ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງລາວໃນເດືອນເມສາ

0
1057

ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງລາວໃນເດືອນເມສາ ບັນລຸ 950 ລ້ານໂດລາ

ອີງຕາມຂໍ້່ມູນສູນຂໍ້ມູນຈາກຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ເມສາ 2022 ບັນລຸໄດ້ປະມານ 950 ລ້ານໂດລາສະຫະລັດ (ບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ) ໃນນັ້ນ, ມູນຄ່າການສົ່ງອອກປະມານ 424 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 526 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 102 ລ້ານໂດລາສະຫາລັດ.

ສິນຄ້າສົ່ງອອກຫຼັກ ປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ມັນຕົ້ນ, ແຮ່ເຫລັກ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ ແລະ ຝຸ່ນ (ປຸຍ)

ສິນຄ້ານໍາເຂົ້າຫຼັກ ປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກ ຈາກເຄື່ອງກົນຈັກພາຫະນະ), ເຍື່ອໄມ້ ແລະ ເສດເຈ້ຍ, ສິ້ນສ່ວນອາໄຫລ່ລົດ, ເຄື່ອງດື່ມ , ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫຼັກກ້າ, ເຄື່ອງໃຊ້ທີ່ເຮັດດ້ວຍປລາສຕິກ, ນ້ຳມັນ ແອັດຊັງ, ແອັດຊັງພິເສດ, ເຈ້ຍ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍເຍື່ອເຈ້ຍ-ໄມ້, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫລັກ ປະກອບມີ: ສປ ຈີນ ມີມູນຄ່າ ປະມານ 137 ລ້ານໂດລາສະຫະລັດ, ຫວຽດນາມ 106 ລ້ານໂດລາສະຫະລັດ, ໄທ 65 ລ້ານໂດລາສະຫະລັດ, ອົດສະຕຣາລີ 32 ລ້ານໂດລາສະຫະລັດ ແລະ ສະວິດ 14 ລ້ານໂດລາສະຫະລັດ. ສ່ວນ 5 ປະເທດທີ່ ສປປ ລາວ ນໍາເຂົ້າຫລັກປະກອບມີ: ໄທ ມູນຄ່າປະມານ 238 ລ້ານໂດລາສະຫະລັດ, ສປ ຈີນ 157 ລ້ານໂດລາສະຫະລັດ, ຫວຽດນາມ 47 ລ້ານໂດລາສະຫະລັດ, ສ ອາເມລິກາ 18 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 12 ລ້ານໂດລາສະຫະລັດ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here