ເພື່ອຄວາມເປັນລະບຽບຂອງການສັນຈອນ

0
2316

ການຈັດສັນຄວາມເປັນລະບຽບຕາມທ້ອງຖະໜົນ ແລະ ບ່າທາງ (ຟຸດບາດ) ແມ່ນໜ້າທີ່ຫຼັກຂອງເຈົ້າໜ້າທີ່ຈະລາຈອນ.

ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວວ່າ: ສິ່ງທີ່ເຈົ້າຫນ້າທີ່ຕໍາຫຼວດຈະລາຈອນ ຄວນເຮັດກ່ຽວກັບການຈັດລະບຽບຕາມແຄມທາງ ຕໍ່ກັບການຈັດລະບຽບລົດທີ່ຈອດລະເມີດກົດລະບຽບ-ຈອດບ່ອນທີ່ມີປ້າຍຫ້າມຈອດ, ຈອດຜິດທາງ, ຈອດລົດໃກ້ ທາງສາມແຍກ, ສີແຍກ, ຈອດລົດຢູ່ທາງໂຄ້ງ, ທາງຄ້ອຍ, ທາງຄົນຍ່າງ ຫາກວ່າຫນ່ວຍງານຈັດລະບຽບພົບ ເຫັນການລ່ວງລະເມີດດັ່ງກ່າວ ເຈົ້າຫນ້າທີ່ຈະລາຈອນ ຕ້ອງໄດ້ເອີ້ນຜູ້ຂັບຂີ່ມາສຶກສາອົບຮົມກ່າວເຕືອນ, ຖ້າຮອດຂັ້ນຮ້າຍແຮງໄປ ແມ່ນຈະໄດ້ປະຕິບັດຕາມລະບຽບ.

ສຳລັບບັນດາຊາວຄ້າ-ຂາຍທີ່ຂາຍເຄື່ອງຕາມແຄມທາງ, ຂາຍເທິງຟຸດບາດ ຫຼື ບ່ອນທີ່ຫ້າມຂາຍ, ເຈົ້າໜ້າທີ່ ຈະລາຈອນ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ ຫາກບຸກຄົນໃດສ້າງສິ່ງກີດຂວາງໄວ້ແຄມຖະຫນົນ ເຊັ່ນ: ປະ ກອງດິນ, ຊາຍ, ໄມ້ ຫຼື ສິ່ງກີດຂວາງອື່ນໆ ທີ່ເປັນສາເຫດໃຫ້ການສັນຈອນແອອັດ ຕ້ອງໄດ້ຍົກຍ້າຍສິ່ງ ກີດຂວາງດັ່ງກ່າວ ອອກພາຍໃນ 24 ຊົ່ວໂມງ.

ການຈັດລະບຽບຕາມເສັ້ນທາງຄົນຍ່າງ, ບຸກຄົນ ຫຼື ນິຕິບຸກຄົນ ຫາກໄດ້ສ້າງສິ່ງກີດຂວາງ ເຊັ່ນ: ຕໍ່ເຖີບ, ຕໍ່ເງີບ ຫຼື ນໍາໃຊ້ທ່າທາງເປັນບ່ອນຄ້າຂາຍ ທີ່ເຮັດໃຫ້ທາງຄົນຍ່າງສັບສົນ ຈະຖືກສຶກສາອົບຮົມກ່າວເຕືອນ, ຖ້າຫາກມີການລະເມີດຮ້າຍແຮງເປັນອາຈິນ ຕ້ອງໄດ້ປະຕິບັດຕາມລະບຽບການຢ່າງເຂັ້ມງວດ.

ນອກນີ້, ວຽກງານປະຈໍາປ້ອມ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທີ່ປະຕິບັດຫນ້າທີ່ປະຈໍາປ້ອມ ຕ້ອງ ສັງເກດການບ່ອນທີ່ຕົນຮັບຜິດຊອບ ເຊັ່ນ: ສັງເກດນັກຂັບຂີ່ທີ່ມີການລະເມີດລ່ວງໄຟແດງ, ຍຽບທາງມ້າ ລາຍ, ບໍ່ໃສ່ໝວກກັນກະທົບ, ດັດແປງສະພາບເຕັກນິກລົດ ແລະອື່ນໆ ທີ່ເຫັນວ່າລະເມີດຕໍ່ກົດລະບຽບ ຈາລະຈອນ; ຕ້ອງສັງເກດເບິ່ງລະບົບໄຟອໍານາດວ່າ ເປີດໃຊ້ງານປົກກະຕິ ຫຼື ບໍ່, ຕິດຕາມ, ກວດກາລະບົບ ປ້າຍສັນຍານ, ປ້າຍຫ້າມ, ປ້າຍເຕືອນ ແລະອື່ນໆ, ຖ້າຫາກເຫັນວ່າ ມີການເປ່ເພ ຫຼື ເກີດຂັດຂ້ອງ ຕ້ອງ ລາຍງານຕໍ່ພາກສ່ວນກ່ຽວຂ້ອງໃຫ້ທັນເວລາ; ຫາກໄດ້ຍິນສຽງຂະບວນລົດອະພິສິດ ຫຼື ສັນຍານໂຟນີ ເຈົ້າຫນ້າທີ່ປະຈໍາປ້ອມ ຕ້ອງວ່ອງໄວລົງຈາກປ້ອມ ເພື່ອໄປປະຕິບັດຫນ້າທີ່ໃຫ້ແກ່ຂະບວນດັ່ງກ່າວ ໃຫ້ມີ ຄວາມສະດວກ ແລະ ປອດໄພ.

ຫົວຫນ້າກົມຕໍາຫຼວດຈະລາຈອນ ກ່າວຕື່ມອີກວ່າ: ສະເພາະການແຕ່ງກາຍ ແລະ ທັດສະນະການປາກເວົ້າຂອງເຈົ້າໜ້າທີ່ ໃນເວລາປະຕິບັດໜ້າທີ່ ຕ້ອງໃສ່ ຄື່ອງແບບຄົບຊຸດທີ່ຂັ້ນເທິງເບີກຈ່າຍໃຫ້ຕາມເຫຼົ່າຮົບ ເຊັ່ນ: ການໃສ່ໝວກ, ໃສ່ສາຍຫັດ, ໃສ່ເສື້ອ ສະທ້ອນແສງ; ນອກຈາກນີ້, ການນຸ່ງຖືຕ້ອງເປັນລະບຽບ, ສະອາດຈົບງາມ. ທີ່ສໍາຄັນເຈົ້າໜ້າທີ່ ໃນການປະຕິບັດຫນ້າທີ່ ຕ້ອງມີອັດທະຍາໃສທີ່ດີ, ເວົ້າຈາສຸພາບ, ເຄົາລົບຕໍ່ນັກຂັບຂີ່ ແລະ ປະຊາຊົນ, ຕ້ອງໃຊ້ຄໍາເວົ້າທີ່ເໝາະສົມ, ສຸພາບໃນເວລາຂໍກວດກາເອກະສານ ຫຼື ແນະນໍາລະບຽບການຕ່າງໆ ໃຫ້ແກ່ນັກຂັບຂີ່.

ແຫຼ່ງຂ່າວ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here