ການຊອກຫາວິທີການເພື່ອໃຫ້ການສະໜັບສະໜູນປະເທດດ້ອຍພັດທະນາ

0
696

ໃນວັນທີ 19 ພຶດສະພາ ທີ່ຜ່ານມາ, ທ່ານ ອານຸພາບ ວົງຫນໍ່ແກ້ວ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມທົບທວນການປະຕິບັດງານຂອງ ສະພາເສດຖະກິດ-ສັງຄົມ ສປຊ ປະຈໍາປີ 2022 ໃນຫົວຂໍ້ “ການຫັ້ນປ່ຽນເພື່ອສະໜັບສະໜູນປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ແລະ ປະເທດກຳລັງພັດທະນາທີ່ເປັນເກາະດອນນ້ອຍ”.

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບວິທີການ ທີ່ເຄືອຂ່າຍດ້ານການພັດທະນາຂອງ ສປຊ ສາມາດໃຫ້ການສະໜັບສະໜູນ ໂດຍຜ່ານມາດຕະການສາກົນ ອັນໃໝ່ ແກ່ກຸ່ມປະເທດທີ່ມີຄວາມອ່ອນໄຫວດັ່ງກ່າວ ໃຫ້ກັບຄືນສູ່ເສັ້ນທາງເພື່ອບັນລຸເປົ້າຫມາຍ SDGs ໂດຍການຟື້ນຟູແບບຍືນຍົງຈາກຜົນກະທົບຂອງໂຄວິດ-19.

ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ລົງເລີກ ກ່ຽວກັບ ການຊອກຫາວິທີການເພື່ອໃຫ້ການສະໜັບສະໜູນປະເທດດ້ອຍພັດທະນາ ໃນການເຊື່ອມສານ ຜົນຂອງກອງປະຊຸມ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 (LDC5) ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມໃນລະດັບປະເທດ.

ຜູ້ຕາງໜ້າຖາວອນ ໄດ້ມີຄໍາເຫັນໃນພາກສົນທະນາ ໂດຍຍົກໃຫ້ເຫັນຄວາມສຳຄັນຂອງການແກ້ໄຂສະພາບຄວາມທຸກຍາກໃຫ້ມີຄວາມຍືນຍົງເຊິ່ງ ອົງການ ສປຊ ຕ້ອງໄດ້ວາງມາດຕະການໃຫ້ການສະຫນັບສະໜູນຊ່ວຍເຫຼືອ ລວມທັງການຮັບປະກັນການຕອບສະຫນອງແຫຼ່ງທຶນທີ່ເໝາະສົມ ໂດຍອີງໃສ່ສະພາບການພັດທະນາຕົວຈິງ, ບຸລິມະສິດ ແລະ ຄວາມຕ້ອງການສະເພາະຂອງແຕ່ລະປະເທດ ພ້ອມທັງເອົາໃຈໃສ່ຕໍ່ຂະແໜງການທີ່ໄດ້ຮັບຜົນກະທົບຫລາຍກວ່າຫມູ່ເພື່ອໃຫ້ສາມາດປັບຕົວເຂົ້າກັບສະພາບການ ແລະສິ່ງທ້າທາຍໃໝ່. ໃນນັ້ນ, ການປະຕິບັດຍຸດທະສາດການຂ້າມຜ່ານແບບໂລ່ງລ່ຽນ ຍັງຮຽກຮ້ອງໃຫ້ເພີ້ມການສະໜັບສະໜູນຂອງບັນດາຄູ່ຮ່ວມພັດທະນາ ແລະ ເຄືອຂ່າຍການພັດທະນາຂອງ ສປຊ ທັງໃນດ້ານການເງິນ ແລະ ເຕັກນິກວິຊາການ.

ແຫຼ່ງຂ່າວ: ຮູບພາບ/ຂ່າວໂດຍ: Permanent Mission of the Lao PDR to the United Nations

LEAVE A REPLY

Please enter your comment!
Please enter your name here