ເປີດບໍ່​ແຮ່​ໃຕ້​ດິນ​ຢູ່ ບໍ່​ຄຳ-ທອງ ເຊ​ໂປນ​ຂອງ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ

0
1534

ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ເປີດບໍ່​ແຮ່​ໃຕ້​ດິນ​ຢູ່ ບໍ່​ຄຳ-ທອງ   ເຊ​ໂປນ​ຂອງ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ.

ວັນທີ 16 ພຶດສະພາ ທີ່ຜ່ານມາ, ຜູ້​ມີ​ສ່ວນ​ຮ່ວມ​ຈາກ​ຊຸ​ມ​ຊົນ ແລະ ພາກ​ລັດ​ຖະ​ບານໄດ້​ຢ້ຽມ​ຢາມ ບໍ່​ຄຳ-ທອງ ເຊ​ໂປນ​ຂອງ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ເພື່ອ ເປີດ ບໍ່​ແຮ່​ໃຕ້​ດິນ​ທັນ​ສະ​ໄໝ​ແຫ່ງ​ທຳ​ອິດ​ ໃນ ສ​ປ​ປ ລາວ.

ດ້ວຍ​ປະ​ລິ​ມານ​ສະ​ສົມ​ແຮ່​ເພື່ອ​ສຳຫຼວດທີ່​ມີຫຼາຍກວ່າ 9,5 ລ້ານ​ໂຕນ ແລະ ການ​ຜະ​ລິດ​ແຮ່​ທີ່​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ຈາກ 400.000 ໂຕນ​ໃນ​ປີ 2023 ເປັນ 1,2 ລ້ານ​ໂຕນ​ຕໍ່​ປີ ​ໃນ​ປີ​ຕໍ່ໆ​ມາ, ຄາດ​ວ່າ “ອຸ​ມົງ​ສຳຫຼວດ​ບໍ່​ໃຕ້​ດິນ​ດິ​ສ​ໂຄ​ເວີ​ຣີ​ດິບ” ຈະ​ຂະ​ຫຍາຍ​ອາ​ຍຸ​ບໍ່​ຄຳ-ທອງ ເຊ​ໂປນ ໄປ​ອີກ 7 ປີ​ເປັນ​ຢ່າງ​ຕ່ຳ ໄປ​ເຖິງ​ປີ 2030 ແລະ ປະ​ກອບ​ສ່ວນ​ຕໍ່​ການ​ຫລຸດ​ຜ່ອນ ​ຄວາ​ມ​ທຸກ​ຍາກ ແລະ ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ​ໃນ​ຊຸມ​ຊົນ​ເຈົ້າ​ພາບ.

ທ່ານ ທອງ​ພັດ ອິນ​ທະ​ວົງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ (ປະ​ທານ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ໂຄງ​ການ​ຄຳ-ທອງ ເຊ​ໂປນ), ທ່ານ​ນາງ ທິບ​ພະ​ກອນ ຈັນ​ທະ​ວົງ​ສາ, ຮອງ​ລັດ​ຖະ​ມົນ​ຕີ​ປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ທ່ານ ວຽງ​ທະ​ວີ​ສອນ ເທບ​ພະ​ຈັນ, ຮອງ​ເຈົ້າ​ແຂວງໆ​ສະ​ຫວັນ​ນະ​ເຂດ, ທ່ານ ຄຳ​ຜຸຍ ສີ​ບຸນ​ເຮືອງ, ເຈົ້າ​ເມືອງໆ​ວິ​ລະ​ບູ​ລີ ພ້ອມການ​ນຳ​ຊຸມ​ຊົນ​ຈາກ ເມືອງວິ​ລະ​ບູ​ລີ, ແຂວງ​ສະ​ຫວັນ​ນະ​ເຂດ ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ​ບໍ່​ຄຳ-ທອງ​ ເຊ​ໂປນ ແລະ ເຈົ້າ​ໜ້າ​ທີ່​ພາກ​ລັດ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້.

ທ່ານ ພໍ ແຮ​ຮິ​ສ, ຜູ້​ຈັດ​ການ​ໃຫຍ່ ລ​ຊມ​ລ ໄດ້​ກ່າວ​ວ່າ: “ໂຄງ​ການ​ຄຳ-ທອງ ເຊ​ໂປນ ມີ​ປະ​ຫວັດ​ສາດ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ມາຫຼາຍ​ພັນ​ປີ. ການ​ພັດ​ທະ​ນາ​ໃໝ່​ນີ້​ຈະ​ນຳ​ໃຊ້​ອຸ​ປະ​ກອນ​ທີ່​ທັນ​ສະ​ໄ​ໝ ແລະ ເຕັກ​ນິກ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ທີ່​ກ້າວ​ໜ້າ ເພື່ອ ຖ່າຍ​ທອດ​ຄວາມ​ຮູ້ ແລະ ທັກ​ສະ​ໃຫ້​ແກ່ ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຄົນ​ລາວ ກໍ​ຄື ວິ​ຊາ​ການ​ມື​ອາ​ຊີບ​ດ້ານ​ບໍ່​ແຮ່​ທີ່​ເປັນ​ຄົນ​ລາວ ເພື່ອ​ວາງ​ມາດ​ຕະ​ຖານ​ໃໝ່ໆ​ໃນການ​ຂຸດ​ຄົ້ນ​ບໍ່​ແຮ່​ໃຕ້​ດິນ.”

ທ່ານ ສະໝານ ອະເນກາ,ຜູ້ອໍານວຍການໃຫຍ່ ລ​ຊມ​ລ ໄດ້ກ່າວຂອບໃຈຄະນະຜູ່ແທນຈາກພາກລັດຂັ້ນສູນ​ກາງ, ແຂວງ, ເມືອງ ແລະ ຕາງຫນ້າຈາກຊຸມຊົນທ້ອງຖິ່ນ ອ້ອມຂ້າງ ທີ່​ໄດ້ເຂົ້າມາຮ່ວມໃນພິທີ​ເປີດ​ບໍ່​ແຮ່​ໃຕ້​ດິນ​ຄັ້ງ​ນີ້. ພ້ອມກັນນີ້ ທ່ານສະ​ໝານ ກໍຍັງໄດ້ກ່າວ​ຕື່ມອີກວ່າ ດ້ານການພັດທະນາຊຸຸຊົນແມ່ໄດ້ມີ ກອງ​ທຶນ​ພັດ​ທະ​ນາ​ຊຸມ​ຊົນ ທີ່ໄດ້ປະກອບສ່ວນໃນການພັດທະນາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊຸມ​ຊົນ​ທ້ອງ​ຖິ່ນ​ໃນ3 ຂະແໜງການຫຼັກ ຄື: ດ້ານການຜະລິດສະບຽງອາຫານ, ສຸກຂະພາບຊຸມຊົນ ແລະ ການສຶກສາຂອງ ຄົນ​ຮຸ່ນ​ໃໝ່. ບໍ່ໄຕ້ດິນນີ້ ເປັ​ບໍ່ທໍາອິດ ໃນ ສ​ປ​ປ ລາວ ທີ່ສອດຄ່ອງກັບ​ຂັ້ນ​ຕອນ​ການ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ, ພ້ອມ​ທັງ​ໄດ້​ປະ​ກອບ​ສ່ວນ​ US$11 ລ້ານ ເຂົ້າ​ໃສ່​ກອງ​ທຶ​ນ​ພັດ​ທະ​ນາ​ຊຸມ​ຊົນ ແລະ ສ້າງ​ລາຍ​ໄດ້​ກວ່າ US$49 ລ້ານ ໃຫ້​ແກ່​ກຸ່ມ​ທຸ​ລະ​ກິດ​ທ້ອງ​ຖິ່ນ.”

ລ​ຊມ​ລ ໄດ້​ນຳ​ເອົາ ຊ່ຽວ​ຊານ​ສະ​ເພາະ​ດ້ານ​ຕ່າງ​ປະ​ເທດ ແລະ ອຸ​ປະ​ກອນ ເຂົ້າ​ມາ ສ​ປ​ປ ລາວ ສຳ​ລັບ ໂຄງ​ການ​ສຳ​ຄັນ​ຄັ້ງ​ນີ້. ​

ຍຸດ​ທະ​ສາດ​ການເຕີບ​ໂຕ​​ສີ​ຂຽວແຫ່ງ​ຊາດ​ຂອງ ລັດ​ຖະ​ບານ​ລາວ ຮັບ​ຮູ້​ວ່າ ອຸດ​ສາ​ຫະ​ກຳ​ບໍ່​ແຮ່​ເປັນ​ຂະ​ແໜງ​ການ​ບູ​ລິ​ມະ​ສິດ​ຍ້ອນ​ ການ​ປະ​ກອບ​ສ່ວນ​ມະ​ຫາ​ສານ​ຕໍ່​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ. ພ້ອມ​ກັນ​ນັ້ນ, ບໍ​ລິ​ສັດ ລ​ຊມ​ລ ກໍ​ຍັງ​ໄດ້​ຮັບ​ການ​ຢັ້ງ​ຢືນ​ລະ​ດັບ A+ ໂດຍ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ຢ່າງ​ສະ​ເໝີ​ມາ ຍ້ອນ​ສາ​ມາດ​ຮັກ​ສາ​ມາດ​ຕະ​ຖານ​ສາ​ກົນ​ໄດ້​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ທ່ານ ພໍ ແຮ​ຣິ​ສ໌ ໄດ້​ກ່າວ​ຕື່ມ​ວ່າ​: “ການ​ຂຸ​ດ​ຄົ້ນ​ບໍ່​ແຮ່​ໃຕ້​ດິນ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ຕໍ່​ເສດ​ຖະ​ກິດ ແລະ ສັງ​ຄົມ​ຂັ້ນ ປະ​ເທດ, ພາກ​ພື້ນ ແລະ ທ້ອງ​ຖິ່ນ ກໍ​ຄື ຜູ້​ມີ​ສ່ວນ​ຮ່ວມ ແລະ ຊຸມ​ຊົນ​ເຈົ້າ​ພາບ​ຂອງ​ພວກ​ເຮົາ. ການ​ຂຸດ​ຄົ້ນ​ບໍ່​ແຮ່​ໃຕ້​ດິນ​ຈະ​ປະ​ຢັດຫຼາຍກວ່າ​ສຳ​ລັບແຫຼ່ງ​ແຮ່​ທີ່​ຢູ່​ຊັ້ນ​ເລິກກວ່າ ແລະ ມີ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ​ທີ່​ຕ່ຳ​ກວ່າຫຼາຍ​ເມື່ອ​ສົມ​ທຽບ​ໃສ່ ການ​ຂຸດ​ຄົ້ນ​ບໍ່​ແຮ່​ເປີດ​ໜ້າ​ດິນ. ທີ່ ລ​ຊມ​ລ, ພວກ​ເຮົາ​ໝາຍ​ໝັ້ນ​ໃນ​ການ​ບັນ​ລຸ​ມາດ​ຕະ​ຖານ​ສູງ​ທີ່​ສຸດ​ດ້ານ​ຄວາມ​ປອດ​ໄພ ແລະ ສິ່ງ​ແວດ​ລ້ອມ ແລະ ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ຊຸມ​ຊົນ​ທ້ອງ​ຖິ່ນ​ເພື່ອ​ແບ່ງ​ປັບ​ຜົນ​ປະ​ໂຫຍດ​ຢ່າງ​ທົ່ວ​ເຖິງ.”

ການ​ສຳຫຼວດ​ໃຕິ​ດິນ​ຢູ່ ບໍ່​ຄຳ-ທອງ ເຊ​ໂປນ ຈະ​ດຳ​ເນີນ​ຕະ​ຫຼອດ​ຮອດ​ປີ 2023, ໂດຍ​ຄາດ​ວ່າ ການ​ຜະ​ລິດ​ຈາກ ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ໃຕ້​ດິນ​ນີ້​ແມ່ນ​ຈະ​ເລີ່ມ​ໃນ​ກາງ​ປີ 2023.  ​ບໍ່​ໃຕ້​ດິນ​ຈະ ຂະ​ຫຍາຍ​ເຖິງ 450 ແມັດ​ໃຕ້​ໜ້າ​ດິນ. ທາງ​ເຂົ້າ​ອຸ​ມົງ​ເພື່ອ​ເຈາະ​ສຳຫຼວດ​ໃຕ້​ດິນ ຈະ​ມີ​ຄວາມ​ຍາວຫຼາຍກວ່າ 1.800 ແມັດ, ສູງ 5 ແມັດ​, ກວ້າງ 5 ແມັດ ເພື່ອ​ອຳ​ນວຍ​ໃຫ້​ລົດ​ຈົກ ແລະ ເຄື່ອງ​ເຈາະ​ທີ່​ທັນ​ສະ​ໄໝ​.

ລ​ຊມ​ລ ໄດ້ ດຳ​ເນີນ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ຄຳ-ທອງ​ເຊ​ໂປນ ແບບເປີດ​ໜ້າ​ດິນ​ຢູ່ ແຂວງ​ສະ​ຫວັນ​ນະ​ເຂດ ຕັ້ງ​ແຕ່​ປີ 2003 ເປັນ​ຕົ້ນ​ມາ. ໃນ​ສອງ​ທົດ​ສະ​ຫວັດ​ຜ່ານ​ມາ, ລ​ຊມ​ລ ໄດ້​ປະ​ກອບ​ສ່ວນຫຼາຍກວ່າ US$1,6 ຕື້ ເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ລາວ ຜ່ານ​ການ​ຈ່າຍ​ພາ​ສີ​ອາ​ກອນ ແລະ ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ, ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ເປັນ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ຜ່ານ​ການ​ພັດ​ທະ​ນາ​ຊຸມ​ຊົນ, ການ​ສ້າງວຽກ​ເຮັດ​ງານ​ທຳ ແລະ ການ​ຝຶກ​ອົບ​ຮົມ​ສ້າງ​ສີ​ມື​ແຮງ​ງານ.

ລ​ຊມ​ລ ໝາຍ​ໝັ້ນ ເປັນ​ບໍ​ລິ​ສັດ​ບໍ່​ແຮ່​ຕົວ​ແບບ​ທີ່​ດີ​ເລີດ​ ແລະ ເປັນ​ຄູ່​ຮ່ວມ​ພັດ​ທະ​ນາຂະ​ແໜງ​ບໍ່​ແຮ່ ຢູ່​ໃນ ສ​ປ​ປ ລາວ​.

ຂໍ້ມູນ ແລະ ຮູບພາບ: ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ບໍ່ຄຳ-ທອງ ເຊໂປນ)

LEAVE A REPLY

Please enter your comment!
Please enter your name here