ເຫດການປຸ້ນຊິງຊັບຍິງສາວ ເຈົ້າໜ້າທີ່ຢືນຢັນຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້!

0
2291

ເຫດການປຸ້ນຊິງຊັບຍິງສາວ ເຈົ້າໜ້າທີ່ຢືນຢັນຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້ ສື່ອອນລາຍລົງຂ່າວວ່າຈັບໄດ້ແລ້ວນັ້ນແມ່ນຂ່າວປອມ

ໃນເວລາ 1:30 ຫາ 2:00 ໂມງ ຕອນກາງຄືນຂອງວັນທີ 16-17 ພຶດສະພາ 2022 ໄດ້ມີຄົນຮ້າຍຈຳນວນ 5 ຄົນ ( ຮູບຕາມກ້ອງວົງຈອນ ) ຈີ້ຍິງສາວ ອາຍຸ 30 ປີ, ເຮືອນຢູ່ຮ່ອມ 3 ບ້ານດົງນາໂຊກເຫນືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບັງຄັບເມືອເຮືອນ ແລ້ວບອກລະຫັດໄຂຕູ້ເຊັບກວດເອົາຊັບສິນມີຄ່າຈຳນວນຫຼາຍລາຍການແລ້ວຫລົບຫນີໄປ. + ເຫດການໃນເບື້ອງຕົ້ນ ໃນເວລາ 19:00 ໂມງ ຂອງວັນທີ 16 ພຶດສະພາ ຜູ້ເສຍຫາຍໄດ້ຂັບລົດ ໂຕໂຍຕ້າ ແລນກຸຍເຊິ້ ໄປກິນເບຍ ກັບຫມູ່ ຢູ່ຫລາຍຮ້ານ, ຕໍ່ມາໄດ້ຍ້າຍມາກິນຢູ່ຮ້ານແຄມຂອງ ເຊີ່ງເປັນຮ້ານສຸດທ້າຍ.

ພໍຮອດທ່ຽງຄືນຜູ້ເສຍຫາຍຈະກັບເຮືອນ ຍ່າງມາຫາລົດຢູ່ບ່ອນຈອດລົດ, ໃນຂະນະນັ້ນ ມີຜູ້ຊາຍ 5 ຄົນ ໄດ້ເອົາປຶນຈິ້ຜູ້ກ່ຽວບັງຄັບໃຫ້ພາເມືອເຮືອນ ພໍຮອດເຮືອນບັງຄັບໃຫ້ບອກລະຫັດຕູ້ເຊັບຢູ່ຊັ້ນລຸ່ມເຮືອນ ຈາກນັ້ນ ກໍໄຂເອົາຊັບສິນທີ່ມີຄ່າ, ຄົນຮ້າຍກໍຂີ່ລົດຫລົບຫນີ ໂດຍນຳໃຊ້ລົດກະບະ ແລະ ລົດເກັງ ລວມ 2 ຄັນ ໃນການກໍ່ເຫດ. ສ່ວນຍິງສາວປອດໄພບໍ່ໄດ້ຮັບບາດເຈັບໃດໆ.

ຕໍ່ມາ ກໍຄືວັນທີ 18 ພຶດສະພາ 2022, ໄດ້ມີຂ່າວອອນລາຍ ໂດຍສະເພາະເພຈຂ່າວປອມ ເຜີຍແຜ່ພາບ ຊາຍສາມຄົນທີ່ມີລາຍສັກເຕັມໂຕ ວ່າເປັນກຸ້ມແກ້ງປຸ້ນຊັບຄັ້ງນີ້ ຖືກເຈົ້າໜ້າທີ່ຈັບຕົວໄດ້ແລ້ວ; ເຊິ່ງເຈົ້າໜ້າທີ່ຜູ້ຮັບຜິດຊອບຄະດີດັ່ງກ່າວ ໄດ້ຢືນຢັນວ່າ:

ຊາຍສາມຄົນທີ່ສື່ອອນລາຍລົງຂ່າວອ້າງວ່າເຈົ້າໜ້າທີ່ຈັບຕົວຜູ້ກໍ່ເຫດປຸ້ນຊີງຊັບຍິງສາວ ຢູ່ບ້ານດົງນາໂຊກເໜືອ ນັ້ນແມ່ນເປັນຂ່າວປອມ ແລະ ພວກກ່ຽວບໍ່ໄດ້ກ່ຽວຂ້ອງກັບຄະດີປຸ້ນຊັບຄັ້ງນີ້ ແລະ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້ເທື່ອ ແລະ ກຳລັງເລັ່ງສືບສວນ-ສອບສວນຫາກຸ່ມຄົນຮ້າຍມາລົງໂທດຢູ່ ແລະ ຂໍຮຽກຮ້ອງນຳສື່ສັງຄົມອອນລາຍຢ່າສ້າງກະແສໃຫ້ສັງຄົມປັ່ນປ່ວນ.

ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here