ຄົບຊຸດທັງຢາບ້າ ແລະ ຂອງຜິດກົດໝາຍ

0
1992

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ຈັບກຸມຕົວເປົ້າໝາຍຄ້າຂາຍຢາເສບຕິດ ຈໍານວນ 381 ມັດ ເທົ່າກັບກັບ 762.078 ເມັດ ພ້ອມສິ່ງຜິດກົດໝາຍອີກຫຼາຍຢ່າງ.

ໃນວັນທີ 16 ພຶດສະພາ 2022 ນີ້, ເຈົ້າໜ້າທີ່ກອງບັນຊາການປ້ອງການຄວາມສະຫງົບ (ປກສ)ນະຄອນໄກສອນພົມວິຫານ ໄດ້ລາຍງານຕໍ່ນັກຂ່າວຂອງພວກເຮົາວ່າ: ໃນວັນທີ 13/5/2022 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນໄກສອນ ໄດ້ອອກເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ໃນຂອບເຂດນະຄອນໄກສອນພົມວິຫານ.

ໃນເວລາປະມານ 13 ໂມງ ຂອງວັນດຽວກັນນີ້ ເມື່ອເຄື່ອນໄຫວມາຮອດເຂດບ້ານຫົວເມືອງໃຕ້ ໄດ້ພົບເຫັນເປົ້າໝາຍຄ້າ-ຂາຍຢາເສບຕິດ, ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ສະແດງຕົວເຂົ້າຈັບກຸມ, ເມື່ອເປົ້າໝາຍເຫັນເຈົ້າໜ້າທີ່ກໍ່ໄດ້ເອົາຕົວຫຼົບໜີ ແລ້ວຖິ້ມເຄື່ອງຂອງກາງໄວ້ໃນສະຖານທີ່ດັ່ງກ່າວ. ຜ່ານການກວດກາຕົວຈິງພົບເຫັນຢາເສບຕິດ (ຢາບ້າ) ຈໍານວນ 3 ມັດ ເທົ່າກັບ 6.000 ເມັດ, ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ສຸມກໍາລັງຕິດຕາມຊອກຄົ້ນຫາເປົ້າໝາຍດັ່ງກ່າວເພື່ອຈັບກຸມຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ຈົນຮອດເວລາປະມານ 20 ໂມງຂອງວັນດຽວກັນ ຈຶ່ງສາມາດຈັບຕົວເປົ້າໝາຍດັ່ງກ່າວໄດ້ ເຊິ່ງມີຊື່ທ້າວ ໄຊສົມພອນ ຫຼື ບອຍ ອາຍຸ 26 ປີ, ອາຊີບວ່າງງານ, ບ້ານລັດຕະນະລັງສີເໜືອ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ , ພ້ອມທັງທໍາການກວດຄົ້ນຕົວຂອງຜູ້ກ່ຽວໄດ້ພົບເຫັນຢາອີ ຈໍານວນ 16 ເມັດ ຊຸກເຊື່ອງໄວ້ໃນຖົງໂສ້ງທາງເບື້ອງຂວາ, ມີໂທລະສັບມືຖືຍີ່ຫໍ້ຊໍາຊຸງ A72 ສີດໍາ 1 ໜ່ວຍ. ຈາກນັ້ນ, ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງນໍາຕົວຜູ້ກ່ຽວໄປກວດຄົ້ນເຄຫະສະຖານບ່ອນທີ່ຜູ້ກ່ຽວພັກອາໄສຢູ່ບ້ານຫົວເມືອງໃຕ້ ຜ່ານການກວດຄົ້ນຫ້ອງນອນຂອງຜູ້ກ່ຽວໄດ້ພົບເຫັນສິ່ງທີ່ຜິດຕໍ່ລະບຽບກົດໝາຍຄື:

ຢາເສບຕິດ (ຢາບ້າ) ຈໍານວນ 378 ມັດ ກັບອີກ 78 ເມັດ ເທົ່າກັບ 756.078 ເມັດ, ຢາອີ ຈໍານວນ 4 ຖົງ ເທົ່າກັບ 361 ເມັດ, ອາວຸດປືນສັ້ນ 1 ກະບອກ ພ້ອມລູກກະສຸນຈໍານວນ 60 ລູກ. ລວມເຄື່ອງຂອງກາງທັງໝົດທີ່ຢຶດໄດ້ມີຢາບ້າ 381 ມັດ ກັບອີກ 78 ເມັດ ເທົ່າກັບ 762.078 ເມັດ, ຢາອີ 377 ເມັດ, ປືນສັ້ນ 1 ກະບອກ ພ້ອມກະສຸນ 60 ລູກ ແລະພາຫະນະລົດຈັກຍີ່ຫໍ້ຮອນດ້າ ລຸ້ນສະກຸບປີ້ໄອສີຄີມ 1 ຄັນ; ສໍາລັບຜູ້ກະທໍາຜິດແມ່ນຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.

ຂໍ້ມູນ ແລະ ຮູບພາບຈາກ: ຫ້ອງການ ຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ

LEAVE A REPLY

Please enter your comment!
Please enter your name here