ສານຕັດສິນລົງໂທດປະຫາຊີວິດໃນຂໍ້ຫາຢາເສບຕິດ

0
2077

ຕາມການລາຍງານຂອງໜັງສືພິມຄວາມສະຫງົບໃຫ້ຮູ້ວ່າ: ໃນວັນທີ 6 ພຶດສະພາ 2022, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງອຸດົມໄຊ ໄດ້ເປີດກອງ ປະຊຸມ ເພື່ອຄົ້ນຄວ້າພິຈາລະນາສໍານວນຄະດີໃນສະຖານຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດ ( ປະເພດຢາບ້າ ) ໄວ້ໃນຄອບຄອງ ໂດຍມີຈໍາເລີຍຊື່ ທ້າວ ຢາເຊັງ ອາຍຸ 40 ປີ ຢູ່ບ້ານທອງສີ ເມືອງໂພນທອງ ແຂວງ ຫຼວງພະບາງ.

ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຖະແຫຼງເນື້ອໃນຄະດີຂອງຈໍາເລີຍ ໃຫ້ຮູ້ວ່າ: ໃນ ເວລາ 13:00 ໂມງຂອງວັນທີ 24 ທັນວາ 2020, ເຈົ້າຫນ້າທີ່ຕໍາຫຼວດ ປກສ ເມືອງປາກແບງ ແຂວງອຸດົມ ໄຊ ໄດ້ອອກເຄື່ອນໄຫວຕັ້ງຈຸດກວດກາຢູ່ເສັ້ນທາງເຂດບ້ານມົກແຄໃຫຍ່ ເມືອງປາກແບງ ແລະ ໃນຂະນະ ນັ້ນ, ໄດ້ພົບເຫັນ ທ້າວ ຢາເຊັງ ຂັບ ຂີ່ລົດຈັກຮອນດາເວັບ 100 ສີແດງ-ດໍາ ຫມາຍເລກທະບຽນ ຈຈ 1148 ຫຼວງນ້ໍາທາ ມາແຕ່ທາງເມືອງຜາອຸດົມ ແຂວງບໍ່ແກ້ວ ດ້ວຍທ່າທາງມີພິລຸດສົງໄສ ຈຶ່ງໄດ້ລັດລົດຈັກ ຜູ້ກ່ຽວ ພ້ອມທັງຂໍອະນຸຍາດກວດກາລົດ ແລະ ຄົ້ນຕົວ ຈຶ່ງພົບ ເຫັນຢາບ້າ ຈໍານວນ 20 ມັດ ເທົ່າກັບ 40.000 ເມັດ ນໍ້າຫນັກ 4 ກິໂລກຼາມ ຊຸກເຊື່ອງໄວ້ຢູ່ໃນຖົງຢາງຂອງຜູ້ກ່ຽວ. ຈາກນັ້ນ, ຈຶ່ງໄດ້ກັກຕົວພ້ອມ ຂອງກາງມາມອບ ໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ດໍາເນີນ ຄະດີຕາມກົດຫມາຍ.

ຜ່ານການສືບສວນ-ສອບສວນ, ທ້າວ ຢາເຊັງ ໄດ້ໃຫ້ການຮັບສາລະພາບວ່າ: ໃນເດືອນມິຖຸນາ 2020, ຜູ້ກ່ຽວ ໄດ້ໄປຮັບຈ້າງປາດຢາງພາລາຢູ່ບ້ານລາວຫຼວງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ມາຮອດ ວັນທີ 20 ທັນວາ 2020, ນາງ ປູ່ເຢ ( ແມ່ເມຍ ) ຢູ່ບ້ານທອງເຫນືອ ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ໂທລະສັບບອກໃຫ້ຜູ້ກ່ຽວກັບໄປບ້ານ ຍ້ອນແມ່ເມຍບໍ່ສະບາຍ. ວັນທີ 23 ທັນວາ 2020, ຜູ້ກ່ຽວຈຶ່ງ ໄດ້ຢືມລົດຈັກຂອງ ທ້າວ ຈະ ຢູ່ບ້ານ ຫົວຂົວ ເມືອງລອງ ແຂວງຫຼວງນໍ້າທາ ທີ່ໄດ້ມາຢາມຜູ້ກ່ຽວຢູ່ເຮືອນ. ຈາກນັ້ນ, ຜູ້ກ່ຽວຈຶ່ງຂັບຂີ່ລົດຄັນດັ່ງກ່າວອອກຈາກສວນຢາງພາລາບ້ານລາວຫຼວງ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ເພື່ອຈະກັບໄປບ້ານ. ເມື່ອຂັບຂີ່ໄປຮອດເຂດບ້ານຫ້ວຍຊາຍນ້ອຍ ຈຶ່ງໄດ້ເຊົ່າບ້ານພັກເພື່ອນອນຄ້າງ ຄືນໃນເວ ລາຍ່າງໄປຊື້ຂອງກິນຢູ່ຕະຫຼາດໄດ້ມີຜູ້ຊາຍສອງຄົນ ( ບໍ່ຮູ້ຊື່ ແລະ ທີ່ຢູ່ ) ຍ່າງມາຖາມຜູ້ກ່ຽວວ່າ: ມາແຕ່ໃສ ແລະ ຈະໄປໃສ, ຜູ້ກ່ຽວຕອບວ່າ ມາແຕ່ບ້ານລາວຫຼວງ ຈະໄປເບິ່ງແມ່ເຖົ້າເຈັບຢູ່ບ້ານທອງເຫນືອ ເມືອງໂພນທອງ ແຂວງຫຼວງພະບາງ ແລ້ວມີຜູ້ຊາຍຄົນຫນຶ່ງ ຊື່ ທ້າວ ລາວຕົວ ຢູ່ເມືອງນ້ໍາບາກ ແຂວງຫຼວງ ພະບາງ ແຕ່ບໍ່ໄດ້ບອກບ້ານຢູ່ ໄດ້ເວົ້າຕື່ມວ່າ: ມີເລື່ອງຢາກລົມນໍາ. ພາຍຫຼັງທີ່ຊື້ຂອງກິນ ແລ້ວພວກກ່ຽວຈຶ່ງ ໄດ້ກັບມາລົມກັນຢູ່ບ້ານພັກທີ່ຜູ້ກ່ຽວເຊົ່າ ໂດຍ ທ້າວ ລາວຕົວ ໄດ້ບອກໃຫ້ຜູ້ກ່ຽວຂົນສົ່ງຢາບ້າ ຈໍານວນ 20 ມັດ ຈາກແຂວງບໍ່ແກ້ວ ໄປສົ່ງໃຫ້ຜູ້ກ່ຽວຢູ່ເຂດບ້ານປາກມອງ ເມືອງນ້ໍາບາກ ແຂວງຫຼວງພະບາງ ໂດຍ ຈະໃຫ້ເງິນຄ່າຈ້າງຈໍານວນ 500.000 ກີບ ຜູ້ກ່ຽວຈຶ່ງໄດ້ຕົກລົງ ເນື່ອງຈາກວ່າເປັນເສັ້ນທາງ ທີ່ຕົນຈະໄດ້

ເຫັນວ່າ: ການກະທໍາຂອງ ທ້າວ ຢາ ເຊັງ (ຈໍາເລີຍ) ເປັນການກະທໍາທີ່ແຕະຕ້ອງຕໍ່ປະມວນກົດຫມາຍ ອາຍງໃນ ຫມວດທີ 8 ການກະທໍາຜິດກ່ຽວກັບຢາ ເສບຕິດ ໂດຍອີງຕາມໃບຢັ້ງຢືນຜົນການພິສູດ-ວິໄຈຢາ ເສບຕິດຂອງພະ ແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ສະບັບເລກ ທີ 1985/021 ຢັ້ງຢືນວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນບັນຈຸສານເສບຕິດໃນ ຫມວດ Methampheta- mine (ຢາບ້າ+).

ດ້ວຍເຫດນີ້, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນແຂວງອຸດົມໄຊ ຈຶ່ງໄດ້ພິຈາລະນາຕັດສິນຕາມ ຄໍາຕັດສິນ ເລກທີ 052/ຂຕ.ອ, ລົງວັນທີ 6 ພຶດ ສະພາ 2022 ບອກວ່າ: ຕັດສິນ ທ້າວ ຢາເຊັງ (ຈໍາເລີຍ) ມີຄວາມຜິດທາງອາຍາ ໃນຫມວດທີ 8 ມາດຕາ 315 ວັກ 4 ໃນການຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດ ປະເພດຢາບ້າໄວ້ໃນຄອບຄອງ ຖືກສານຕັດສິນລົງໂທດປະຫານຊີວິດ ແລະ ຮິບຢາເສບຕິດ (ປະເພດຢາບ້າ) ຈໍານວນ 20 ມັດ ເທົ່າກັບ 40.000 ເມັດ ຂອງຈໍາເລີຍມາທໍາລາຍຖິ້ມ, ຮິບລົດຈັກຮອນດ້າ ສີແດງດໍາ ຫມາຍເລກທະບຽນ ຈຈ 1148 ຫຼວງນ້ໍາທາ ທີ່ໄດ້ນໍາໃຊ້ເຂົ້າໃນການກະທໍາຜິດມາເປັນຂອງລັດ.

LEAVE A REPLY

Please enter your comment!
Please enter your name here