ຈະລາຈອນທົ່ວ ນວ ຕ້ອງປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດ

0
2117

ເນັ້ນຈະລາຈອນທົ່ວ ນວ ປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດເດັດຂາດ ບໍ່ໃຫ້ຮຽກຮ້ອງຄ່າຕອບແທນຈາກຜູ້ຂັບຂີ່ ຫຼຸດຜ່ອນຫາງສຽງຈົ່ມວ່າຈາກສັງຄົມ.

ຈະລາຈອນ ທົ່ວ ນວ ຕ້ອງປະຕິບັດວິຊາສະເພາະຄຽງຄູ່ກັບການບັງຄັບໃຊ້ກົດໝາຍ ໃຫ້ເຂັ້ມງວດຂປລ. ເມື່ອບໍ່ດົນມານີ້, ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫລວດຈະລາຈອນ ກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ ບັນດາຄະນະພັກ-ຄະນະບັນຊາ ທີ່ເຮັດວຽກງານ-ຊີ້ນຳວິຊາສະເພາະຈະລາຈອນ ກ່ຽວກັບວຽກງານວິຊາສະເພາະ ຂອງກຳລັງຕຳຫລວດຈະລາຈອນ ທົ່ວນະຄອນຫລວງວຽງຈັນ(ນວ) ໃຫ້ພ້ອມກັນຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃນການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ.

ໂອກາດນີ້, ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຍັງໄດ້ເນັ້ນໜັກຫລາຍບັນຫາສໍາຄັນ ໂດຍອີງໃສ່ບັນດານິຕິກຳ, ລະບຽບ, ກົດໝາຍ, ຄຳສັ່ງ ແລະ ແຈ້ງການຕ່າງໆທີ່ພົວພັນເຖິງວຽກງານວິຊາສະເພາະຈະລາຈອນ ເປັນຕົ້ນ ແມ່ນການຈັດຕັ້ງປະຕິບັດເນື້ອໃນລະບຽບ ຂອງກໍາລັງ ປກສ ສະບັບເລກທີ 360/ປກສ ວ່າດ້ວຍການນຸ່ງຖື, ການນໍາໃຊ້ອາວຸດ, ຄຸນສົມບັດສິນທໍາປະຕິວັດ, ຂໍ້ຫ້າມຂອງກໍາລັງ ປກສ, 3 ທາດແທ້ 7 ມູນເຊື້ອ, ວຽກງານການດໍາເນີນການແກ້ໄຂຄະດີອຸບັດເຫດ, ວຽກງານການດໍາເນີນກວດກາພາຫະນະ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງກັບວິຊາສະເພາະຂອງກຳລັງຕໍາຫລວດຈະລາຈອນ, ທັງນີ້ ກໍເພື່ອເປັນການຍົກສູງຄວາມຮັບຜິດຊອບຂອງ ເຈົ້າໜ້າທີ່ຕຳຫລວດຈະລາຈອນ ທົ່ວນະຄອນຫຼວງວຽງຈັນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເຂັ້ມແຂງທາງການຈັດຕັ້ງປະຕິບັດ ໜ້າທີ່ວຽກງານວິຊາສະເພາະຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຄຽງຄູ່ກັບການບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດ, ເປັນກາງ ແລະ ສາມາດ ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮ້ອຍຂອງສັງຄົມ ໃນການໃຊ້ລົດໃຊ້ຖະໜົນຂອງຜູ້ຂັບຂີ່ຢູ່ຕາມທ້ອງຖະໜົນທາງບົກ ແລະ ຮັບປະກັນໄດ້ບໍ່ໃຫ້ເກີດມີຫາງສຽງຈາກສັງຄົມ ຕໍ່ກັບການປະຕິບັດໜ້າທີ່ ຂອງກຳລັງຕຳຫລວດຈະລາຈອນ ໃນນະຄອນຫລວງວຽງຈັນ ກໍຄື ໃນກຳລັງປ້ອງກັນຄວາມສະຫງົບ.

ຂໍ້ມູນ: ໜັງສືພິມ ປກສ

LEAVE A REPLY

Please enter your comment!
Please enter your name here