ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມສາມາດດຶງດູດການລົງທຶນໄດ້ 260 ບໍລິສັດ

0
1142

ມາຮອດປັດຈຸບັນ ເຂດພັດທະນາເສດຖະກິດພິເສດ ບໍ່ເຕ່ນແດນງາມ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນແລ້ວ 260 ບໍລິ ສັດ, ມີທຶນຈົດທະບຽນ 676,7 ຕື້ກວ່າກີບ ຫຼື ປະມານ 15 ຕື້ກວ່າຢວນ.

ທ່ານ ຄອນທອງ ເລື່ອງຄຳມາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຫຼວງນ້ຳທາ ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ປັດຈຸບັນເຂດພັດທະນາເສດຖະກິດພິເສດບໍ່ເຕ່ນແດນງາມ ໄດ້ສຳເລັດການບຸກເບີກເນື້ອທີ່ດິນ, ປັບພື້ນທີ່ດິນພູໃຫ້ຮາບພຽງ ເພື່ອຮອງຮັບນັກລົງທຶນທີ່ມີຄວາມສົນໃຈເຂົ້າມາລົງທຶນໄດ້ 1.131 ເຮັກຕາ ແລະ ຈັດແບ່ງການນຳໃຊ້ທີ່ດິນ ອອກເປັນ 3 ເຂດ ຄື:

ເຂດເສດຖະກິດການຄ້າ ແລະ ການເງິນສາກົນ: ມີເນື້ອທີ່ 266 ເຮັກຕາ; ເຂດວັດທະນະທໍາ ແລະ ທ່ອງທ່ຽວ ກວມເອົາເຂດສາທາ ລະນະສຸກ, ເຂດການສຶກສາ ແລະ ອື່ນໆ ມີເນື້ອທີ່ລວມ 732,6 ເຮັກຕາ ແລະ ເຂດຄ່ຽນຖ່າຍສິນຄ້າ (ໂລຈິສຕິກ) ຊຶ່ງລວມທັງເຂດອຸດສາຫະກຳປຸງແຕ່ງ ມີເນື້ອທີ່ລວມ 133 ເຮັກຕາ. ທ່ານ ຄອນທອງ ເລື່ອງຄຳມາ ຍັງໄດ້ເຊີນຊວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງທີ່ຈະເຂົ້າມາທ່ຽວຊົມພາຍໃນເຂດ ແມ່ນສາມາດເດີນທາງມາໄດ້ ແຕ່ຕ້ອງໄດ້ມີການລົງທະບຽນກວດ ATK ເພື່ອຢັ້ງຢືນການກວດຫາເຊື້ອພະຍາດໂຄວິດ-19, ເມື່ອຜົນກວດບໍ່ພົບເຊື້ອ ທ່ານສາມາດເຂົ້າມາທ່ອງທ່ຽວ ແລະ ຢ້ຽມຊົມພາຍໃນເຂດ ຊຶ່ງຈະມີເຈົ້າໜ້າທີ່ ປກສ ເຂດ ແລະ ພະນັກງານຮັກສາຄວາມປອດໄພ ເຂດບໍ່ເຕ່ນແດນງາມ ເປັນຜູ້ເກັບກຳຂໍ້ມູນ ແລະ ຕິດຕາມ ເພື່ອຮັກສາຄວາມປອດໄພໃຫ້ ໃນສະຖານທີ່ທ່ອງທ່ຽວຕ່າງໆ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here