ເຫດລົດປຣາໂດທີ່ຖືກໄຟໄໝ້

0
802

ປກສ ເມືອງປາກງື່ມ ເລັ່ງສືບສວນເຫດພົບສົບຄົນເສຍຊີວິດໃນລົດປຣາໂດທີ່ຖືກໄຟໄໝ້

ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງ ກໍາລັງເລັ່ງສືບສວນ ຫາ ເຫດໄຟໄໝ້ລົດ ແລະ ມີຄົນເສຍຊີວິດ 1 ຄົນໃນລົດທີ່ຖືກໄຟໄໝ້ ຢຸູ່ເຂດບ້ານດອນໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ. ພັທ ສິງຄໍາ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ໃຫ້ຂໍ້ມູນ ໃນວັນທີ 9 ພຶດສະພາ 2022 ວ່າ:

ປັດຈຸບັນນີ້ ເຈົ້້າໜ້າທີ່ ປກສ ເມືອງປາກງື່ມ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ກໍາລັງຊັນນະສູດ ຊອກຫາຂໍ້ມູນຫຼັກຖານເຫດການດັ່ງກ່າວ; ຜົນຊັນນະສູດໃນເບື້້ອງຕົ້້ນ ຜູ້ເສຍຊີວິດເປັນເພດຊາຍ ຍັງບໍ່ທັນຮູ້ຊື່ ແລະ ທີ່ຢູ່ຢ່າງແນ່ ນອນ; ລົດທີ່ຖືກໄຟໄໝ້ ເປັນລົດ ລົດຈີບປຣາໂດ້ ພວງມະໄລຊ້າຍ ແລະ ກໍາລັງສືບສວນ-ສອບຫາ ຫາເລກຈັກ-ເລກຖັງ ຊອກຫາຜູ້ເປັນເຈົ້າຂອງລົດຄັນດັ່ງກ່າວ ວ່າ ຈະເປັນການເຊື່ອມໂຍງ ກັບ ຜູ້ເສຍຊີວິດໃນເຫດການຄັ້ງນີ້ ຫຼື ບໍ່.

ເຫດການດັ່ງກ່າວ ເກີດຂຶ້ນໃນເວລາ 17:20 ໂມງ ຂອງວັນທີ 7 ພຶດສະພາ 2022 ຢູ່ປ່າເຂດຖິ້້ມຂີ້ເຫຍື້ອບ້ານດອນໄຮ່ ເມືອງປາກງື່ມ, ຜ່ານການກວດກາພົບ ເຫັນຊາກສົບຜູ້ເສຍເປັນເພດຊາຍ 1 ຄົນ ແລະ ພົບ ກະສອບລູກປືນ 4 ກະສອບ ຍັງບໍ່ຮູ້ຊະນິດ; ຕໍ່ມາ ໃນວັນທີ 8 ພຶດສະສາ ເຈົ້າໜ້າທີ່ໄດ້ ກວດກາຄືນໃໝ່ ພົບເຫັນກະສອບລູກປືນ ອີກ 2 ກະສອບ ທີ່ບໍ່ຮູ້ຊະນິດ.

ແນວໃດກໍຕາມ, ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ກໍາລັງ ເກັບກໍາຂໍ້ມູນຫຼັກຖານ ເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ສັງຄົມ ແລ້ວຈະນໍາສະເໜິຂ່າວໃນຂັ້ນຕໍ່ໄປ.

ແຫຼ່ງຂ່າວ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here