ກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ

0
799

ກະຊວງການຕ່າງປະເທດ ຈັດກອງປະຊຸມເປີດກວ້າງ ສໍາລັບບັນດາກະຊວງ ແລະ ອົງການຕ່າງໆຂັ້ນສູນກາງ ເພື່ອທາບທາມຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ໃນວັນທີ 25 ພຶດສະພາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ.

ກອງປະຊຸມໃນຄັ້ງນີ້, ໄດ້ເປີດໂອກາດໃຫ້ບັນດາກະຊວງ ແລະ ອົງການຂັ້ນສູນກາງ ປະກອບຄໍາຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ, ຮອບດ້ານ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດ ເຊິ່ງການປຶກສາຫາລືຄັ້ງນີ້ ເປັນການດໍາເນີນຂັ້ນຕອນທາບທາມຄັ້ງທໍາອິດ ຕໍ່ຮ່າງນິຕິກໍາດັ່ງກ່າວ ແລະ ຈະໄດ້ສືບຕໍ່ນໍາເອົາຮ່າງກົດໝາຍສະບັບນີ້ ໄປທາບທາມຄຳເຫັນກັບບັນດາຂະແໜງການທີ່ກ່ຽວຂ້ອງ ຢູ່ຂັ້ນທ້ອງຖິ່ນ ຕາມຂັ້ນຕອນຂອງການສ້າງຮ່າງກົດໝາຍ ເພື່ອໃຫ້ສຳເລັດພາຍໃນເດືອນມິຖຸນາ 2022 ນີ້.

ຈາກນັ້ນ, ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ກໍຈະໄປຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງຮ່າງກົດໝາຍໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນກວ່າເກົ່າ, ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ມີແຜນຈະນຳສະເໜີເຂົ້າພິຈາລະນາ ຢູ່ກອງປະຊຸມລັດຖະບານ ປະຈຳເດືອນສິງຫາ 2022 ແລະ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ເພື່ອພິຈາລະນາ ໃນທ້າຍປີ 2022 ນີ້.

ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ໄດ້ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາວຽກງານໜັງສືຜ່ານແດນຂອງ ສປປ ລາວ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວ ມີຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວ, ທັນສະໄໝ ແລະ ເປັນລະບົບ ແນໃສ່ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງລາວ, ອໍານວຍຄວາມສະດວກ ໃຫ້ພົນລະເມືອງລາວໃນການເດີນທາງເຂົ້າ-ອອກ ສປປ ລາວ, ພັກເຊົາ ຫລື ອາໄສຢູ່ຕ່າງປະເທດ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ສາ ມາດເຊື່ອມໂຍງກັບສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະ ເທດຊາດ.ພາຍຫລັງຮ່າງກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ການຄຸ້ມຄອງວຽກງານໜັງສືຜ່ານແດນ ຂອງ ສປປ ລາວ ລວມສູນ ແລະ ເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ ແລະ ຈະເປັນບາດກ້າວໜຶ່ງທີ່ສຳຄັນ ໃນການພັດທະນາລະບົບນິຕິກຳ ຂອງຂະແໜງການຕ່າງປະເທດ ແນໃສ່ເພີ່ມທະວີການຄຸ້ມຄອງວຽກງານການຕ່າງປະເທດ ດ້ວຍກົດໝາຍຢ່າງໜັກແໜ້ນເທື່ອລະກ້າວ, ພ້ອມທັງການຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດ ຕາມມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການຍົກສູງປະສິດຕິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ມະຕິຂອງກອງປະຊຸມອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ກໍຄື ຜົນສຳເລັດ ແລະ ທິດທາງຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ໂດຍສະເພາະ ການຫັນຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here