ເລັ່ງຂຶ້ນບັນຊີລົດລັດ ສະສາງລົດເກົ່າ ແລະ ຖອນຄືນຈຳນວນໜຶ່ງ

0
1647

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ແລະ ກະຊວງການເງິນ ເປີດເຜີຍຜົນການຈັດຕັ້ງປະຕິບັດດຳລັດ ວ່າດ້ວບລົດຂອງລັດ ສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ເຫັນວ່າມີຄວາມຄືບໜ້າດີສົມຄວນ ໂດຍທຸກພາກສ່ວນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວ ແລະ ສຳເລັດ ການເຜີຍແຜ່ເນື້ອໃນຂອງດຳລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ໂດຍຕິດພັນກັບການເຮັດວຽກງານການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ.

ພ້ອມດຽວກັນນັ້ນ, ກໍໄດ້ເລັ່ງສັງລວມ ຂຶ້ນບັນຊີລົດຂອງລັດ ທີ່ກະຊວງ-ອົງການຂອງຕົນ ຄຸ້ມຄອງ ແລະ ນຳໃຊ້ ເປັນຕົ້ນ ຈຳນວນລົດ, ຊະນິດ-ປະເພດລົດ (ລົດປະຈໍາຕໍາແໜ່ງການນໍາລະດັບສູງ, ລົດບໍລິຫານ ແລະ ລົດວິຊາສະເພາະ), ຜູ້ນຳໃຊ້ລົດ, ສະພາບລົດ ແລະ ອື່ນໆ; ລວມທັງແຜນການຈັດສັນລົດຄືນໃໝ່ ແລະ ແຜນການສະສາງລົດເກົ່າ ທີ່ໝົດອາຍຸການໃຊ້ງານ ແລະ ໄດ້ຖອນຄືນລົດຈຳນວນໜຶ່ງ ທີ່ເກີນກໍານົດ ໃນດຳລັດ ເລກທີ 599/ລບ.

ສະເພາະ ຫສນຍ ກໍໄດ້ສົມທົບກັບກະຊວງການເງິນ ດໍາເນີນການຖອນລົດຈໍານວນໜຶ່ງຈາກການນໍາຂັ້ນສູງ ແລະ ໄດ້ດຸ່ນດ່ຽງລົດທີ່ໄດ້ຖອນມານັ້ນ ໃຫ້ຂະແໜງການ, ອົງການ ຈຳນວນໜຶ່ງ; ໄດ້ສົມທົບກັນ ກໍານົດວິທີການ, ກົນໄກ, ແຜນດໍາເນີນງານ ແລະ ຄາດໝາຍທາງດ້ານເວລາ ໃນການຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດດໍາລັດ 599/ລບ ແລະ ໄດ້ແຕ່ງຕັ້ງຄະນະລົງເຜີຍແຜ່ເອກະສານ ກ່ຽວກັບການຄຸ້ມຄອງພາຫະນະຂອງລັດ ຢູ່ບັນດາແຂວງໃນທົ່ວປະເທດ. ໃນຕໍ່ໜ້າ ຖ້າພາກສ່ວນໃດ ບໍ່ທັນສຳເລັດ ການຂຶ້ນບັນຊີສະຖິຕິລົດ ກໍໃຫ້ສືບຕໍ່ຮີບຮ້ອນຈັດຕັ້ງປະຕິບັດ ແລ້ວສັງລວມລາຍງານ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.ການຈັດຕັ້ງປະຕິບັດດຳລັດ ສະບັບນີ້ ສ່ອງແສງໃຫ້ເຫັນເຖິງ ຄວາມພະຍາຍາມຂອງພັກ ແລະ ລັດ ໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດ ໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດ, ສ້າງລັດຂອງປະຊາຊົນ ໃຫ້ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນ ແລະ ສັງຄົມຫລາຍຂຶ້ນ, ສິ່ງສຳຄັນ ແມ່ນປະຕິບັດ ທິດຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານດັ່ງກ່າວ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດໄວ້ ໃຫ້ປະກົດຜົນເປັນຈິງ.

ຂໍ້ມູນ. ຫສນຍ ພາບປະກອບຂ່າວ

LEAVE A REPLY

Please enter your comment!
Please enter your name here