ປະຢັດເພື່ອພ້ອມພາກັນຜ່ານພົ້ນວິກິດບັນຫານໍ້າມັນຂາດປໍ້າ

0
930

ລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນຮຽກຮ້ອງສັງຄົມປະຍັດ ຫຼຸດຜ່ອນການໄປ – ການມາ ບໍ່ຈຳເປັນ ເພື່ອພ້ອມພາກັນຜ່ານພົ້ນວິກິດບັນຫານໍ້າມັນຂາດປໍ້າ.

ແຂວງຄຳມ່ວນ ກໍ່ແມ່ນແຂວງໜຶ່ງທີ່ພົບກັບບັນຫານໍ້າມັນບໍ່ພຽງພໍ ( ນໍ້າມັນຂາດປໍ້າ ), ບາງປໍ້າພາຍໃນແຂວງ ແມ່ນຂາດນໍ້າມັນ ເຮັດໃຫ້ຜູ້ໃຊ້ລົດພົບຄວາມຫຍຸ້ງຍາກບໍ່ສະດວກໃນເວລາມາໃຊ້ບໍລິການເຕີມນໍ້າມັນ, ຕໍ່ສະພາບການດັ່ງກ່າວ ທ່ານ ວົງສອນ ພິມມະວົງສາ ຫົວໜ້າລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 19 ພຶດສະພາ 2022 ກ່ຽວກັບການຕອບສະໜອງນໍ້າມັນບໍ່ພຽງພໍໃນປະຈຸບັນນີ້. ເຊິ່ງລັດວິສາຫະກິດນໍ້າມັນເຊື້ອໄຟລາວແມ່ນມີ 7 ສາຂາ ໃນທົ່ວປະເທດ ແລະ ມີສຳນັກງານໃຫຍ່ຢູ່ນະຄອນຫລວງ ຂໍຊີ້ແຈງໃນການຕອບສະໜອງນໍ້າມັນຢູ່ແຂວງຄຳມ່ວນ, ປະຈຸບັນພົບບັນຫານໍ້າມັນບໍ່ພຽງພໍ ສະນັ້ນພວກເຮົາໄດ້ຈັດແບ່ງນໍ້າມັນໃຫ້ປໍ້າຕົວແທນພາຍໃນເທດສະບານແຂວງ, ບັນດາເມືອງໃນທົ່ວແຂວງ, ໃນການສະໜອງນໍ້າມັນສະເລ່ຍ ປະມານ ອາທິດລະ 1-2 ຄັ້ງ ແລະ ໃຫ້ຈຳນວນໜ້ອຍ ໄດ້ຫ້າມບໍ່ໃຫ້ຂາຍໃສ່ຕຸກເພື່ອນຳໄປຂາຍຕໍ່ເກນກຳໄລຢ່າງເດັດຂາດ, ສຳລັບເມືອງໃນເທດສະບານແຂວງ ປໍ້າແບບຢ່າງຂອງລັດ ( ປໍ້າຫລັກ 02 ) ໄດ້ກຳນົດໃຫ້ຈຳໜ່າຍ: ລົດໃຫຍ່ແມ່ນ ບໍ່ເກີນ 4 ແສນກີບ/ຄັນ, ສ່ວນປະຊາຊົນສ່ວນໜຶ່ງທີ່ຮຽກຮ້ອງຂໍຊື້ໃສ່ຕຸກເພື່ອນຳໃຊ້ເຂົ້າໃນການຜະລິດ ( ໄຖນາ ) ພວກເຮົາກໍ່ໄດ້ກຳນົດໃຫ້ບໍ່ເກີນ 20 ລິດ/ຄົນ.

ວິທີແກ້ໄຂປໍ້າຂາຍຍ່ອຍທີ່ຂາດນໍ້າມັນແມ່ນໄດ້ລາຍງານໄປຍັງພາກສ່ວນກ່ຽວຂ້ອງໂດຍສະເພາະພະແນກອຸດສາຫະກຳ ແລະ ການຄ້າແຂວງ ເພື່ອລົງ ຕິດ ຕາມບັນດາປໍ້າຕົວແທນບໍ່ວ່າຈະເປັນ ປໍ້າຂອງລັດ ຫລື ເອກະຊົນ ຂໍໃຫ້ເພິ່ນເປັນຕົວຫລັກ ໃນການແກ້ໄຂ, ກວດກາສາງ, ປໍ້າ ເພາະບໍລິສັດຂອງລັດ ແລະ ເອກະຊົນເຄື່ອນໄຫວມີທັງໝົດ 10 ບໍລິສັດ ແລະ ເພື່ອສ້າງຄວາມເຂົ້າໃຈຕໍ່ສັງຄົມໃນສາຍເຫດນໍ້າມັນບໍ່ພຽງພໍນີ້ ເນື່ອງຈາກພວກເຮົາບໍ່ມີເງິນຕາພຽງພໍ ເພາະເວລາຊື້ສິນຄ້າແມ່ນເປັນເງິນຕາຕ່າງປະເທດບວກກັບອັດຕາແລກປ່ຽນເພີ່ມຂື້ນໃນແຕ່ລະວັນ ແລະ ອີກບັນຫາໜຶ່ງປະເທດຜູ້ຜະລິດນໍ້າມັນໄດ້ລຸດລົງ ຜູ້ຊົມໃຊ້ພັດຫລາຍຂຶ້ນ ແລະ ບັນຫາຂໍ້ຂັດແຍ່ງຢູ່ເອີລົບເກີດມີສົງຄາມ, ໃນເມືອພົບວິກິດແບບນີ້ຂ້າພະເຈົ້າໃນນາມຫົວໜ້າບໍລິສັດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນ ຢາກຂໍຮຽກຮ້ອງມາຍັງສັງຄົມ ໃຫ້ປະຍັດໃນການນໍາໃຊ້ ຫລີກລ້ຽງບັນຫາໄປຫລີ້ນໄປທ່ຽວໂດຍສິ່ງບໍ່ຈຳເປັນ ແລະ ນໍ້າມັນມີສະຕອກໄວ້ນີ້ເພື່ອນຳໃຊ້ເຂົ້າໃນດ້ານກະສິກຳ ການເຮັດໄຮ່, ໄຖນາ ເພື່ອລ້ຽງຊີບປະຈຳວັນ ໃນຊ່ວງວິກິດນີ້ຖ້າພວກເຮົາຟຸມເຟື່ອຍກໍ່ຈະເຮັດໃຫ້ການດຳລົງຊີວິດພົບບັນຫາຫຍຸ້ງ ຍາກ.ສຳລັບປໍ້າຕົວແທນຂອງລັດເຮົາ ( ປໍ້າຫລັກ 02 ) ຖືໄດ້ວ່າຍັງມີພຽງພໍ ແລະ ມີສ່ວນແຮໄວ້ ເພື່ອສະໜອງໃຫ້ບັນດາການນຳ ແລະ ພາກສ່ວນກ່ຽວຂ້ອງ ໃນເວລາສຸກເສີນຕ່າງໆ ແລະ ພາກສ່ວນໃດມີຂໍ້ຄິດເຫັນ ຫລື ຫາວິທີແກ້ໄຂທີ່ດີກວ່ານີ້ກໍ່ຫາວິທີແກ້ໄຂຊ່ວຍກັນ ເພື່ອລຸດຜ່ອນແບ່ງເບົາໃຫ້ພັກ – ລັດເຮົາ ເພື່ອກ້າວໄປສູ່ສະພາບປົກກະຕິ.

ຂໍ້ມູນຈາກ: Khammouane News

LEAVE A REPLY

Please enter your comment!
Please enter your name here