ງແວດລ້ອມ 87,79%, ວຽກກໍ່ສ້າງຫົວງານນ້ຳປະປາບ້ານພຽງຫລວງ 75,89%, ວຽກກໍ່ສ້າງຂົວຂ້າມນ້ຳງື່ມ ບ້ານພຽງຫຼວງ ສຳເລັດ 100%, ກໍ່ສ້າງປະຕູນ້ຳເຂົ້າຫາເຮືອນຈັກ 99,48%, ກໍ່ສ້າງອຸມົງສົ່ງນ້ຳເຂົ້າຫາເຮືອນຈັກ 76,61% ແລະ ກໍ່ສ້າງເຮືອນຈັກ ສຳເລັດ 94,84%.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here