ເຄື່ອຂ່າຍຊາວກະສິກອນລາວ ແຈ້ງບໍ່ມີນໍ້າມັນໃຊ້ເຮັດວຽກ

0
2913

ດັ່ງທີ່ເຮົາຮູ້ບັດຈຸບັນ, ສະພາບການຕອບສະໜອງຂອງນໍ້າມັນທີ່ມີຕໍ່ຄວາມຕ້ອງການຂອງຜູ້ຊົມໃຊ້ບໍ່ພຽງພໍ ເຊິ່ງຈະສັງເຫດໄດ້ຈາກປະຊາຊົນອັງອໍລຽງແຖວໃສ່ນໍ້າມັນ ບາງເຂດປໍ້າກໍປິດ ເຮັດໃຫ້ປະຊາຊົນຫຼາຍບ້ານມາໂຮມໃສ່ແຕ່ປໍ້າດຽວ ຈົນເຮັດໃຫ້ນໍ້າມັນຂາດ, ບາງປໍ້າກໍມີແຕ່ກະຊວນເທົ່ານັ້ນ ເຮັດໃຫ້ຜູ້ທີ່ໃຊ້ລົດທີ່ໃສ່ນໍ້າມັນແອັດຊັງເກີດຂໍ້ຫຍຸ້ງຍາກໃນການຊອກປໍ້າທີ່ໃສ່ນໍ້າມັນແອັດຊັງ.

ຕໍ່ກັບເຫດການດັ່ງກ່າວ ເຮົາກໍຈະເຫັນໄດ້ເຖິງການໂພສຈາກບັນຊີເຟສບຸກສ່ວນບຸນຄົນທີ່ໄດ້ອອກມາລາຍງານກ່ຽວກັບສະພາບນໍ້າມັນ. ເພາະມັນໄດ້ກະທົບເຖິງການເຮັດວຽກ ແລະ ປະກອບອາຊີບໃນການດຳລົງຊີວິດຂອງປະຊາຊົນ.

ຈົນມາຮອດເຄື່ອຂ່າຍຊາວກະກອນລາວ Lao Farmer Network ທີ່ໄດ້ໂພສເທິງບັນຫານໍ້າມັນຄືດັ່ງນີ້: ຊາວກະສິກອນພົບບັນຫາບໍ່ສາມາດໄຖສວນ ໄຖນາ ຫົກຜັກ ເນື່ອງຈາກນໍ້າມັນຂາດ ແລະ ປໍ້ານໍ້າມັນຫຼາຍປໍ້າປິດໃຫ້ບໍລິການ ສະເໜີເຖິງພາກສ່ວນທີ່ກ່ຽວຂ້ອງຊ່ວຍເລັ່ງແກ້ໄຂ.

ຈາກນັ້ນ, ກໍມີປະຊາຊົນຊາວກະສິກອນລາວໄດ້ເຂົ້າມາສະແດງຄວາມຄິດເຫັນພ້ອມ ບອກເລົ່າບັນຫາຂອງຕົນເຊັ້ນກັນ.

ເຊິ່ງຜູ້ໃຊ້ເພຈບຸກທ່ານໜຶ່ງ ກໍໄດ້ສະແດງຄວາມຄິດເຫັນວ່າ: ນາ 200-300ໄຮ້ຊື້ນ້ຳມັນໄດ້ເທືອລະ 20ລິດຈັງໃດຊິແລ້ວນາ ລ້າສຸດຈະໄດ້ຈອດລົດໄວ້ແລ້ວ ທ່ານເອີຍ.

ເປັນແນວນີ້ ທາງໂທລະໂຄ່ງກໍໍໍຂໍເປັນກຳລັງໃຈໃຫ້ທຸກຝ່າຍ ແລະ ຂໍໃຫ້ພາກສ່ວນກ່ຽວຂ້ອງຊ່ວຍເຂົ້າມາຊ່ວນແກ້ໄຂຕໍ່ເຫດການດັ່ງກ່າວ.

LEAVE A REPLY

Please enter your comment!
Please enter your name here