ລາຍຮັບ 3 ເດືອນຕົ້ນປີ ຂອງດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ

0
698

ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ປີ 2022 ດ່ານສາກົນນາເພົ້າໄດ້ຮັບຕົວເລກມອບໝາຍຈັດເກັບລາຍຮັບຈຳນວນທັງໝົດ 184,7 ຕື້ກີບ, ເພີ່ມຂຶ້ນ 91,4 ຕື້ກີບ ຖ້າທຽບໃສ່ປີຜ່ານມາ ຜ່ານການຈັດຕັ້ງປະຕິບັດໄລຍະ 3 ເດືອນຕົ້ນປີສາມາດຈັດເກັບລາຍຮັບໄດ້ 14,03 ຕື້ກີບ ເທົ່າກັບ 7,60% ຂອງແຜນການປີ ເຊິ່ງລາຍຮັບສ່ວນຫຼາຍແມ່ນໄດ້ຈາກປະເພດນໍ້າມັນເຊື້ອໄຟ, ສິ້ນສ່ວນອາໄຫຼ່, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ປະເພດສິນຄ້ານຳເຂົ້າເພື່ອສົ່ງອອກ ແລະ ຄ່າທຳນຽມຕ່າງໆ.

ສ່ວນສາເຫດທີ່ເຮັດໃຫ້ການເກັບລາຍຮັບບໍ່ບັນລຸ ແມ່ນເນື່ອງມາຈາກການນຳເຂົ້າປະເພດສິນຄ້າມີລັກສະນະຫຼຸດລົງ, ການນຳເຂົ້າ-ສົ່ງອອກ ຢູ່ປະເທດຕົ້ນທາງ-ປາຍທາງມີຄວາມຫຍຸ້ງຍາກ, ການປະຕິບັດມູນຄ່າແຈ້ງຕາມລາຄາຊື້-ຂາຍຕົວຈິງ ຍັງບໍ່ສາມາດຄຸ້ມຄອງໄດ້ຢ່າງມີປະສິດທິພາບ ລວມໄປເຖິງການກຳນົດວາງແຜນໃນການເກັບລາຍຮັບ ໃນແຕ່ລະໄລຍະ, ແຕ່ລະເດືອນບໍ່ເປັນໄປຕາມເປົ້າໝາຍທີ່ຄາດຄະເນໄວ້ ຍ້ອນການປ່ຽນແປງຂອງຜູ້ນຳເຂົ້າ-ສົ່ງອອກ ແລະ ສະພາບແວດລ້ອມໃນຕົວ ແລະ ນອກຕົວ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເກັບລາຍຮັບ ບັນລຸຕາມລະດັບ ຄາດໝາຍ ດ່ານພາສີສາກົນນາເພົ້າໄດ້ວາງມາດຕະການ ແລະ ວຽກງານຈຸດສຸມໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ ເພີ່ມທະວີການເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ອ້າຍນ້ອງພະນັກງານ, ຖືເອົາການເກັບລາຍຮັບ ເປັນໜ້າທີ່ການເມືອງຕົ້ນຕໍຕິດພັນການການເຄື່ອນໄຫວວຽກງານອື່ນໆ, ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ ພະນັກງານໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດຂອງແຕ່ລະບຸກຄົນ, ເພີ່ມທະວີການປະຕິບັດໜ້າທີ່ວຽກງານ ວິຊາສະເພາະໃຫ້ເຂັ້ມງວດ, ເອົາໃຈໃສ່ຄຸ້ມຄອງລາຍຮັບປະເພດສິນຄ້າທີ່ເປັນຕົ້ນຕໍ, ຕິດຕາມ, ຄຸ້ມຄອງສິນຄ້າ ທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ເພື່ອຫຼີກລ້ຽງຊ່ອງຫວ່າງໃນການນຳໃຊ້ທີ່ບໍ່ຖືກເປົ້າໝາຍ, ປັບປຸງແບບ ແຜນວິທີເຮັດວຽກໃຫ້ກະທັດຮັດ, ສອດຄ່ອງຕາມລະບຽບກົດໝາຍ ຫຼຸດຜ່ອນຂັ້ນຂອດທີ່ບໍ່ຈຳເປັນ, ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ ສິນຄ້າທີ່ຖືກກົດໝາຍ, ສືບຕໍ່ປະຕິບັດຕາມສຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງເຂັ້ມງວດ ລວມເຖິງການເພີ່ມທະວີປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ພະແນກການທີ່ກ່ຽວຂ້ອງ ເພື່ອສ້າງສິ່ງອຳນວຍຄວາມສະດວກໃນການປະຕິບັດວຽກງານວິຊາສະເພາະ ຢູ່ດ່ານພາສີ ສາກົນນາເພົ້າໃຫ້ມີຄວາມເຂັ້ມແຂງ.

ແຫຼງຂ່າວ: Khammouane News

LEAVE A REPLY

Please enter your comment!
Please enter your name here