ດ່ານພາສີສາກົນຂົວມິດຕະພາບ 3 ເກັບລາຍຮັບໄດ້ 114,2 ຕື້ກີບ

0
1576

ຕາມການໃຫ້ສຳພາດຂອງຂອງທ່ານ ນາງ ກິນນະລີ ທຳມະວົງ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ໃຫ້ຮູ້ວ່າ: ປີ 2022 ດ່ານພາສີສາກົນຂົວມິດຕະພາບ 3 ໄດ້ຮັບຕົວເລກສູ້ຊົນເກັບລາຍຮັບຈຳນວນທັງໝົດ 412,7 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດມາຮອດວັນທີ 10 ພຶດສະພາສາມາດຈັດເກັບລາຍຮັບໄດ້ທັງໝົດ 114,2 ຕື້ກີບ ເທົ່າກັບ 27,67% ຂອງແຜນການປີ.

ໃນນີ້, ລາຍຮັບສ່ວນຫຼາຍແມ່ນໄດ້ຈາກໝວດສິນຄ້າປະເພດນໍ້າມັນເຊື້ອໄຟ, ການນຳເຂົ້າພາຫະນະ, ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າຂາອອກ ແລະ ຄ່າທຳນຽມຕ່າງໆ.

ຄາດຄະເນໃນ 6 ເດືອນຕົ້ນປີ 2022 ການເກັບລາຍຮັບຈະສາມາດບັນລຸໄດ້ 185 ຕື້ກີບ ຫຼື ເທົ່າກັບ 45% ຂອງແຜນການປີ. ແຕ່ເຖິງຢ່າງໃດກໍຕາມເພື່ອເຮັດໃຫ້ລາຍຮັບຕາມຕົວເລກຄາດຄະເນໄວ້ບັນລຸ ແລະ ລື່ນຄາດໝາຍ ດ່ານພາສີຂົວມິດຕະພາບ 3 ໄດ້ກຳນົດຫຼາຍມາດຕະການຈຳນວນໜຶ່ງເປັນວຽກງານຈຸດສຸມຄື: ສືບຕໍ່ເອົາໃຈໃສ່ທາງດ້ານການເມືອງ-ແນວຄິດໃຫ້ແກ່ພະນັກງານຢ່າງເປັນປົກກະຕິຖືເອົາວຽກງານການເກັບລາຍຮັບເປັນໜ້າທີ່ການເມືອງຕົ້ນຕໍ ຕິດພັນກັບການເຄື່ອນໄຫວວຽກງານອື່ນໆ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ໃຫ້ເຂັ້ມງວດ, ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງ ການນຳເຂົ້າ-ສົ່ງອອກສິນຄ້າໃນແຕ່ລະວັນຢ່າງເຂັ້ມງວດ, ເກັບພັນທະໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ປັບປຸງແບບແຜນວິທີເຮັດວຽກໃຫ້ກະທັດຮັດ, ສອດຄ່ອງຕາມລະບຽບກົດໝາຍ, ຫຼຸດຜ່ອນຂັ້ນຕອນຕ່າງໆທີ່ບໍ່ຈຳເປັນ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກສິນຄ້າ, ສຸມໃສ່ການຄຸ້ມຄອງຈັດເກັບລາຍຮັບ, ຂຸດຄົ້ນທຸກທ່າແຮງບົ່ມຊ້ອນ, ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼໃນການເກັບລາຍຮັບ, ເພີ່ມທະວີການປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງພາຍໃນດ່ານ ແລະ ນອກດ່ານ ເພື່ອສ້າງສິ່ງອຳນວຍຄວາມສະດວກໃນການຈັດຕັ້ງວຽກງານ ວິຊາສະເພາະໃຫ້ເຂັ້ມແຂງ.

ແຫຼ່ງຂ່າວ: ກະຊວງການເງິນ

LEAVE A REPLY

Please enter your comment!
Please enter your name here